ກົມຈັດຕັ້ງ ແລະ ພະນັກງານ ສືບຕໍ່ວຽກງານການວິເຄາະ, ການພັດທະນາການຈັດຕັ້ງ ແລະ ການກຳນົດຕຳແໜ່ງງານ

          ໃນວັນທີ 8-9 ທັນວາ 2022 ທີ່ຜ່າມາ, ກົມຈັດຕັ້ງ ແລະ ພະນັກງານ, ກະຊວງ ພະລັງງານ ແລະ ບໍ່ແຮ່, ໄດ້ຈັດຊຸດຝຶກອົບຮົມຂື້ນໃນຫົວຂໍ້”ວຽກງານການວິເຄາະ, ການພັດທະນາການຈັດຕັ້ງ ແລະ ການກຳນົດຕຳແໜ່ງງານ” ຂື້ນ ທີ່ຫ້ອງປະຊຸມ ຊັ້ນ 5 ຕຶກກະຊວງ, ໂດຍໃຫ້ກຽດເປັນປະທານກ່າວດເປີດ ໂດຍທ່ານ ມ້ອນ ເພັດພູໄທ, ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ໂດຍມີຜູ້ເຂົ້າຮ່ວມຈາກ ຫ້ອງການກະຊວງ, ຈາກບັນດາກົມ, ສະຖາບັນ ແລະ ພະແນກ ພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງ ແລະ ພບ ແຂວງ ເຂົ້າຮ່ວມກວ່າ 50​ ກວ່າທ່ານ.

           ທ່ານປະທານຍັງໄດ້ກ່າວຕື່ມຕໍ່ກອງປະຊຸມວ່າ: ການຈັດກອງປະຊຸມຝຶກອົບຮົມຂອງພວກເຮົາໃນຄັ້ງນີ້ ແມ່ນມີຄວາມໝາຍອັນສຳຄັນ ແລະ ມີຄວາມຈຳເປັນຫຼາຍທີ່ສຸດ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ເວົ້າລວມ, ເວົ້າສະເພາະແມ່ນ ມະຕິກອງປະຊຸມໃຫ່ຍ ຄັ້ງທີ III ຂອງອົງຄະນະພັກກະຊວງພະລັງງານ ແລະ ບໍ່ແຮ່ ຂອງພວກເຮົາໃຫ້ປະກົດຜົນເປັນຈິງ. ນັບແຕ່ຂະແໜງການຂອງພວກເຮົາໄດ້ສຳເລັດການປັບປຸງກົງຈັກຂອງກະຊວງໃນໄລຍະຜ່ານມາຄື: ການປັບປຸງດຳລັດວ່າການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງພະລັງງານ ແລະ ບໍ່ແຮ່ ສະບັບເລກທີ 296/ນຍ, ລົງວັນທີ 04/09/2017 ມາເປັນດຳລັດສະບັບເລກທີ 624/ນຍ, ລົງວັນທີ 22/10/2021 ກະຊວງຂອງພວກເຮົາໄດ້ສືບຕໍ່ປັບປຸງກົງຈັກຊ່ວຍວຽກໂດຍໄດ້ຮັບຜົນສຳເລັດໃນຂັ້ນສູນກາງ,

ເຊິ່ງໃນແຕ່ກ່ອນ ຕາມດຳລັດ 296/ນຍ, ປະກອບມີ: 1 ຫ້ອງການກະຊວງ, 9 ກົມ ແລະ 2 ສະຖາບັນ ປະກອບມີ 70 ພະແນກ ແລະ ມີ ພະແນກການສາຍຕັ້ງ 17 ແຂວງ ແລະ 1 ນະຄອນຫຼວງ ແລະ ຫ້ອງການພະລັງງານ ແລະ ບໍ່ແຮ່ ຂັ້ນເມືອງ 135 ເມືອງ. ພາຍຫຼັງປັບປຸງມາເປັນດຳລັດ 624/ນຍ ແລ້ວ ກົງຈັກຊ່ວຍວຽກຂັ້ນກະຊວງ ປະກອບມີ: 1 ຫ້ອງການກະຊວງ, 10 ກົມ ແລະ 1 ສະຖາບັນ ປະກອບມີ: 57 ພະແນກ, 4 ສູນ ແລະ 1 ກອງ. ເມື່ອທຽບໃສ່ກົງຈັກຊ່ວຍວຽກຂັ້ນກົມ ແມ່ນຫຼຸດຈາກອັນເອົາ 8 ພະແນກ ທັງນີ້ແມ່ນເພື່ອປະຕິບັດຕາມ:

 ຄຳສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 190/ຄລສພ, 29/9/2021 ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງຂອງບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ;
 ຄຳແນະນຳຂອງນາຍົກລັດຖະມົນຕີ ສະບັບເລກທີ 01/ນຍ, ລົງວັນທີ 6 ທັນວາ 2021 ວ່າດ້ວຍການຈັດຕັ້ງຜັນຂະຫຍາຍ ຄຳສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 190/ຄລສພ, 29/9/2021 ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງຂອງບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ;
 ແຈ້ງການຂອງກະຊວງພາຍໃນ ສະບັບເລກທີ 175/ພນ, ລົງວັນທີ 24 ກັນຍາ 2021 ເລື່ອງ: ການຄົ້ນຄວ້າປັບປຸງກົງຈັກ ແລະ ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງບັນດາກົມ ແລະ ທຽບເທົ່າຂັ້ນສູນກາງ, ພະແນກຂັ້ນແຂວງ ແລະ ຫ້ອງການຂັ້ນເມືອງ.
ໃນຕົ້ນປີ 2022 ກົມຈັດຕັ້ງ ແລະ ພະນັກງານ ໄດ້ລົງສົບທົບກັບຄະນະປັບປຸງກົງຈັກຂັ້ນແຂວງ ແລະ ພະແນກການສາຍຕັ້ງຂັ້ນແຂວງ ແລະ ນະຄອນຫຼວງ ພ້ອມກັບເອກະພາບຮ່ວມກັນ ແລະ ຫຼາຍພະແນກໄດ້ເຮັດສຳເລັດການປັບປຸງຂໍ້ຕົກລົງຂອງຕົນໂດຍມີການເຊັນຮັບຮອງຈາກທ່ານເຈົ້າແຂວງ ແລະ ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ພວມສືບຕໍ່ປັບປຸງກົງຈັກການຈັດຕັ້ງຂັ້ນເມືອງຕື່ມ.

          ດັ່ງບັນດາທ່ານຮັບຊາບນຳກັນແລ້ວວ່າ ພັກເຮົາ ຍາມໃດກໍຖືສຳຄັນຕໍ່ວຽກງານການປັບປຸງກົງຈັກການຈັດຕັ້ງທົ່ວລະບົບການເມືອງ ຊຶ່ງແມ່ນວຽກງານໜຶ່ງທີ່ສຳຄັນຂອງພັກເຮົາ ໃນຖານະເປັນພັກກຳອຳນາດ ດ້ວຍການກຳນົດແນວທາງນະໂຍບາຍ ກ່ຽວກັບ ການປັບປຸງກົງຈັກການຈັດຕັ້ງໃຫ້ສອດຄ່ອງ ແລະ ແທດເໝາະກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນການພັດທະນາເສດຖະກິດ-ສັງຄົມໃນແຕ່ະລະໄລຍະ ແລະ ການເຊື່ອມໂຍງກັບບັນດາປະເທດພາກພື້ນສາກົນ ແລະ ບັນດາປະເທດຄູ່ຮ່ວມພັດທະນາ. ໃນປະຈຸບັນເຫັນໄດ້ວ່າ ການປັບປຸງກົງຈັກການຈັດຕັ້ງຍັງມີຫຼາຍດ້ານທີ່ຕ້ອງສືບຕໍ່ປັບປຸງແກ້ໄຂໃຫ້ຂາດຕົວ ເພື່ອເຮັດໃຫ້ການປັບປຸງກົງຈັກການຈັດຕັ້ງໃນທົ່ວລະບົບການເມືອງດຳເນີນໄປໄດ້ຢ່າງຖືກຕ້ອງຕາມທິດກະທັດຮັດ, ສົມເຫດສົມຜົນ ແລະ ສອດຄ່ອງກັບສະພາບຕົວຈິງ ຂະແໜງໜຶ່ງໃຫ້ຮັບຜິດຊອບຫຼາຍວຽກ ວຽກໃດຄ້າຍຄືກັນໃຫ້ໂຮມເຂົ້າກັນ ເຮັດໃຫ້ຂະໜາດກົງຈັກບໍ່ໃຫ່ຍໂຕ, ການຈັດຕັ້ງມີຄວາມໜັກແໜ້ນ, ເຂັ້ມແຂງ, ລັດຖະກອນມີຈຳນວນຫຼຸດລົງ ຄຸນນະພາບເພີ່ມຂຶ້ນ ສາມາດປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ.

          ດ້ວຍເຫດນັ້ນ, ເພື່ອເປັນການສືບຕໍ່ປັບປຸງກົງຈັກໃຫ້ສຳລັບໃນທົ່ວຂະແໜງການ ແລະ ເປັນການກະກຽມໃນໄລຍະຕໍ່ໜ້າ ທາງກົມຈັດຕັ້ງ ແລະ ພະນັກງານ ຈຶ່ງໄດ້ຈັດກອງປະຊຸມຝຶກອົບຮົມວຽກງານ ການວິເຄາະ, ການພັດທະນາການຈັດຕັ້ງ ແລະ ການກຳນົດຕຳແໜ່ງງານຂຶ້ນ ເພື່ອສ້າງຄວາມເຂັ້ມແຂງທາງດ້ານວິຊາການໃຫ້ແກ່ຜູ້ຮັບຜິດຊອບວຽກງານຈັດຕັ້ງຂອງແຕ່ລະພາກສ່ວນ ເພື່ອສືບຕໍ່ເປັນເສນາທິການໃຫ້ແກ່ກົມກອງຕົນ ໃນການປັບປຸງກົງຈັກໃຫ້ມີຄວາມເຂັ້ມແຂງ ແລະ ໃຫ້ຖືກທິດຂອງຂັ້ນເທິງ.
ໃນຕອນທ້າຍທ່ານປະທານຍັງໄດ້ສະເໜີຕື່ມວ່າ:
1. ຂໍຮຽກຮ້ອງມາຍັງນັກສຳມະນາກອນທຸກທ່ານ ຈົ່ງພ້ອມກັນເອົາໃຈໃສ່ດ້ວຍຄວາມຮັບຜິດຊອບສູງ ໃນການປະຕິບັດໂມງເວລາຂອງການຝຶກອົບຮົມທີ່ທາງຄະນະຮັບຜິດຊອບ ແລະ ນັກວິທະນາກອນກຳນົດໄວ້, ເຂົ້າຮ່ວມການຝຶກຕັ້ງແຕ່ຕົ້ນຈົນຈົບ ເນື່ອງຈາກມີເວລາຈຳກັດ, ຫາກບໍ່ມີເຫດສຸກເສີນຮຸນແຮງ. ພ້ອມກັນນັ້ນ ກໍໃຫ້ມີສະຕິລະວັງຕົວໃນການໄປການມາ;
2. ໃຫ້ພ້ອມກັນມີສ່ວນຮ່ວມນຳກັນ ໃນການປຶກສາຫາລື, ແບ່ງປັນບົດຮຽນ ແລະ ແລກປ່ຽນບົດຮຽນ ຢ່າງກົງໄປກົງມາກັບນັກວິທະຍາກອນ ແລະ ນັກສຳມະນາກອນດ້ວຍກັນ ຫຼື ຄະນະຮັບຜິດຊອບວຽກງານກົງຈັກ-ພະນັກງານ;
3. ເກັບກຳໃຫ້ໄດ້ບັນດາເອກະສານນິຕິກຳຕ່າງໆທີ່ກ່ຽວຂ້ອງ ກັບເນື້ອໃນຫຼັກສູດຝຶກອົບຮົມ ເປັນຕົ້ນ: ເອກະສານວຽກງານຄຸ້ມຄອງລັດຖະກອນ ແລະ ຕິດພັນກັບວຽກງານປັບປຸງກົງຈັກ;
4. ກຳໃຫ້ໄດ້ ແລະ ນຳພາເຮັດໃຫ້ເປັນ ຕໍ່ວຽກງານການກຳນົດຕຳແໜ່ງງານ ໂດຍຕິດພັນກັບນິຕິກຳທີ່ກ່ຽວຂ້ອງຄື: ດຳລັດຂອງລັດຖະບານ ສະບັບເລກທີ 734/ລບ, ລົງວັນທີ 31 ທັນວາ 2021 ວ່າດ້ວຍການກຳນົດຕຳແໜ່ງງານ.
ພາບ: ວິລະຊາດ
ຂ່າວ: ກົມຈັດຕັ້ງ ແລະ ພະນັກງານ