ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງສະຫວັນນະເຂດ ພົບປະ, ເຮັດວຽກກັບຮອງຫົວໜ້າກົມກວດກາ

          ວັນທີ 20 ມີນາ 2025 ນີ້ ຢູ່ຫ້ອງປະຊຸມພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ທ່ານ ພົມມາ ຈັນທະວົງ ຮອງຫົວຫນ້າພະແນກ ພະລັງງານແລະບໍ່ແຮ່ ແຂວງ ໄດ້ຕ້ອນຮັບ ແລະ ເຮັດວຽກຮ່ວມກັບ ທ່ານ ນາງ ເລືອງ ພົມສຸວັນ ຮອງຫົວໜ້າກົມກວດກາ, ກະຊວງ ພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ທີ່ລົງມາເຄື່ອນໄຫວ, ຕິດຕາມ,ກວດກາ,ກະຕຸກຊຸກຍູ້ການຈັດຕັ້ງປະຕິບັດວຽກງານຂອງພະແນກພະລັງງານ ແລະ ບໍ່ແຮ່ ແຂວງສະຫວັນນະເຂດ.

          ການພົບປະ ແລະ ເຮັດວຽກຄັ້ງນີ້, ທັງສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນຫຼາຍບັນຫາ ທີ່ສຳຄັນເປັນຕົ້ນ: 1. ຕິດຕາມ, ການປະຕິບັດພາລະບົດບາດ, ໜ້າທີ່, ຂອບເຂດສິດ, ຄວາມຮັບຜິດຊອບຂອງ ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ: 2. ເພື່ອລົງຕິດຕາມການຈັດຕັ້ງປະຕິບັດ ນະໂຍບາຍ,ມະຕິ,ຄຳສັ່ງ, ດຳລັດ,ຂໍ້ຕົກລົງ, ແຈ້ງການ,ລະບຽບການ,ກົດ ໝາຍຂອງລັດ ແລະ ບັນດາຂໍ້ກຳນົດດ້ານວິຊາສະເພາະທີ່ສູນກາງແລະ ທ້ອງຖິ່ນອອກອະນຸຍາດຜ່ານມາ; 3. ເພື່ອກວດກາ ແລະ ເກັບກຳສະຖິຕິໂຄງການລົງທຶນຂອງລັດ (ໂຄງການທີ່ ແຂວງ ຂຶ້ນແຜນຊຳລະ ແລະ ກະຊວງ ຂຶ້ນແຜນຊຳລະ) ແລະ ສະຖິຕິໂຄງການຂອງເອກະຊົນລົງທຶນ ດ້ານພະລັງງານ ແລະ ບໍ່ແຮ່; ໂຄງການກໍ່ສ້າງຕາ ຂ່າຍແຮງດັນກາງ, ແຮງດັນຕໍ່າ,ສາຍສົ່ງແຮງສູງ ແລະ ສະຖານນີ ທີ່ຢູ່ພາຍໃນ ແຂວງ; ບັນດາຫົວໜ່ວຍທຸລະກິດ ທີ່ດຳເນີນກິດຈະການ ພະລັງງານ ແລະ ບໍ່ແຮ່ ທີ່ ຕັ້ງຢູ່ພາຍໃນ ແຂວງ; 4. ເພື່ອເກັບກຳສະພາບຄຳຮ້ອງ-ຄຳສະເໜີ ແລະ ຫາງສຽງສັງຄົມທີ່ມີຕໍ່ຂະແໜງພະລັງງານ ແລະ ບໍ່ແຮ່ ແຂວງ; 5. ເພື່ອເກັບກຳບັນດາພຶດຕິກຳທີ່ເປັນການສໍ້ລາດບັງຫຼວງຂອງ ພະນັກງານ-ລັດຖະກອນ ແລະ ສະມາຊິກພັກ ໃນ ຂະແໜງພະລັງງານ ແລະ ບໍ່ແຮ່ ແຂວງ. 6. ແລກປ່ຽນບາງບັນຫາໃນຂະແໜງພະລັງງານ ແລະ ບໍ່ແຮ່ ເພື່ອໃຫ້ເຫັນໄດ້ບັນຫາ ແລະ ຫາວິທີແກ້ໄຂບັນຫາທີ່ ເກີດຂຶ້ນໃນການຈັດຕັ້ງປະຕິບັດຕົວຈິງຂອງຂະແໜງການ.
ພາບ ແລະ ແຫຼ່ງຂໍ້ມູນ: ພບ ແຂວງສະຫວັນນະເຂດ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
ສາຍດ່ວນ: 1506