ພະນັກງານພາຍໃນກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຮັບການຍົກລະດັບ ກ່ຽວກັບ ການວາງແຜນເຊື່ອມຕໍ່ການນຳໃຊ້ອາໂມເນຍ-ໄຮໂດຣເຈນສີຂຽວ ກັບ ພາກສ່ວນນະໂຍບາຍ ແລະ ອຸດສາຫະກຳ

          ຊຸດຝຶກອົບຮົມໄດ້ຈັດຂຶ້ນໃນວັນທີ 31 ພຶດສະພາ 2023 ທີ່ຫ້ອງປະຊຸມຂອງ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ (ບ້ານດົງໝາກຄາຍ) ພາຍໃຕ້ການເປັນປະທານຂອງ ທ່ານ ປອ ອານຸສັກ ພົງສະຫວັດ ຮອງຫົວໜ້າສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່, ມີນັກສໍາມະນາກອນຈາກບັນດາກົມ, ສະຖາບັນເຂົ້າຮ່ວມກວ່າ 20 ທ່ານ.

          ການຝືກອົບຮົມນີ້ ແມ່ນຈັດຂື້ນ ໂດຍການຮ່ວມມືກັນລະຫວ່າງ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່, ຮ່ວມກັບ ສະຖາບັນອານາຄົດພູມມີພາກລຸ່ມແມ່ນ້ຳຂອງ (MERFI) ເພື່ອດໍາເນີນໂຄງການ “ການຫັນປ່ຽນພະລັງງານ ຢູ່ໃນ ສປປ ລາວ” ໂດຍໄດ້ຮັບທຶນສະໜັບສະໜູນ ຈາກລັດຖະບານອົດສະຕາຣີ ຜ່ານໂຄງການເພື່ອຮ່ວມມື ແລະ ຊ່ວຍເຫຼືອ ໂຄງລ່າງພື້ນຖານ (P4I)

          ທ່ານ ຮອງຫົວໜ້າສະຖາບນ ກ່າວວ່າ: ຊຸດຝຶກອົບຮົມຄັ້ງນີ້ ແມ່ນເປັນຄັ້ງທີ່ 3 ເຊິ່ງມີເປົ້າໝາຍເພື່ອສືບຕໍ່ເຜີຍແຜ່ຄວາມຮູ້ຄວາມເຂົ້າໃຈກ່ຽວກັບພະລັງງານໄຮໂດຣເຈນ-ອາໂມເນຍສີຂຽວໃຫ້ເລິກເຊິ່ງຂຶ້ນ ໂດຍທາງອາຈານສອນມີ ອາຈານ Dr Jonh Ward ແລະ Dr Alex Smajgl, ໂດຍສະເພາະແມ່ນ ຈະເນັ້ນຄວາມສໍາຄັນການນໍາໃຊ້ຜະລິດຕະພັນໄຮໂດຣເຈນ-ອາໂມເນຍສີຂຽວ ເຂົ້າໃນວຽກງານດ້ານຕ່າງໆ, ເພື່ອພັດທະນາແຜນວຽກແຜນການແຫ່ງຊາດ ແລະ ວິເຄາະຂະບວນການວິທະຍາສາດ ເພື່ອເຂົ້າຮ່ວມກັບນະໂຍບາຍດ້ານເຕັກນິກເສດຖະກິດ, ສັງຄົມ-ສີ່ງແວດລ້ອມ ແລະ ຄວາມເປັນໄປໄດ້ ທີ່ຈະເພີ່ມມູນຄ່າທາງດ້ານເສດຖະກິດ ແລະ ໃຫ້ກາຍເປັນຜູ້ນຳໃນລະດັບພູມມິພາກໃນການຜະລິດ ໄຮໂດເຈນ ແລະ ອາໂມເນຍສີຂຽວ ທີ່ເປັນມິດຕໍ່ສີ່ງແວດລ້ອມ.

          ການຈັດຝືກອົບຮົມຄັ້ງນີ້ ຊີ່ງເຫັນວ່າມີຜົນປະໂຫຍດສໍາລັບການສ້າງຄວາມສາມາດທາງດ້ານວິຊາການໃຫ້ບຸກຄະລາກອນພາກລັດເຮົາ ໃນການຮຽນຮູ້ກ່ຽວກັບວຽກງານພະລັງາານໄຮໂດເຈນ ແລະ ອາໂມເນຍສີຂຽວ ແລະ ເຂົ້າໃຈຄຸນປະໂຫຍດຂອງພະລັງງານຊະນິດນີ້ເປັນຕົ້ນແມ່ນ ການຫັນປ່ຽນພະລັງງານທົດແທນໄປສູ່ພະລັງງານສະອາດ ໃນ ສປປ ລາວ ແລະ ເປັນເຕັກໂນໂລຊີທາງເລືອກຫນື່ງທີ່ສາມາດຫັນປ່ຽນໄປສູ່ລະບົບພະລັງງານປ່ອຍມົນລະພິດເປັນສູນ.

ພາບ ແລະ ຂ່າວ: ສົມສະໜຸກ ທອງສະຫງວນ
ຮຽບຮຽງ ແລະ ກວດແກ້: ຄຳແສງ ແກ້ວປະເສີດ