
ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 20 ກຸມພາ 2024 ຜ່ານມາ ຢູ່ຫ້ອງປະຊຸມສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ພາຍໃຕ້ການເປັນປະທານຂອງ ທ່ານ ປອ ອານຸສັກ ພົງສະຫວັດ ເລຂາໜ່ວຍພັກ, ຫົວໜ້າສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ . ມີຄະນະສະຖາບັນ, ຄະນະສູນ, ຄະນະພະແນກ, ພ້ອມດ້ວຍພະນັກງານ ແລະ ຄະນະໜ່ວຍ ຊປປ ລາວ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ພ້ອມດ້ວຍສະມາຊິກຊາວໜຸ່ມພາຍໃນສະຖາບັນເຂົ້າຮ່ວມ.
ທ່ານ ນາງ ພິດສະໄໝ ດວງມະນີວົງ ຮອງຫົວໜ້າພະແນກຄົ້ນຄວ້າສັງລວມ, ຮອງເລຂາ ໜ່ວຍ ຊປປລ ຮາກຖານ ສພບ ໄດ້ຂື້ນຜ່ານຂໍ້ຕົກລົງ, ສະບັບເລກທີ 567/ສຊປລ, ລົງວັນທີ 26 ກໍລະກົດ 2024 ວ່າດ້ວຍການມອບຫຼຽນກາລະນຶກ 65 ປີ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໃຫ້ແກ່ບຸກຄົນກະຊວງພະລັງງານ ແລະ ບໍ່ແຮ່ ທີມີຜົນງານດີເດັ່ນ ໃນການປະກອບສ່ວນວຽກງານຄະນະຊາວໜຸ່ມປະຊາຊົນປະຕິວັດລາວໃນໄລຍະຜ່ານມາ ເຊີ່ງ ສະມາຊິກຊາວໜຸ່ມສະຖາບັນທີໄດ້ຮັບໃນຄັ້ງນີ້ມີ ຈໍານວນ 30 ສະຫາຍ, ເພດຍີງ 16 ສະຫາຍ. ພ້ອມກັນນີ້ຍັງໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 1082/ພບ ລົງວັນທີ 3 ມິຖຸນາ 2024. ວ່າດ້ວຍການຍ້ອງຍໍ ແລະ ຊົມເຊີຍ ໃຫ້ແກ່ບຸກຄົນດີເດັ່ນໃນການປະຕິບັດແຜນພັດທະນາດ້ານພະລັງງານ ແລະ ບໍ່ແຮ່ ປະຈໍາປີ 2023 ຈໍານວນ 36 ທ່ານ, ເພດຍີງ 16 ທ່ານ, ໃຫ້ກຽດປະດັບ ຫຼຽນກາລະນຶກ ຄຊປປລາວ 65 ປີ ແລະ ໃບຍ້ອງຍໍຂັ້ນກະຊວງໃນຄັ້ງນີ້ ໂດຍແມ່ນ ທ່ານ ປອ ອານຸສັກ ພົງສະຫວັດ ເລຂາໜ່ວຍພັກ, ຫົວໜ້າສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່.

ຕອນທ້າຍຂອງພິທີ ທ່ານ ປອ ອານຸສັກ ພົງສະຫວັດ ຫົວໜ້າສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ຍັງໄດ້ມີຄຳເຫັນ ໂອ້ລົມຕໍ່ກອງປະຊຸມ ແລະ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ມີຜົນງານດີເດັ່ນ ແລະ ໄດ້ຮັບການຍ້ອງຍໍຈາກພັກ, ລັດຖະບານ ໃນຄັ້ງນີ້. ພ້ອມກັນນີ້, ທ່ານ ກໍ່ໄດ້ຮຽກຮ້ອງໃຫ້ພະນັກງານ ແລະ ບັນດາສະຫາຍຊາວໜຸ່ມຈົ່ງ ຮັກສາມູນເຊື້ອ ພ້ອມທັງເສີມຂະຫຍາຍຂະບວນວຽກງານຂອງຊາວໜຸ່ມ ແລະ ວຽກງານແຜນພັດທະນາຂະແໜງການ ພະລັງງານ ແລະ ບໍ່ແຮ່ ໃນຕໍ່ໜ້າ ໃຫ້ເລິກເຊິ່ງ ເປັນຂະບວນຟົດຟື້ນ.
ພາບ ແລະ ຂ່າວ: ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ
Website:www.mem.gov.la
ສາຍດ່ວນ: 1506