ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານວິຊາການ ດ້ານທໍລະນີສາດ

          ໃນຕອນບ່າຍວັນທີ 11 ຕຸລາ 2023, ເວລາ 13:30 ໂມງ, ທີ່ຫ້ອງປະຊຸມຂອງ ກົມທໍລະນີສາດ ແລະ ແຮ່ທາດ, ໄດ້ຈັດພິທີ ເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານວິຊາການ ລະຫວ່າງ ກົມທໍລະນີສາດ ແລະ ແຮ່ທາດ ກັບ ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສຸຂັນສັກ ສີສຸກ, ຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ ແລະ ທ່ານ ຮສ ປອ. ແຫຼມທອງ ລັດດາວົງ, ຄະນະບໍດີ ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດ, ພ້ອມດ້ວຍຜູ້ຕາງໜ້າທັງສອງພາກສ່ວນເຂົ້າຮ່ວມເປັນສັກຂີພະຍານ.

          ຈຸດປະສົງ ໃນການຮ່ວມມືໃນຄັ້ງນີ ກໍ່ເພື່ອ (1) ແລກປ່ຽນຂໍ້ມູນຂ່າວສານ ທາງດ້ານເຕັກນິກການສໍາຫຼວດສ້າງແຜນທີທໍລະນີຟິຊິກ ກຳມະວິທີຕ່າງໆ, (2) ຮ່ວມມືທາງດ້ານການສຶກສາ ເພື່ອຍົກລະດັບວິຊາສະເພາະໃຫ້ແກ່ນັກສຶກສາ, ພະນັກງານ-ວິຊາການທາງດ້ານທໍລະນີສາດ, ທໍລະນີຟິຊິກໃຫ້ສູງຂື້ນ ໃນຮູບແບບການຝຶກອົບຮົມໄລຍະສັ້ນ, ໄລຍະກາງ ແລະ ຍົກລະດັບການສຶກສາໄລຍະຍາວໃນລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ,

(3) ຮ່ວມມືກັນຄົ້ນຄວ້າ ແລະ ວິໄຈ ວຽກງານສຳຫຼວດທໍລະນີສາດແຮ່ທາດດ້ວຍວິທີການທໍລະນີຟິຊິກ ໃຫ້ມີຄວາມເຂັ້ມແຂງ ແລະ ຍົກລະດັບຄຸນນະພາບທາງດ້ານວິຊາສະເພາະຂອງນັກສຶກສາ, ພະນັກງານ-ວິຊາການ ຂອງທັງສອງຝ່າຍ, (4) ຮ່ວມມືກັນຊອກແຫຼ່ງທຶນ, ອຸປະກອນໃຫ້ແກ່ຫ້ອງທົດລອງໃຫ້ສອດຄ່ອງຕາມມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນ ທີ່ໄດ້ກຳນົດໄວ້,

(5) ຮ່ວມມືກັນສ້າງບົດແນະນໍາ, ຄູ່ມືການຝຶກອົບຮົມກ່ຽວກັບວຽກງານການສໍາຫຼວດທໍລະນີຟິຊິກ, (6) ເຂົ້າຮ່ວມຮັບຟັງລາຍງານການເຜີຍແຜ່ຜົນການສຳຫຼວດດ້ານທໍລະນີສາດ ແລະ ແຮ່ທາດ, ເຂົ້າຮ່ວມກອງປະຊຸມສຳມະນາ, ຝຶກອົບຮົມ ດ້ານວິທະນາສາດທຳມະຊາດເຊັ່ນ: ຟິຊິກສາດ, ເຄມີສາດ ແລະ ແລກປ່ຽນຂໍ້ມູນຂ່າວສານໃນຂົງເຂດວຽກງານທໍລະນີສາດ ແລະ ແຮ່ທາດ ໃຫ້ແກ່ບັນດາຄູ-ອາຈານ, ນັກຮຽນ-ນັກສຶກສາ, ບັນດາສະຖາບັນການສຶກສາ, ບັນດາກົມຕ່າງໆ ທີ່ກ່ຽວຂ້ອງ,

(7) ບັນດາຮູບແບບການຮ່ວມມືອື່ນໆ ທີ່ອາດຈະໄດ້ຮັບການຕົກລົງຮ່ວມມືກັນລະຫວ່າງສອງຝ່າຍ ຕື່ມອີກ, ແລະ ພິທີ ກໍ່ໄດ້ສິ້ນສຸດລົງໃນວັນດຽວກັນ.

ພາບ-ຂ່າວ ສົມສະນຸກ
ຮຽບຮຽງໂດຍ: ຄຳແສງ ແກ້ວປະເສີດ