ລາວ-ອົດສະຕາລີ ປຶກສາຫາລື ອອກແບບສູນຄວາມເປັນເລີດຂອງພະລັງງານໄຮໂດຣເຈນ ແລະ ແອມໂມເນຍສີຂຽວໃນ ສປປລາວ

          ລະຫວ່າງວັນທີ 22-24 ພຶດສະພາ 2024 ສະຖາບັນຄົ້ນຄ້ວາພະລັງງານ ແລະ ບໍ່ແຮ່ ຮ່ວມມືກັບ Australian Government’s commonwealth Scientific and Industrial Research Organization (CSIRO) ແລະ Mekong Region Future Institute (MERFI)ໄດ້ຈັດກອງປະຊຸມປຶກສາຫາລືເພື່ອອອກແບບສູນຄວາມເປັນເລີດຂອງພະລັງງານໄຮໂດຣເຈນ ແລະ ແອມໂມເນຍສີຂຽວໃນ ສປປລາວ ຢູ່ທີ່ ໂຮງແຮມ ຄລາວພາຊາ ພາຍໃຕ້ການເປັນປະທານຂອງ ທ່ານ ປອ ອານຸສັກ ພົງສະຫວັດ ວ່າການແທນຫົວໜ້າສະຖາບັນຄົ້ນຄ້ວາພະລັງງານ ແລະ ບໍ່ແຮ່, ໂດຍມີບັນດາ ຜູ້ຕາງໜ້າຈາກ ຫ້ອງການກະຊວງ, ກົມຈັດຕັ້ງ ແລະ ພະນັກງານ, ກົມສົ່ງເສີມ ແລະ ປະຢັດພະລັງງາານ, ກົມຸຄ້ມຄອງພະລັງງານ, ກົມນະໂຍບາຍ ແລະ ແຜນພະລັງງານ, ລັດວິສາຫະກິດໄຟຟ້າລາວ, ມະຫາວິທະຍາໄລແຫ່ງຊາດ, ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເຂົ້າຮ່ວມ.

          ກອງປະຊຸມໄດ້ມີການສົນທະນາແລກປ່ຽນ ແລະ ປຶກສາຫາລືອອກແບບວາງແຜນຕັ້ງຂໍ້ກຳນົດເພື່ອພັດທະນາກົນລະຍຸດຄວາມເປັນໄປໄດ້ໃນການປ່ຽນແປງພະລັງງານຢູ່ໃນລາວເປັນຕົ້ນແມ່ນພະລັງງານສະອາດ, ຊິ່ງການຜະລິດ ແລະ ການນໍາໃຊ້ປະໂຫຍດຂອງພະລັງງານໄຮໂດເຈນ-ແອມໂມເນຍສີຂຽວຈະກາຍເປັນອົງປະກອບສຳຄັນໃນການປ່ຽນແປງພະລັງງານ ແລະ ເສດຖະກິດຂອງລາວໃນອານາຄົດເປັນຕົ້ນແມ່ນຈະສາມາດຫລຸດຜ່ອນການປ່ອຍແກ໊ສເຮືອນແກ້ວໃຫ້ກາຍເປັນສູນ.
          ພ້ອມກັນນັ້ນ, ໂຄງການດັ່ງກ່າວແມ່ນມີເປົ້າໝາຍຢາກໃຫ້ປະເທດລາວສາມາດຢູ່ໃນລະດັບແນວໜ້າດ້ານນະວັດຕະກຳພະລັງງານທີ່ຢັງຢືນໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ພ້ອມທັງສົ່ງເສີມການວິໄຈ ແລະ ພັດທະນາເຕັກໂນໂລຊີໄຣໂດຣເຈນ-ແອມໂມເນຍສີຂຽວ ແລະ ສູນຄວາມເປັນເລີດນີ້ຈະກາຍເປັນສູນກາງລະຫວ່າງພາກສ່ວນລັດຖະບານ, ອຸດສາຫະກຳ ແລະ ສະຖາບັນການສຶກສາໃນການພັດທະນາພະລັງງານສະອາດຂອງລາວໃນອານາຄົດຕໍ່ໜ້າ. 

ພາບ ແລະ ຂ່າວ: ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506