
ໃນວັນທີ 31 ຕຸລາ, ທີ່ໂຮງແຮມຄຣາວພາຊ່າ ໄດ້ມີການຈັດພິທີເປີດຫຼັກສູດການຝຶກອົບຮົມໄລຍະສັ້ນ ພາຍໃຕ້ຫົວຂໍ້ “ການເຊື່ອມສານພະລັງງານທົດແທນເຂົ້າໃນລະບົບສາຍສົ່ງ” (Grid Integration of Renewable Energy) ໃນລະຫວ່າງວັນທີ 31/10 – 30/11/2022 ໂດຍການເປັນປະທານຮ່ວມຂອງທ່ານ ປອ ອາຄົມເດດ ວົງໄຊ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ແລະ ທ່ານ Dan Heldon, ຮອງເອກອັກຄະລັກຊະທູດອົດສະຕາລີ ປະຈຳ ສປປ ລາວ. ໃນນັ້ນ, ໄດ້ມີຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນ ເຊິ່ງປະກອບມີ: ກົມແຜນການ ແລະ ການຮ່ວມມື, ກົມນະໂຍບາຍ ແລະ ແຜນພະລັງງານ, ກົມຄຸ້ມຄອງພະລັງງານ, ກົມທຸລະກິດພະລັງງານ, ກົມສົ່ງເສີມ ແລະ ປະຢັດພະລັງງານ, ສະຖາບັນຄົ້ນຄ້ວາພະລັງງານ ແລະ ບໍ່ແຮ່, ລັດວິສາຫະກິດໄຟຟ້າລາວ, ແລະ ຍັງມີອົງການຈັດຕັ້ງສາກົນ ແລະ ພາກເອກະຊົນ ລວມທັງໝົດຫຼາຍກ່ວາ 40 ທ່ານ.

ຫຼັກສູດການຝຶກອົບຮົມນີ້ ໄດ້ຈັດຂຶ້ນໂດຍການສະໜັບສະໜຸນຂອງລັດຖະບານອົດສະຕາລີ ຮ່ວມກັບມະຫາວິທະຍາໄລແຫ່ງຊາດອົດສະຕາລີ. ຈຸດປະສົງຂອງການຝຶກອົບຮົມດັ່ງກ່າວ ແມ່ນເພື່ອສ້າງຄວາມເຂົ້າໃຈ ກ່ຽວກັບການຫັນປ່ຽນພະລັງງານ, ເຕັກໂນໂລຊີ ທີ່ຈະຊ່ວຍໃຫ້ການຫັນປ່ຽນໄປສູ່ລະບົບພະລັງງານທີ່ບໍ່ມີການປ່ອຍອາຍພິດ, ແລະ ນະໂຍບາຍໃນການເຊື່ອມໂຍງພະລັງງານທົດແທນ ເຂົ້າໄປໃນຕາຂ່າຍໄຟຟ້າ ແລະ ການຫຼຸດຜ່ອນອາຍກາກບອນ ໃນທຸກຂະແໜງການ.
