ໂຄງການພະລັງງານລົມ ມອນຊູນ ມອບທຶນການສືກສາໃຫ້ນັກຮຽນ ເມືອງ ດາກຈືງ ແລະ ເມືອງ ຊານໄຊ ຈຳນວນ 5 ທຶນ

          ໃນລະຫວ່າງ 22-24 ພະຈຶກ 2023 ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມກັບ ບໍລິສັດ ມອນຊູນ ວິນພາວເວີ ຈຳກັດ ໄດ້ຈັດພິທີສອບເສັງຂື້ນ ຢູ່ທີ່ເມືອງ ດາກຈຶງ, ແຂວງ ເຊກອງ ແລະ ເມືອງ ຊານໄຊ, ແຂວງ ອັດຕະປື ເພື່ອຄັດເລືອກເອົານ້ອງນັກຮຽນ ທີ່ຈະໄດ້ຮັບທຶນການສຶກສາຈາກໂຄງການ ໄຟຟ້າພະລັງງານລົມ ມອນຊູນ ເປັນທຶນການສຶກສາລະດັບປະລິນຍາຕີ ທີ່ປະເທດໄທ ໃນສົກປິ 2024 ຈຳນວນ 5 ທຶນ. ໃຫ້ກຽດເຂົ້າຮ່ວມເປັນປະທານໃນພິທີຂອງທ່ານ ທອງຂັນ ພິມວິໄລ ຄະນະປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງ ພະລັງງານ ແລະ ບໍ່ແຮ່; ບັນດາທ່ານຜູ້ຕາງໜ້າ ຈາກພະແນກພະລັງງານ ແລະ ບໍ່ແຮ່ ແຂວງ, ພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການ ພະລັງງານ ແລະ ບໍ່ແຮ່ ເມືອງ, ຫ້ອງການສຶກສາ ແລະ ກິລາເມືອງ ແລະ ຜູ້ຕາງໜ້າຈາກບໍລິສັດມອນຊູນວິນພາວເວີຈຳກັດ. ນອກຈາກນີ້, ຍັງມີອາຈານຈາກມະຫາວິທະຍາໄລອຸບົນລາດຊະທານີ ປະເທດໄທ ກໍ່ໃຫ້ກຽດເຂົ້າຮ່ວມໃນພິທີດັ່ງກ່າວ ພ້ອມດ້ວຍນ້ອງໆນັກຮຽນທີ່ມີສິດ ເຂົ້າສອບເສັງ-ຄັດເລືອກ ຕາມມາດຖານເງື່ອນໄຂທີ່ກຳນົດ ຈຳນວນ 22 ຄົນ, ຍິງ 11 ຄົນ ໃນນັ້ນນ້ອງນັກຮຽນທີ່ມີສິດເຂົ້າສອບເສັງຈາກເມືອງ ດາກຈຶງ ມີ ຈຳນວນ 14 ຄົນ ຍິງ 09 ຄົນ, ໂດຍສອບເສັງ- ຄັດເລືອກແອົາພຽງແຕ່ 4 ຄົນ ທີ່ຈະໄດ້ຮັບທຶນ ແລະ ນ້ອງນັກຮຽນທີ່ມີສິດເຂົ້າສອບເສັງຈາກເມືອງ ຊານໄຊ ຈຳນວນ 08 ຄົນ ຍິງ 02 ຄົນ ໂດຍຄັດເລືອກເອົາພຽງ 1 ຄົນ ທີ່ຈະໄດ້ຮັບທຶນ.

          ໂດຍປະຕິບັດຕາມ ພັນທະສັນຍາສໍາປະທານ ຂອງໂຄງການໄຟຟ້າພະລັງງານລົມມອນຊູນ ຄັ້ງວັນທີ 01/12/2022 ໃຫ້ມີຜົນສັກສິດ ໃນການສະໜອງທຶນການສຶກສາແກ່ນ້ອງນັກຮຽນ ທີ່ຢູ່ໃນ ຂອບເຂດພື້ນທີ່ ບ້ານຖືກຜົນກະທົບຈາກໂຄງການ. ເຊິ່ງດັ່ງກ່າວ ເປັນໂຄງການໄຟຟ້າພະລັງງານລົມແຫ່ງທຳອິດ ແລະ ໃຫ່ຍທີ່ສຸດ ໃນ ສປປ ລາວ. ມີກຳລັງຕິດຕັ້ງ 600 MW (ປະກອບດ້ວຍກົງຫັນ 133 ຕົ້ນ, ກຳລັງການຜະລິດແຕ່ລະຕົ້ນ 4,5 MW). ສາມາດຜະລິດພະລັງງານໄຟຟ້າໄດ້ສະເລ່ຍ 1.707 GWh/ປີ ເຊິ່ງທີ່ຕັ້ງຂອງໂຄງການດັ່ງກ່າວແມ່ນກວມເອົາ 2 ເມືອງຄື: ເມືອງ ດາກຈຶງ, ແຂວງ ເຊກອງ ແລະ ເມືອງ ຊານໄຊ, ແຂວງ ອັດຕະປື. ຜູ້ພັດທະນາໂຄງການໄດ້ໃຊ້ເວລາສຶກສາ-ສຳຫຼວດຕາມຂັ້ນຕອນການພັດທະນາໂຄງການສຳປະທານທຸລະກິດໄຟຟ້າ ເປັນເວລາ 10 ກວ່າປີ ເລີ່ມຈາກວັນທີ 15 ພະຈິກ 2011, ບໍລິສັດ Impact Energy Asia Limited ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກັບ ລັດຖະບານ ເພື່ອສຶກສາຄວາມເປັນໄປໄດ້ຂອງໂຄງການ ແລະ ເຊັນສັນຍາພັດທະນາໂຄງການ (PDA) ໃນວັນທີ 07/08/2015. ໂຄງການດັ່ງກ່າວແມ່ນມີແຜນສົ່ງອອກຂາຍໄຟຟ້າໃຫ້ແກ່ລັດວິສາຫະກິດໄຟຟ້າຫວຽດນາມ ໃນທ້າຍປີ 2025.
ຂ່າວ: ກົມແຜນການ ແລະ ການຮ່ວມມື
ຮຽບຮຽງ: ພະແນກປະຊາສຳພັນ ແລະ ໄອທີ
ສາຍດ່ວນ: 1506