ຕະຫຼອດໄລຍະ 60 ປີ, ແຫ່ງການສ້າງສາຍພົວພັນການທູດລະຫວ່າງລາວ-ຫວຽດນາມ ແລະ 45 ປີ ແຫ່ງການປະຕິບັດສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມ ເວົ້າລວມ ເວົ້າສະເພາະແຂວງອັດຕະປື ຮ່ວມມືກັບແຂວງແຮກສ່ຽວ ໃນພາກກາງ ແລະ ພາກໃຕ້ຂອງ ສສ ຫວຽດນາມ ມາຮອດປັດຈຸບັນ ມີ 8 ແຂວງ ແລະ 2 ນະຄອນ. ໃນນີ້, ວຽກງານພະລັງງານ ແລະ ບໍ່ແຮ່ ເປັນຍຸດທະສາດສໍາຄັນໃນການປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂອງຊາດກໍຄືແຂວງອັດຕະປື ຍາມໃດກໍ່ໄດ້ເພີ້ມພູນຄູນສ້າງມິດຕະພາບແບບພິເສດການຮ່ວມມືຮອບດ້ານນັບມື້ຍິ່ງຂະຫຍາຍຕົວກ້າວເຂົ້າສູ້ລວງເລິກ, ແທດເໝາະກັບສະພາບການຕົວຈິງ ແລະ ມີປະສິດທິຜົນ, ສາມາດຕອບສະໜອງຄວາມມຸ້ງມາດປາດຖະໜາຂອງປະຊາຊົນສອງຊາດນັບມື້ດີຂຶ້ນເລື້ອຍໆ.
ທ່ານ ວິທະຍາ ພົມມະຈັນ ກໍາມະການພັກແຂວງ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ໃຫ້ສໍາພາດຕໍ່ສື່ມວນຊົນ ໃນຄັ້ງວັນທີ 2 ມິຖຸນາ 2022 ນີ້ວ່າ: ແນວທາງຂອງພັກ ໄດ້ກໍານົດຢ່າງຈະແຈ້ງກ່ຽວກັບການຮ່ວມມື ລາວ-ຫວຽດນາມ ທີ່ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ເປັນເພື່ອນມິດຍຸດທະສາດ ຮ່ວມສະຕາກໍາທາງປະຫວັດສາດ ແລະ ຮ່ວມອຸດົມການເພື່ອກ້າວຂຶ້ນສັງຄົມນິຍົມ, ຄຽງບ່າຄຽງໄລ່ຮ່ວມສະໜາມຮົບ, ຮ່ວມຂຸມຄອງອັນດຽວກັນ ຕໍ່ສູ້ຈັກະພັດຜູ້ຮຸກຮານຕົວດຽວກັນ ສາມັກຄີກັນ ແລະ ພ້ອມກັນປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ໄປຕາມທິດທາງອັນດຽວກັນ, ມີສາຍພົວພັນມິດຕະພາບ, ສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ທີ່ບໍ່ສາມາດ ຕັດແຍກ ຫຼື ຕັດຂາດກັນໄດ້. ເຊິ່ງໄດ້ມີຍຸດທະສາດ ແລະ ຄາດໝາຍການຮ່ວມມືເພື່ອພັດທະນາເຊັ່ນ: ພັດທະນາ ຄວາມໝັ້ນຄົງສາຍພົວພັນ ສືບຕໍ່ລຸ້ນຕໍ່ລຸ້ນໃຫ້ຢືນຍົງ, ພ້ອມກັນປະຕິບັດສອງຫນ້າທີ່ຍຸດທະສາດ ປົກປັກຮັກ ແລະ ສ້າງສາພັດທະນາປະເທດຊາດ ພ້ອມກັນກ້າວສູ່ຈຸດໝາຍສັງຄົມນິຍົມ, ມີຄວາມສາມັກກັນໃຫ້ການຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ທັງມີການຮ່ວມມືຮອບດ້ານໃນທຸກຂົງເຂດວຽກງານເຊັ່ນ: ບໍ່ວ່າຈະເປັນດ້ານການເມືອງ, ການຕ່າງປະເທດ, ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຮ່ວມມືດ້ານເສດຖະກິດ, ການລົງທຶນ-ການຄ້າ, ດ້ານຄົມມະນາຄົມ-ຂົນສົ່ງ ແລະ ດ້ານ ວັດທະນະທໍາ-ສັງຄົມ ແລະ ການຮ່ວມມືດ້ານການສຶກສາ, ພັດທະນາຊັບພະຍາກອນມະນຸດ ແລະ ບໍາລຸງສ້າງວິຊາຊີບ ແລະ ອື່ນໆ.