ສະຫາຍ ເລຂາ ຄະນະບໍລິຫານງານ ຊປປລ ພບ ເຂົ້າຮ່ວມກອງປະຊຸມສາມັນຄົບຄະນະບໍລິຫານງານ ສຊປລ ຄັ້ງທີ 4 ສະໄໝທີ VIII

           ລະຫວ່າງວັນທີ 23-24 ມີນາ 2023 ນີ້ ສະຫາຍ ຈັນທະເລດ ວໍລະບຸດ ກໍາມະການຄະນະພັກກະຊວງ, ກໍາມະການຄະນະບໍລິຫານງານສູນກາງ ຊປປລ, ເລຂາຄະນະບໍລິຫານງານ ຊປປລ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມຄະນະເຂົ້າຮ່ວມກອງປະຊຸມສາມັນຄົບຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຄັ້ງທີ 4 ສະໄໝທີ VIII ໂດຍແມ່ນ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວແຂວງ ອຸດົມໄຊ ເປັນເຈົ້າພາບ.
          ກອງປະຊຸມໄດ້ຮັບກຽດເຂົ້າຮ່ວມ ແລະ ໂອ້ລົມຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ. ເຂົ້າຮ່ວມໃນກອງປະຊຸມມີ ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ, ເລຂາຄະນະພັກ, ເລຂາຄະນະບໍລິຫານງານ ສຊປລ, ສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງອຸດົມໄຊ, ບັນດາ ສະຫາຍ ຄະນະເລຂາທິການສູນກາງ ຊປປລ, ຄະນະບໍລິຫານງານ ສຊປລ ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມຢ່າງພ້ອມພຽງ.
           ຈຸດປະສົງຂອງກອງປະຊຸມຄັ້ງນີ້, ເພື່ອເປັນການສະຫຼຸບຕີລາຄາການເຄື່ອນໄຫວວຽກງານຂອງຄະນະບໍລິຫານງານຊາວໜຸ່ມທົ່ວປະເທດໃນໄລຍະຜ່ານມາ, ດ້ານດີ, ດ້ານອ່ອນ, ຜົນງານ ແລະ ບົດຮຽນທີ່ຖອດຖອນໄດ້, ພ້ອມທັງຜ່ານທິດທາງແຜນການໃນຕໍ່ໜ້າ. ໃນກອງປະຊຸມ, ບັນດາຜູ້ແທນເຂົ້າໄດ້ຮັບຟັງການສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະບໍລິຫານງານ ສຊປລ ຄັ້ງທີ 3 ສະໄໝທີ 8, ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃນຂົງເຂດຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ (ຄຊປປ ລາວ), ບົດສຳຫຼວດການນຳພາລວມຂອງຂອງຄະນະບໍລິຫານງານ ສູນກາງຊາວ ໜຸ່ມປະຊາຊົນ ປະຕິວັດລາວໃນ 1 ປີຜ່ານມາ, ພ້ອມນັ້ນກໍຈະໄດ້ທາບທາມ ແລະ ຮັບຮອງເອົາກຳມະການ ຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ສະໄໝທີ 8 ທີ່ຫວ່າງລົງ.
          ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ສະຫາຍ ບຸນຄົງ ຫຼ້າຈຽມພອນ ເລຂາພັກແຂວງ, ເຈົ້າແຂວງໆ ອຸດົມໄຊ ໄດ້ສະເໜີໂດຍຫຍໍ້ກ່ຽວກັບສະພາບລວມຂອງແຂວງອຸດົມໄຊ ໂດຍສະເພາະແມ່ນດ້ານທ່າແຮງ, ທີ່ຕັ້ງພູມສັນຖານ, ສະຖານທີ່ທ່ອງທ່ຽວ, ຖະໜົນຫົນທາງໃນການໄປ-ມາ ໄດ້ສະດວກສະບາຍ, ພ້ອມດຽວກັນ ສະຫາຍ ມອນໄຊ ລາວມົວຊົ່ງ ໄດ້ໂອ້ລົມ ຕໍ່ກອງປະຊຸມວ່າ: ກອງປະຊຸມຄັ້ງນີ້ສຸດທີ່ມີຄວາມໝາຍຄວາມສໍາຄັນຫຼາຍ ທີ່ຈະໄດ້ຄົ້ນຄວ້ານໍາສະເໜີບັນດາວຽກງານຕ່າງໆ ຊຶ່ງເປັນວຽກງານທີ່ສຳຄັນພື້ນຖານທີ່ພວກເຮົາຈະໄດ້ພ້ອມກັນຕີລາຄາໝາກຜົນໃນການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແລະ ພ້ອມກັນວາງທິດທາງແຜນການຈຸດສຸມທີ່ສຳຄັນເພື່ອແກ້ໄຂໃຫ້ໄດ້ຮັບດີກ່ວາເກົ່າ.
ພາບ ແລະ ຂ່າວ: ເຟສບຸກ ປະຊາຊົນ
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ