ກອງປະຊຸມສໍາມະນາ ພະລັງງານທີ່ສາມາດໃຊ້ຄືນໃໝ່ ແລະ ພະລັງງານປັນຍາ ລະຫວ່າງ ຈີນ-ເຢຍລະມັນ-ລາວ ( Sino-German-Laos Workshop “Renewable and Smart Energy”)

          ໃນຕອນເຊົ້າຂອງວັນທີ 25 ກັນຍາ 2023 ນີ້ ທີ່ຫ້ອງປະຊຸມຂອງສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ (ບ້ານດົງໝາກຄາຍ), ໄດ້ຈັດກອງປະຊຸມສຳມະນາ ກ່ຽວກັບ ພະລັງງານທີສາມາດໃຊ້ຄືນໃໝ່ ແລະ ພະລັງງານປັນຍາ ລະຫວ່າງ ຈີນ-ເຢຍລະມັນ-ລາວ ( Sino-German-Laos Workshop “Renewable and Smart Energy”) ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພູວຽງ ແກ້ວບຸບຜາ, ຫົວໜ້າສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ພ້ອມທັງປະທານຮ່ວມ ສປ ຈີນ ແລະ ເຢຍລະມັນ ແລະ ນັກສຳມະນາກອນ, ແຂກທີ່ຖືກເຊີນເຂົ້າຮ່ວມ, ກອງປະຊຸມແມ່ນຈັດຜ່ານ ລະບົບ Online.

          ທ່ານ ຍັງໄດ້ກ່າວຕື່ມວ່າ: ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ສປປ ລາວ ຂຶ້ນກັບກະຊວງພະລັງງານ ແລະ ບໍ່ແຮ່ ເປັນສະຖາບັນທີ່ມີພາລະບົດບາດໃນການສຶກສາຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຊີ, ໃນຂະແໜງພະລັງງານ ແລະ ບໍ່ແຮ່, ນັບແຕ່ປີ 2017 ເປັນຕົ້ນມາ, ສະຖາບັນພວກເຮົາ ແລະ ວິທະຍາໄລວິທະຍາສາດເຕັກໂນໂລຊີ ຄຸນໝີງ ສປ ຈີນ ໄດ້ມີການຮ່ວມມືທາງດ້ານການຄົ້ນຄວ້າ ວິທະຍາສາດ, ເຕັກໂນໂລຊີ, ການບໍາລຸງບຸກຄະລະກອນ ແລະ ການແລກປ່ຽນເຕັກໂນໂລຊີຢ່າງຮອບດ້ານ ແທດເໝາະກັບໂຕຈິງ ໂດຍບົນພື້ນຖານ ການສຶກສາ, ກໍ່ສ້າງ, ຊົມໃຊ້ເຊິງກັນ ແລະ ກັນ ຊຶ່ງທັງ 2 ຝ່າຍໄດ້ເຊັນບົດບັນທຶກຮ່ວມມື ແລະ ສັນຍາການຊ່ວຍບໍາລຸງ, ສ້າງບຸກຄະລະກອນ. ໃນປີ 2019 ພວກເຮົາ ແລະ ມະຫາວິທະຍາໄລດັ່ງກ່າວ ໄດ້ຈັດຝຶກອົບຮົມກ່ຽວກັບໂລຫະກໍາ ແລະ ພະລັງງານ ທີ່ ສປປ ລາວ;

          ໃນປີ 2021. ພາຍໃຕ້ການສະນັບສະໜູນຂອງ ແຂວງຢຸນນາມ ສປ ຈີນ, ໄດ້ຈັດຝຶກອົບຮົມໃນຫົວຂໍ້ ພະລັງງານ ສີຂຽວ ເປັນຄັ້ງທີ່ 1 ແລະ ຄັ້ງທີ່ 2 ໃນປີ 2022, ການຝຶກອົບຮົມທັງ 2 ຄັ້ງໄດ້ຝຶກອົບຮົມໃຫ້ພະນັກງານວິຊາການ ທັງໝົດ 70 ກວ່າທ່ານ ເຊິ່ງເປັນການສົ່ງເສີມຄວາມຮູ້ຄວາມສາມາດດ້ານພະລັງງານ ແລະ ບໍ່ແຮ່ ຂອງ ສປປ ລາວ ໃຫ້ແກ່ບຸກຄະລາກອນ ໄດ້ຮັບການພັດທະນາຢ່າງດີ ແລະ ຍືນຍົງ.
          ໃນເມື່ອກ່ອນ ທີ່ພະຍາດໂຄວິດລະບາດ ໄດ້ແຜ່ລາມຢູ່ໃນທົ່ວໂລກ ເປັນບັນຫາ ແລະ ອຸປະສັກທີ່ ພວກເຮົາໄດ້ປະເຊີນໜ້າ ແລະ ຜ່ານຜ່າພ້ອມກັນ, ແຕ່ກໍ່ສາມາດຜ່ານຜ່າສ້າງຄວາມໝັ້ນໃຈ ແລະ ຄວາມຕັດສິ້ນໃຈຂອງ ສອງຊາດ ລາວ-ຈີນ ລວມເຖິງ ປະຊາຊົນທົ່ວໂລກ ໃນການສະແຫວງຫາການພັດທະນາ, ການຮ່ວມມືຮ່ວມກັນ.

           ກອງປະຊຸມໃນຄັ້ງນີ້ ໄດ້ສ້າງຂົວຕໍ່ທີ່ດີໃຫ້ພວກເຮົາ ໃນການທໍາຄວາມເຂົ້າໃຈ, ແລກປ່ຽນປະສົບປະການ ແລະ ຂໍ້ມູນເຊິ່ງກັນ ແລະ ກັນ ລະຫວ່າງ 3 ພາກສ່ວນ, ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍໍ່ແຮ່ ກະຊວງ ພະລັງງານ, ມະຫາວິທະຍາໄລ ວິທະຍາສາດເຕັກໂນໂລຊີຄຸນໝີງ ແລະ ມະຫາວິທະຍາໄລ ອຸດສາຫະກໍາຄຼາວສທາວລ໌ ປະເທດເຢຍລະມັນ.
          ໃນກອງປະຊຸມຍັງໄດ້ຮັບຟັງການສຶກສາ ແລະ ຄົ້ນຄວ້າ ຂອງຜູ້ຕາງໜ້າຈາກ 3 ປະເທດເຊັ່ນ: ທ່ານ Hou Zhengmeng ຈາກ ມະຫາວິທະຍາໄລອຸດສາຫະກໍາຄຼາວສທາວລ໌ ເຢຍລະມັນ ໄດ້ນຳສະເໜີໃນຫົວຂໍ້ວ່າ “ການບັນຈຸພະລັງງານຂະໜາດໃຫຍ່ໃຕ້ດິນຂອງ Coupled with Power-to-X ພະລັງງານທີ່ສາມາດໃຊ້ຄືນໃໝ່”, ທ່ານ Heinz Palkowski ຂອງມະຫາວິທະຍາໄລອຸດສາ ຫະກໍາຄຼາວສທາວລ໌ ມາກ່າວຄຳປາໄສທີ່ມີຫົວຂໍ້ວ່າ “ນໍ້າໜັກເບົາ-ບໍ່ພຽງແຕ່ເໝາະສົມກັບລົດຍົນ” 

          ທ່ານ ນາງ ຄໍາໝັ້ນ ວົງວັນສີ, ວິຊາການ ສູນຄົ້ນຄວ້າພະລັງງານທົດແທນ ແລະ ພະລັງງານໃໝ່ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ໄດ້ນຳສະເໜີໃນຫົວຂໍ້:“ສະພາບການພັດທະນາພະລັງງານທີ່ສາມາດໃຊ້ຄືນໃໝ່ຂອງ ສປປ ລາວ”, ແລະ ທ່ານ Xu Ming Li ຂອງມະຫາວິທະຍາໄລວິທະຍາສາດເຕັກໂນໂລຊີຄຸນໝິງ ໄດ້ນຳສະເໜີໃນຫົວຂໍ້ວ່າ: “ການຄົ້ນຄວ້າທາດເລັ່ງການກະທົບຂອງອະໂລຫະມີຄ່າຂອງໝໍ້ໄຟໄຮໂດຣ ແລະ ເບື້ອງຫລັງ ການພັດທະນາພະລັງງານໄຮໂດຣເຈນ” ຕື່ມອີກ.

           ພ້ອມນັ້ນ, ທ່ານ ໄຊສະນະ ສິດທິພອນ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ຮອງປະທານຄະນະກໍາມະການຮ່ວມມື ລາວ-ຈີນ, ເຂົ້າຮ່ວມເປັນປະທານໃນການ ເປີດປ້າຍ “ສູນຄົ້ນຄວ້າ ແລະ ພັດທະນາແຂວງຢູນນານ ກ່ຽວກັບ ເຕັກນິກນະວັດຕະກໍາ ແລະ ການວິເຄາະພະລັງງານ ແລະ ບໍ່ແຮ່ ລາວ-ຈີນ”, ທີ່ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່, ກະຊວງ ພະລັງງານ ແລະ ບໍ່ແຮ່ ສປປ ລາວ, ເຊິ່ງເປັນສູນຄົ້ນຄວ້າ ກ່ຽວກັບ ເຕັກນິກນະວັດຕະກໍາ ແລະ ການວິເຄາະພະລັງງານ ແລະ ບໍ່ແຮ່ ລາວ-ຈີນ ໂດຍມີຜູ້ຕາງໜ້າຄູອາຈານ ແລະ ນັກສຶກສາ ຂອງຫ້ອງການຮ່ວມມື ແລະ ການແລກປ່ຽນຕ່າງປະເທດ, ຄະນະວິສະວະກຳຫຼໍ່ຫຼອມໂລຫະ ແລະ ພະລັງງານ, ຄະນະວິສະວະກຳຊັບພະຍາກອນທີ່ດິນ ແລະ ຄະນະອື່ນໆ ທີ່ກ່ຽວຂ້ອງ ຈາກມະຫາວິທະຍາໄລວິທະຍາ ສາດເຕັກໂນໂລຊີຄຸນໝີງ, ມີ ຊຽວຊານ ແລະ ອາຈານ ພ້ອມດ້ວຍຄະນະຈາກມະຫາວິທະຍາໄລອຸດສາຫະກໍາຄຼາວສທາວລ໌ ເຢຍລະມັນ ແລະ ພາກສ່ວນທີ່ກ່ຽວຂ້ອງຈາກ ກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ເປັນສັກຂີພິຍານໃນພິທີດັ່ງກ່າວ.
ພາບ: ສົມສະນຸກ
ຂ່າວ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່