ພະນັກງານ-ວິຊາການດ້ານພະລັງງານ ໄດ້ຍົກລະດັບຄວາມຮັບຮູ້ກ່ຽວກັບ ໄຮໂດຣເຈນ-ອາໂມເນຍສີຂຽວ

          ໃນຕອນເຊົ້າວັນທີ 28 ມີນາ 2023 ທີ່ຜ່ານມາ ຢູ່ຫ້ອງປະຊຸມສະຖາບັນຄົ້ນຄ້ວາພະລັງງານ ແລະ ບໍ່ແຮ່ ໄດ້ມີການຈັດຝຶກອົບຮົມໃນຫົວຂໍ້ “ການຫັນປ່ຽນພະລັງງານໃນ ສປປລາວ: ສຳລັບການນຳໃຊ້ຜະລິດຕະພັນໄຮໂດຣເຈນ-ອາໂມເນຍສີຂຽວ” ຂື້ນ, ພາຍໃຕ້ການເປັນປະທານຂອງ ທ່ານ ປອ ອານຸສັກ ພົງສະຫວັດ ຮອງຫົວໜ້າ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່, ໃນນັ້ນມີຜູ້ເຂົ້າຮ່ວມທັງຂັ້ນຮອງຫົວໜ້າກົມ, ຕາງໝ້າຈາກບັນດາກົມ, ມະຫາວິທະຍາໄລ , ວິທະຍາໄລ, ລັດວິສາຫະກິດ ອ້ອມຂ້າງກະຊວງ, ແລະ ຈາກສະຖາບັນກະຊວງອ້ອມຂ້າງສູນກາງ ຈໍານວນ 25 ຄົນ.

          ການຝືກອົບຮົມນີ້ ແມ່ນຈັດຂື້ນ ໂດຍການຮ່ວມມືກັນລະຫວ່າງ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່, ກົມສົ່ງເສີມ ແລະ ປະຫຍັດພະລັງງານ ຂອງ (ກະຊວງພະລັງງານ ແລະ ບໍ່ແຮ່) ຮ່ວມກັບສະຖາບັນອານາຄົດພູມມີພາກລຸ່ມແມ່ນ້ຳຂອງ (MERFI) ເພື່ອດໍາເນີນໂຄງການ “ການຫັນປ່ຽນພະລັງງານ ຢູ່ໃນ ສປປ ລາວ” ໂດຍໄດ້ຮັບທຶນສະໜັບສະໜູນ ຈາກລັດຖະບານອົດສະຕາຣີ ຜ່ານໂຄງການເພື່ອຮ່ວມມື ແລະ ຊ່ວຍເຫຼືອ ໂຄງລ່າງພື້ນຖານ (P4I).
          ທ່ານ ປອ ອານຸສັກ ພົງສະຫວັດ ຮອງຫົວໜ້າ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ກ່າວວ່າ: ຊຸດຝຶກອົບຮົມຄັ້ງນີ້ ແມ່ນເປັນຄັ້ງທີ່ 2 ເຊິ່ງມີເປົ້າໝາຍເພື່ອສືບຕໍ່ເຜີຍແຜ່ຄວາມຮູ້ຄວາມເຂົ້າໃຈກ່ຽວກັບພະລັງງານໄຮໂດຣເຈນ-ອາໂມເນຍສີຂຽວໃຫ້ເລິກເຊິ່ງຂຶ້ນ ໂດຍສະເພາະແມ່ນ ຄວາມສໍາຄັນການນໍາໃຊ້ຜະລິດຕະພັນໄຮໂດຣເຈນ-ອາໂມເນຍສີຂຽວເຂົ້າໃນວຽກງານດ້ານຕ່າງໆ,ເພື່ອພັດທະນາແຜນວຽກແຜນການແຫ່ງຊາດ ແລະ ເສັ້ນທາງຂອງໄຮໂດຣເຈນ-ອາໂມເນຍໃນລຸ່ມແມ່ນໍ້າຂອງ, ວິເຄາະຂະບວນການວິທະຍາສາດເພື່ອເຂົ້າຮ່ວມກັບນະໂຍບາຍດ້ານເຕັກນິກເສດຖະກິດ, ສັງຄົມ-ສີ່ງແວດລ້ອມ ແລະ ຄວາມເປັນໄປໄດ້ ທີ່ຈະເພີ່ມມູນຄ່າທາງດ້ານເສດຖະກິດ ແລະ ກາຍເປັນຜູ້ນຳໃນລະດັບພູມມິພາກໃນການຜະລິດ ໄຮໂດເຈນ ແລະ ອາໂມເນຍສີຂຽວທີ່ເປັນມິດຕໍ່ສີ່ງແວດລ້ອມ.

          ທ່ານ ຮອງຫົວໜ້າ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ກ່າວຕື່ມວ່າ: ການຈັດຝືກອົບຮົມຄັ້ງນີ້ ຊີ່ງເຫັນວ່າມີຜົນປະໂຫຍດສໍາລັບການສ້າງຄວາມສາມາດທາງດ້ານວິຊາການໃຫ້ບຸກຄະລາກອນພາກລັດເຮົາໃນການຮຽນຮູ້ກ່ຽວກັບວຽກງານພະລັງາານໄຮໂດເຈນ ແລະ ອາໂມເນຍສີຂຽວ ແລະ ເຂົ້າໃຈຄຸນປະໂຫຍດຂອງພະລັງງານຊະນິດນີ້ເປັນຕົ້ນແມ່ນ ການຫັນປ່ຽນພະລັງງານທົດແທນໄປສູ່ພະລັງງານສະອາດ ໃນ ສປປ ລາວ ແລະເປັນ ເສັ້ນທາງເຕັກໂນໂລຊີທາງເລືອກຫນື່ງທີ່ຈະຊ່ວຍໃຫ້ສາມາດຫັນປ່ຽນໄປສູ່ລະບົບພະລັງງານປ່ອຍມົນລະພິດເປັນສູນ.

ພາບ ແລະ ຂ່າວ: ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ