ສປປ ລາວ ປຶກສາຫາລືຜ່ານຮ່າງແຜນແມ່ບົດຜະລິດຕະພາບແຫ່ງຊາດ

          ວັນທີ 15 ສິງຫາ 2022, ທີ່ ໂຮງແຮມອໍາມະລີ, ເມືອງ ວັງວຽງ, ແຂວງວຽງຈັນ ກະຊວງອຸດສາຫະກຳ ແລະ ການຄ້າໄດ້ຈັດກອງປະຊຸມປຶກສາຫາລື ການສ້າງແຜນແມ່ບົດຜະລິດຕະພາບແຫ່ງຊາດ ສະບັບທຳອິດຂື້ນ ພາຍໃຕ້ການເປັນປະທານ ຂອງ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ໂດຍມີຜູ້ແທນຈາກຂະແໜງການທີ່ກ່ຽວຂ້ອງຢູ່ສູນກາງ ແລະ ຄະນະຮັບຜິດຊອບສ້າງແຜນແມ່ບົດ, ທີ່ປຶກສາພາຍໃນເຂົ້າຮ່ວມ. ຜູ້ແທນກະຊວງ ພະລັງງານ ແລະ ບໍ່ແຮ່ ນຳໂດຍ ທ່ານ ນາງ ສັນຕິສຸກ ພິມພະຈັນ ຮອງຫົວໜ້າກົມນະໂຍບາຍ ແລະ ແຜນພະລັງງານ.

           ໃນໂອກາດກ່າວເປີດກອງປະຊຸມ ທ່ານ ຮອງລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ຍົກໃຫ້ເຫັນເຖິງຄວາມເປັນມາຂອງແຜນແມ່ບົດດັ່ງກ່າວທີ່ເປັນແຜນແມ່ບົດສະບັບທຳອິດຂອງ ສປປ ລາວ ໄດ້ມີການສ້າງເປັນສະບັບພາສາອັງກິດຈາກທີມງານຊ່ຽວຊານຂອງອົງການຜະລິດຕະພາບແຫ່ງອາຊີ (APO) ທີ່ໃຫ້ການຊ່ວຍເຫຼືອລ້າໃນການສ້າງແຜນແມ່ບົດດັ່ງກ່າວປະກອບດ້ວຍສະບັບເຕັມ ແລະ ສະບັບຫຍໍ້ໂດຍໄດ້ມີການປຶກສາຫາລື ກັບຄະນະຮັບຜິດຊອບຈໍານວນ 02 ຄັ້ງຄື: ຄັ້ງທີ່ 01 (ແບບວົງແຄບ) ໃນເດືອນພະຈິກ 2020 ແລະ ຄັ້ງທີ່ 02 (ແບບເປີດກວ້າງ) ໃນເດືອນມັງກອນ 2021, ຫຼັງຈາກນັ້ນແຜນແມ່ບົດສະບັບດັ່ງກ່າວກໍ່ຍັງໄດ້ສືບຕໍ່ປັບປຸງເນື້ອໃນໂດຍການຈັດລຽງເປັນຮູບແບບເອກະສານແບບທາງການຂອງລາວ ໂດຍອີງໃສ່ເອກະສານທີ່ກ່ຽວຂ້ອງຫຼາຍສະບັບ.
ແຜນແມ່ບົດດັ່ງກ່າວໄດ້ຈັດລຽງ ແລະ ປັບປຸງເນື້ອໃນປະກອບມີ 7 ພາກໃຫ່ຍຄື: (1) ພາກສະເໜີ; (2) ການປະເມີນຜົນຜະລິດຕະພາບແຫ່ງຊາດ; (3) ສິ່ງທ້າທາຍ ແລະ ບາດກ້າວຕໍ່ໄປ; (4) ແຜນແມ່ບົດຜະລິດຕະພາບແຫ່ງຊາດ ປີ 2021 – 2030; (5) ມາດຕະການຈັດຕັ້ງປະຕິບັດ; (6) ວີທີການຈັດຕັ້ງປະຕິບັດ; ແລະ (7) ງົບປະມານ ແລະ ແຫຼ່ງທຶນ. ໂດຍທີ່ຜ່ານມາທາງ ກສວ ກໍ່ໄດ້ຕັ້ງເປົ້າໜາຍເອົາແຜນແມ່ບົດຜະລິດຕະພາບແຫ່ງຊາດເຂົ້າຜ່ານກອງປະຊຸມລັດຖະບານປະຈໍາເດືອນຕຸລາ 2021 ທີ່ຜ່ານມາ ແຕ່ເນື່ອງຈາກດ້ານເນື້ອໃນຍັງບໍ່ພ້ອມ ຈຶ່ງຂໍປັບປຸງເນື້ອໃນເພີ່ມຕື່ມອີກໃຫ້ຄົບຖ້ວນ ກ່ອນເອົາເຂົ້າຜ່ານກອງປະຊຸມລັດຖະບານໃນທ້າຍປີ 2022 ນີ້.

            ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນປຶກສາຫາລືໃນຫຼາຍບັນຫາ ເປັນຕົ້ນແມ່ນ: ການປັບປຸງໂຄງຮ່າງແຜນແມ່ບົດ ແລະ ເນື້ອໃນທີ່ຈະເອົາເຂົ້າເພິ່ມຕຶ່ມ ເພື່ອເຮັດໃຫ້ແຜນແມ່ບົດດັ່ງກ່າວມີເນື້ອໃນກະທັດຮັດຄົບຖ້ວນກ່ອນເຂົ້າກອງປະຊຸມລັດຖະບານ. ສຳລັບການຈັດກອງປະຊຸມໃນຄັ້ງນີ້ໄດ້ຮັບການສະໜັບສະໜູນຈາກໂຄງການເຂົ້່າເຖິງແຫຼ່ງທຶນຂອງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອຮັບມືກັບຜົນກະທົບ ແລະ ການຟຶ້ນຟູຈາກໂຄວິດ-19 (MSME A2F-ESR) ແລະ ກອງປະຊຸມດັ່ງກ່າວໄດ້ປິດລົງໃນເວລາ 16:00 ໂມງຂອງວັນດຽວກັນ.

ພາບ ແລະ ແຫຼ່ງຂ່າວ: ກົມສົ່ງເສີມ ວິສາຫະກິດຂະໜາດນ້ອຍ ແລະ ກາງ
ຂ່າວ: ຄຳແສງ ແກ້ວປະເສີດ