ໃນວາລະການດຳເນີນກອງປະຊຸມ ສະຫາຍ ສຸຂັນສັກ ສີສຸກ ກຳມະການຄະນະບໍລິຫານງານພັກກະຊວງ, ເລຂາໜ່ວຍພັກ, ຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ ໄດ້ຂຶ້ນຜ່ານບົດສະຫຼຸບການນຳພາຂອງຄະນະໜ່ວຍພັກ ໃນໄລຍະ 2ປີເຄິ່ງຜ່ານມາ, ຫຼັງຈາກນັ້ນ, ສະຫາຍ ເລຂາໜ່ວຍພັກ ຍັງໄດ້ຜ່ານບົດສຳຫຼວດການນຳພາຂອງຄະນະໜ່ວຍພັກຕື່ມອີກ. ພ້ອມກັນນີ້, ກອງປະຊຸມຍັງໄດ້ປະກອບຄໍາຄິດຄໍາເຫັນ ແລະ ຕໍານິກໍ່ສ້າງເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ ພ້ອມທັງຖອດຖອນບົດຮຽນທີ່ປະຕິບັດ ແລະ ຂໍ້ບົກຜ່ອງ ທີ່ຈະຕ້ອງສືບຕໍ່ແກ້ໄຂ. ຫຼັງຈາກນັ້ນ ຜູ້ແທນກອງປະຊຸມກໍ່ໄດ້ດຳເນີນການລົງຄະແນນສຽງຄວາມໄວ້ວາງໃຈຕໍ່ການນຳພາລວມຂອງໜ່ວຍພັກ ແລະ ຕໍ່ຄະນະໜ່ວຍພັກ. ຕອນທ້າຍຂອງພິທີ ຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາຂອງ ສະຫາຍ ຄະນະປະຈຳພັກ, ປະທານກວດກາພັກ, ຮອງລັດຖະມົນຕີ ຕື່ມອີກ.