ໃນພິທີ ສະຫາຍ ທອງຂັນ ພິມວິໄລ ຄະນະປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ລາຍງານຜົນສຳເລັດການຈັດຕັ້ງປະຕິບັດການຈັດຊຸດຝຶກອົບຮົມ ວຽກງານຈັດຕັ້ງ, ກໍ່ສ້າງພັກ ແລະ ພະນັກງານ ໄລຍະສັ້ນ ໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງກະຊວງວ່າ: ຊຸດຝຶອົບຮົມຄັ້ງນີ້ ເປັນຊຸດທີ III ໂດຍມີການຄົ້ນຄວ້າ 15 ຫົວຂໍ້ຄື: 1. ທັດສະນະຂອງພັກເຮົາ ກ່ຽວກັບວຽກງານກໍ່ສ້າງພັກ; 2. ລະບົບການເມືອງຂອງ ສປປ ລາວ ໃນເງື່ອນໄຂໃໝ່; 3. ແບບແຜນນໍາພາ ແລະ ຫຼັກການລວມສູນປະຊາທິປະໄຕຂອງພັກ; 4. ການດໍາເນີນຊີວິດຂອງໜ່ວຍພັກ; 5. ຍົກສູງຄຸນນະພາບຂອງການຈັດຕັ້ງຮາກຖານພັກ; 6. ຍົກສູງຄຸນນະພາບວຽກງານຄຸ້ມຄອງສະມາຊິກພັກ; 7. ຍົກສູງຄຸນນະພາບຂອງສະມາຊິກພັກ ແລະ ວຽກງານຂະຫຍາຍພັກ; 8. ກ່ຽວກັບວຽກງານປ້ອງກັນພັກ-ພະນັກງານໃນໄລຍະໃໝ່; 9. ການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຂອງພັກ; 10. ທິດສະດີກ່ຽວກັບວຽກງານຈັດຕັ້ງ ແລະ ການສ້າງໂຄງຮ່າງການຈັດຕັ້ງ; 11. ທັດສະນະຂອງພັກຕໍ່ພະນັກງານ ແລະ ຕໍ່ວຽກງານພະນັກງານ; 12. ກ່ຽວກັບວຽກງານຄຸ້ມຄອງພະນັກງານ; 13. ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ; 14. ການສ້າງແຜນກໍ່ສ້າງ-ບໍາລຸງພະນັກງານນໍາພາ-ຄຸ້ມຄອງ ແລະ 15. ການສ້າງມາດຕະຖານພະນັກງານ.