ທ່ານ ທອງຂັນ ພິມວິໄລ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ຢ້ຽມຢາມ ແລະ ເຮັດວຽກຢູ່ພະແນກພະລັງງານ ແລະ ບໍ່ແຮ່ ແຂວງອັດຕະປື.

          ຕອນເຊົ້າວັນທີ 11 ຕຸລາ 2023 ນີ້ ທ່ານ ທອງຂັນ ພິມວິໄລ ຄະນະປະຈໍາພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ກະຊວງ ພະລັງງານ ແລະ ບໍ່ແຮ່ ພ້ອມຄະນະ, ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມກາງສະໄໝ ຂອງ ອົງຄະນະພັກ ກະຊວງ ພະລັງງານ ແລະ ບໍ່ແຮ. ພ້ອມກັນນີ້, ກໍ່ເປັນການຊຸກຍູ້, ຕິດຕາມການປັບປຸງພາລະບົດບາດ ແລະ ການນໍາໃຊ້ລະບົບ HRIS ເປັນໂປຣແກຣມປະເມີນພະນັກງານ – ລັດຖະກອນ ພາຍໃນພະແນກພະລັງງານ ແລະ ບໍ່ແຮ່ ແຂວງອັດຕະປື ໂດຍໄດ້ຮັບການຕ້ອນຮັບຂອງຢ່າງອົບອຸ່ນຂອງ ທ່ານ ບົວໄທ ທອງສະຫວັນ ຮອງຫົວໜ້າພະແນກ, ທັງເປັນຜູ້ປະຈໍາການຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍພະນັກງານທັງໝົດພາຍໃນພະແນກ ເຂົ້າຮ່ວມຢ່າງພ້ອມພຽງ.
          ໃນໂອກາດທີ່ມີຄວາມໝາຍສຳຄັນດັ່ງກ່າວ, ທ່ານ ຮອງຫົວໜ້າພະແນກ ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ລາຍງານສະພາບລວມຂອງການເຄື່ອນໄຫວວຽກງານພາຍໃນພະແນກ ໃນໄລຍະຜ່ານມາໂດຍຫຍໍ້ ເຊິ່ງກ່ອນອື່ນ ທ່ານ ໄດ້ຍົກໃຫ້ເຫັນຜົນສຳເລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ທິດທາງແຜນການໃນຕໍ່ໜ້າ. ຫຼັງຈາກນັ້ນ, ທ່ານ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ກະຊວງພະລັງງານ ແລະ ບໍ່ແຮ່ ກໍ່ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ຄະນະພັກ, ຄະນະພະແນກແລະ ພະນັກງານທັງໝົດ ພາຍໃນພະແນກໃຫ້ມີຄວາມເຂັ້ມແຂງ ຮັກແພງສາມັກຄີກັນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອພ້ອມກັນເຮັດສໍາເລັດໜ້າທີ່ຕາມການມອບໝາຍຂອງຂັ້ນເທິງ, ຢືດໝັ້ນຕໍ່ອຸດົມການຂອງພັກ ແນວທາງຂອງລັດທີ່ວາງອອກຢ່າງເຂັ້ມງວດ.
          ຖືໂອກາດລົງພົບປະ ແລະ ເຮັດວຽກຄັ້ງນີ້, ກົມຈັດຕັ້ງ ແລະ ພະນັກງານ ຍັງໄດ້ຈັດຊຸດຝຶກອົບຮົມກ່ຽວກັບການນຳໃຊ້ ໂປຣແກຣມປະເມີນພະນັກງານ – ລັດຖະກອນ ໃຫ້ບັນດາຂະແໜງການພາຍໃນພແນກຕື່ມອີກ. ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຫັນໄດ້ວ່າ ພະນັກງານ – ລັດຖະກອນທີ່ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ ສາມາດເຂົ້າໃຈ ວິທີການນໍາໃຊ້ໂປແກຣມ ແລະ ຈະໄດ້ນໍາໃຊ້ເຂົ້າໃນການປະເມີນ ພະນັກງານ-ລັດຖະກອນຂອງພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງອັດຕະປື ປະຈຳປີ 2023 ນີ້.

ພາບ ແລະ ຂ່າວ: ພບ ແຂວງອັດຕະປື
ຮຽບຮຽງ: ຄຳແສງ ແກ້ວປະເສີດ