ກອງປະຊຸມໃຫຍ່ຄັ້ງ IV ຂອງໜ່ວຍຮາກຖານ ຊາວໜຸ່ມປະຊາຊົນປະຕິວັດລາວ ຫ້ອງການກະຊວງ ໄດ້ເປີດຂຶ້ນ ແລະ ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ

         ພາຍຫຼັງໄດ້ກະກຽມມາແຕ່ຕົ້ນປີ 2023 ມາຮອດຕອນເຊົ້າວັນທີ 30 ມິຖຸນາ 2023 ກອງປະຊຸມໃຫຍ່ຄັ້ງ IV ຂອງໜ່ວຍຮາກຖານ ຊາວໜຸ່ມປະຊາຊົນປະຕິວັດລາວ ຫ້ອງການກະຊວງ ໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ຢູ່ຫ້ອງປະຊຸມໃຫຍ່ຊັ້ນ 5 ພາຍໃຕ້ການເປັນປະທານ ຂອງ ສະຫາຍ ຄຳແສງ ແກ້ວປະເສີດ ຄະນະປະຈຳ ຄະນະບໍລິຫານງານ ຊາວໜູ່ມປະຊາຊົນປະຕິວັດລາວກະຊວງ, ເລຂາໜ່ວຍຮາກຖານຊາວໜູ່ມປະຊາຊົນປະຕິວັດລາວຫ້ອງການກະຊວງ. ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ຈັນທະເລດ ວໍລະບຸດ ກຳມະການຄະນະບໍລິຫານງານພັກກະຊວງ, ກຳມະການຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງພະລັງງານ ແລະ ບໍ່ແຮ່; ສະຫາຍ ຄໍາໂສ້ ກຸໂພຄໍາ ກໍາມະການຄະນະບໍລິຫານງານພັກກະຊວງ, ເລຂາໜ່ວຍພັກ, ຫົວໜ້າຫ້ອງການກະຊວງ; ມີບັນດາ ສະຫາຍ ຄະນະໜ່ວຍພັກ, ຄະນະຫ້ອງການກະຊວງ; ຮອງເລຂາ ຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງ, ເລຂາ-ຮອງເລຂາ ຄະນະຊາວໜຸ່ມຮາກຖານ ແລະ ໜ່ວຍຮາກຖານອ້ອມຂ້າງກະຊວງ, ຕາງໜ້າອົງການຈັດຕັ້ງພາຄີ (ກໍາມະບານ, ແມ່ຍິງ) ພ້ອມດ້ວຍຜູ້ແທນກອງປະຊຸມໃຫຍ່ ເຂົ້າຮ່ວມທັງໝົດ 64 ສະຫາຍ.

          ກອງປະຊຸມໃຫຍ່ຄັ້ງນີ້, ໄດ້ຕົກລົງເຫັນດີ ແລະ ຮັບຮອງເອົາຫຼາຍບັນຫາທີ່ສຳຄັນ ເຊິ່ງເປັນພື້ນຖານໃຫ້ແກ່ການຊີ້ນຳ-ນຳພາວຽກງານຊາວໜຸ່ມຢູ່ຫ້ອງການກະຊວງ ເປັນຕົ້ນແມ່ນ: ໄດ້ຮັບຟັງການລາຍງານ ແລະ ຮັບຮອງເອົາ ບົດລາຍງານການເມືອງ ທັງສອງພາກ ທີ່ສະເໜີໂດຍ ສະຫາຍ ຄຳແສງ ແກ້ວປະເສີດ ຄະນະປະຈໍາ ຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງ, ເລຂາໜ່ວຍຮາກຖານ ຊາວໜຸ່ມປະຊາຊົນປະຕິວັດລາວ ຫ້ອງການກະຊວງ. ໃນບົດລາຍງານດັ່ງກ່າວ ໄດ້ຕີລາຄາຢ່າງພາວະວິໄສ ເຖິງຜົນສຳເລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການເຄື່ອນໄຫວວຽກງານຊາວໜຸ່ມຢູ່ພາຍໃນຫ້ອງການກະຊວງ;

          ຮັບຟັງການລາຍງານບົດສໍາຫຼວດການນຳພາລວມຂອງຄະນະໜ່ວຍຊຸດທີ III, ພ້ອມກັນນີ້ ຄະນະໜ່ວຍຊຸດທີ III ກໍ່ໄດ້ພ້ອມກັນກ່າວອໍາລາໜ້າທີ່ ທີ່ໄດ້ຮັບການມອບໝາຍຕະຫຼອດໄລຍະ 5 ປີທີ່ຜ່ານມາ;ກອງປະຊຸມໄດ້ຈັດພິທີຍ້ອງຍໍຊົມເຊີຍກົມກອງລວມໝູ່ ແລະ ບຸກຄົນດີເດັ່ນ ທີ່ໄດ້ປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານຊາວໜຸ່ມຕະຫຼອດໄລຍະ 5 ປີທີ່ຜ່ານມາ ໃນນີ້ມີ 1 ກົມກອງ ແລະ ບຸກຄົນດີເດັ່ນ 47 ສະຫາຍ; ຫຼັງຈາກນັ້ນ ຜູ້ແທນກອງປະຊຸມໃຫຍ່ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະໜ່ວຍຊຸດໃໝ່ ໂດຍມີຜູ້ລົງສະໝັກຮັບເລືອກຕັ້ງຈຳນວນ 5 ສະຫາຍ, ເລືອກເອົາ 3 ສະຫາຍ.

          ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະໜ່ວຍຮາກຖານ ຊາວໜຸ່ມປະຊາຊົນປະຕິວັດລາວ ຫ້ອງການກະຊວງ ຊຸດທີ IV ໄດ້ເຫັນດີເປັນເອກະສັນເລືອກເອົາ: ສະຫາຍ ແທ່ນຄຳ ຣາຊາສົມບັດ ເປັນເລຂາ, ສະຫາຍ ນາງ ລັດສະໝີ ເຮືອງທະວົງ ເປັນຮອງເລຂາ, ສະຫາຍ ນາງ ຈິນຕະນາວັນ ຊາພັກດີ ເປັນກຳມະການ, ທັງເປັນປະທານກວດກາ. ນອກຈາກນີ້, ກອງປະຊຸມໃຫຍ່ ຍັງໄດ້ປະກາດ ແລະ ມອບໃບຢັ້ງຢືນໃຫ້ສະມາຊິກຊາວໜຸ່ມຈຳນວນ 4 ທີ່ສະຫາຍ ລາອອກຈາກການເປັນສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ ເຊິ່ງປະກອບມີ: ສະຫາຍ ຄຳໂສ້ ກຸໂພຄຳ, ສະຫາຍ ສຸລິຍາ ແສງດາລາວົງ, ສະຫາຍ ວິລະໄຊ ພັນນະວົງ ແລະ ສະຫາຍ ນາງ ນວນສີ ປາງປະເສີດ;

          ຕອນທ້າຍຂອງ ກອງປະຊຸມໃຫຍ່ ໄດ້ຮັບຟັງ ການໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງ ສະຫາຍ ເລຂາຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງພະລັງງານ ແລະ ບໍ່ແຮ່ ເຊິ່ງກ່ອນອື່ນ ສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນງານທີ່ໜ່ວຍຮາກຖານ ຊາວໜຸ່ມປະຊາຊົນປະຕິວັດລາວຫ້ອງການກະຊວງ ຍາດມາໄດ້ຕະຫຼອດໄລຍະ 5 ປີຜ່ານມາ. ພ້ອມກັນນີ້, ສະຫາຍ ຍັງໄດ້ເນັ້ນໃຫ້ຄະນະໜ່ວຍຊຸດ ໃໝ່ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກຊາວໜຸ່ມພາຍໃນໜ່ວຍ ມີທັດສະນະຫຼັກໝັ້ນ, ມີຄຸນສົມບັດ, ສິນທໍາປະຕິວັດ; ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ ເພື່ອຮັບປະກັນໃຫ້ການຊີ້ນຳ-ນຳພາວຽກງານຊາວໜຸ່ມຂອງຫ້ອງການໃນຕໍ່ໜ້າ ເຕີບໃຫຍ່,

ເຂັ້ມແຂງ ແລະ ໜັກແໜ້ນກວ່າເກົ່າ; ຈັດຕັ້ງປະຕິບັດຂໍ້ແຂງຂັນ 4 ບຸກ ໃນແຕ່ລະໄລຍະ ໃຫ້ບັນລຸຕາມແຜນການທີ່ວາງໄວ້ ພ້ອມທັງຮັກສາມູນເຊື້ອເປັນຊາວໜຸ່ມ 4 ບຸກຂອງຕົນ ໃຫ້ໜັກແໜ້ນ; ນໍາພາຊາວໜຸ່ມຫ້ອງການກະຊວງ ກາຍເປັນຊາວໜຸ່ມແບບຢ່າງໃນການເຄື່ອນໄຫວວຽກງານຕ່າງໆ ເຊັ່ນ: ວຽກງານວິຊາສະເພາະ, ວຽກງານຂະບວນການ, ວຽກງານຊ່ວຍເຫຼືອສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານອື່ນໆ;

ກອງປະຊຸມໄດ້ຮຽກຮ້ອງໃຫ້ ຄະນະໜ່ວຍ ແລະ ສະມາຊິກຊາວໜຸ່ມພາຍໃນໜ່ວຍຮາກຖານ ຫ້ອງການກະຊວງ ສືບຕໍ່ຍົກສູງບົດບາດການເປັນເສນາທິການໃຫ້ການນຳກະຊວງ, ຄະນະຫ້ອງການ ແລະ ຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວກະຊວງ ໃນການຈັດຕັ້ງປະຕິບັດບັນດາມະຕິ

ຄໍາສັ່ງ, ຄໍາແນະນຳ, ແຈ້ງການ ຂອງຂັ້ນເທິງ, ກົດໝາຍ ແລະ ລະບຽບການຂອງລັດວາງອອກຢ່າງເຂັ້ມງວດ ໄປພ້ອມໆກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງລັດ, ແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃນແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ.

ໂດຍ: ທີມງານປະຊາສຳພັນ ແລະ ໄອທີ