
ເພື່ອປະຕິບັດຕາມນະໂຍບາຍຂອງພັກ, ລັດຖະບານ ເວົ້າລວມ, ເວົ້າສະເພາະຂອງ ຄະນະພັກ, ຄະນະນຳກະຊວງພະລັງງານ ແລະ ບໍ່ແຮ່ ຕໍ່ພະນັກງານ, ລັດຖະກອນ ໃນຂົງເຂດພະລັງງານ ແລະ ບໍ່ແຮ່. ກົມຈັດຕັ້ງ ແລະ ພະນັກງານ ຮ່ວມກັບພະແນກພະລັງງານ ແລະ ບໍ່ແຮ່ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມບັນດາເອກະສານຕ່າງໆເປັນຕົ້ນ: ເອກະສານກ່ຽວກັບການດັດແກ້ຊັ້ນ-ຂັ້ນເງິນເດືອນ ຕາມໃບປະກາຊະນິຍະບັດ, ເລື່ອນປົກກະຕິ, ການຕົກຄ້າງເລື່ອນປົກກະຕິ, ຕາມອາຍຸການ, ຕາມການສອບເສັງ, ຕາມການປະເມີນຜົນ ແລະ ຕາມຕຳແໜ່ງບໍລິຫານ; ບົດແນະນຳປະກອບເອກະສານ ເພື່ອສະເໜີຂໍເລື່ອນຊັ້ນ-ຂັ້ນເງິນເດືອນ; ດຳລັດຂອງລັດຖະບານ ວ່າດ້ວຍແຂ່ງຂັນ ແລະ ຍ້ອງຍໍ; ບົດແນະນໍາຂອງກະຊວງພາຍໃນ ສະບັບເລກທີ 03 ແລະ 04 ແລະ ຄຳສັ່ງແນະນຳຂອງກະຊວງພະລັງງານ ແລະ ບໍ່ແຮ່ ສະບັບເລກທີ 0480 ໃນວັນທີ 24 ກຸມພາ 2025 ນີ້ ຢູ່ຫ້ອງປະຊຸມພະແນກພະລັງງານ ແລະ ບໍ່ແຮ່ ແຂວງ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ມ້ອນ ເພັດພູໄທ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ແລະ ທ່ານ ນາງ ສຸກສະເຫວີຍ ແກ້ວປະເສີດ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ. ມີພະນັກງານ, ລັດຖະກອນ ພາຍໃນພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.

