
ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 8 ພຶດສະພາ 2023 ຢູ່ຫ້ອງປະຊຸມສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ພາຍໃຕ້ການເປັນປະທານຂອງ ທ່ານ ພູວຽງ ແກ້ວບຸບຜາ ເລຂາໜ່ວຍພັກ, ຫົວໜ້າສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ . ມີຄະນະໜ່ວຍພັກ, ຄະນະສະຖາບັນ, ຄະນະສູນ, ຄະນະພະແນກ, ພະນັກງານບຳນານ ພ້ອມດ້ວຍພະນັກງານພາຍໃນສະຖາບັນເຂົ້າຮ່ວມ.

ທ່ານ ປອ ອານຸສັກ ພົງສະຫວັດ ຮອງຫົວໜ້າສະຖາບັນ ໄດ້ຂື້ນຜ່ານດໍາລັດຂອງປະທານປະເທດ, ສະບັບເລກທີ 130/ປປທ, ລົງວັນທີ 14 ກັນຍາ 2022 ວ່າດ້ວຍການປະດັບຫຼຽນໄຊແຮງງານຊັ້ນ I ໃຫ້ແກ່ບຸກຄົນດີເດັ່ນຈໍານວນ 3 ທ່ານ, ປະດັບຫຼຽນໄຊແຮງງານຊັ້ນ II ຈໍານວນ 5 ທ່ານ, ປະດັບຫຼຽນໄຊແຮງງານຊັ້ນ III ຈຳນວນ 9 ທ່ານ. ພ້ອມກັນນີ້ຍັງໄດ້ຜ່ານ ດໍາລັດຂອງ ນາຍົກລັດຖະມົນຕີ, ສະບັບເລກທີ 339/ນຍ ລົງວັນທີ 14 ກັນຍາ 2022 ວ່າດ້ວຍການປະດັບຫຼຽນກາ ໃຫ້ແກ່ບຸກຄົນດີເດັ່ນ ຈໍານວນ 10 ທ່ານ, ໃບຍ້ອງຍໍ ລັດຖະບານ ຈໍານວນ 4 ທ່ານ ແລະ ຂໍ້ຕົກລົງລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່ ວ່າດ້ວຍການຍ້ອງຍໍຜົນງານດີເດັ່ນສະບັບເລກທີ 2029/ພບ, ລົງວັນທີ 17 ຕຸລາ 2021 ວ່າດ້ວຍການຍ້ອງຍໍຂັ້ນກະຊວງຈໍານວນ 3 ທ່ານ. ໃຫ້ກຽດປະດັບຫຼຽນໄຊແຮງງານ ຊັ້ນ Ⅱ, ຊັ້ນⅢ, ຫຼຽນກາ, ໃບຍ້ອງຍໍ ລັດຖະບານ ແລະ ໃບຍ້ອງຍໍຂັ້ນກະຊວງໃນຄັ້ງນີ້ ໂດຍແມ່ນ ທ່ານ ພູວຽງ ແກ້ວບຸບຜາ ເລຂາໜ່ວຍພັກ, ຫົວໜ້າສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່.

