
ໃນຕອນເຊົ້າ ຂອງວັນທີ 26 -27 ກັນຍາ 2023 ທີ່ຫ້ອງວ່າການປົກຄອງເມືອງຜົ້ງສາລີ ແຂວງຜົ້ງສາລີ ກົມທໍລະນີສາດ ແລະ ແຮ່ທາດ, ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມກັບຂະແໜງການທີ່ກ່ຽວຂ້ອງ ຂອງແຂວງຜົ້ງສາລີ ໄດ້ຈັດກອງປະຊຸມ ເຜີຍແຜ່ເນື້ອໃນສັນຍາ ແລະ ນິຕິກໍາຕ່າງໆ ຂອງໂຄງການຊອກຄົ້ນ ແລະ ສໍາຫຼວດຖ່ານຫີນ ມີທັງໝົດ 04 ໂຄງການຄື:
1. ໂຄງການທີ 1 ມີເນື້ອທີ່ 20,50 ກມ2 ຢູ່ເຂດບ້ານງາຍໃຕ້ ເມືອງຜົ້ງສາລີ ແລະ ບ້ານນໍ້າຢອງເກົ່າ ເມືອງບຸນເໜືອ ແຂວງຜົ້ງສາລີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ກັບ ບໍລິສັດ ສົມບູນກໍ່ສ້າງ ແລະ ສ້ອມແປງ ຂົວ-ທາງ ຈໍາກັດຜູ້ດຽວ ສະບັບລົງວັນທີ 18 ກໍລະກົດ 2023;
2. ໂຄງການທີ 2 ມີເນື້ອທີ່ 30 ກມ2 ຢູ່ເຂດບ້ານແຊວຈ້າຍ,ບ້ານປາຍໂຈ ແລະ ບ້ານຍອດພູ ເມືອງຜົ້ງສາລີ ແຂວງຜົ້ງສາລີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ກັບ ບໍລິສັດ ແອວບີຈີ ດີວີລົບເມັ້ນ ຈໍາກັດຜູ້ດຽວ ສະບັບລົງວັນທີ 25 ເມສາ 2023;

3. ໂຄງການທີ 3 ມີເນື້ອທີ່ 99 ກມ2 ຢູ່ເຂດບ້ານນໍ້າຢອງເກົ່າ ເມືອງບຸນເໜືອ ແລະ ບ້ານສົບງາມ, ບ້ານນໍ້າຢືນ, ບ້ານຈັງເຕີນ ແລະ ບ້ານກໍແມນໃໝ່ ເມືອງຜົ້ງສາລີ ແຂວງຜົ້ງສາລີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ກັບ ບໍລິສັດ ລາວຟີນິກ ອິນເວສເມັ້ນ ຈໍາກັດ ສະບັບລົງວັນທີ 19 ມີຖຸນາ 2023;
4. ໂຄງການທີ 4 ມີເນື້ອທີ່ 51,67 ກມ2 ເຂດບ້ານກຸງຈີ່ ແລະ ບ້ານວູເປົ່າເໜືອ ເມືອງຍອດອູ ແຂວງຜົ້ງສາລີ ທີ່ລັດຖະບານໄດ້ເຊັນສັນຍາວ່າດ້ວຍການ ສໍາຫຼວດ ກັບ ບໍລິສັດ ຈາງເຊິນຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ສະບັບລົງວັນທີ 28 ກໍລະກົດ 2023.
ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ຄໍາຈັນ ຫຼ້າ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ ແລະ ທ່ານ ຂາວພອນ ສຸກລາພັນ ຮອງຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ, ນອກຈາກນີ້ຍັງມີຫົວໜ້າພະແນກ ແລະ ຮອງຫົວໜ້າພະແນກຈາກຂະແໜງການທີ່ກ່ຽວຂ້ອງ ຂອງແຂວງ, ເມືອງ ແລະ ບ້ານທີ່ໂຄງການຕັ້ງຢູ່ເຂົ້າຮ່ວມຢ່າງພ້ອມພຽງ. ໂດຍຈຸດປະສົງຂອງກອງປະຊຸມເຜີຍແຜ່ເນື້ອໃນສັນຍາ ແລະ ນິຕິກໍາຕ່າງໆ ໃນຄັ້ງນີ້ ເພື່ອໃຫ້ພາກສວ່ນທີ່ກ່ຽວຂ້ອງຂອງແຂວງ, ເມືອງ, ບ້ານ ຮັບຮູ້ ແລະ ເຂົ້າໃຈການຕົກລົງຂອງລັດຖະບານທີ່ອະນຸຍາດໃຫ້ໂຄງການ ດັ່ງກ່າວໄດ້ສໍາປະທານເນື້ອທີ່, ເຂົ້າໃຈເນື້ອໃນສັນຍາ ແລະ ນິຕິກໍາທີ່ກ່ຽວຂອ້ງເພື່ອເປັນເອກະພາບໃນການຈັດຕັ້ງປະຕິບັດ ແລະ ເພື່ອເສີມສ້າງ ການມີສ່ວນຮ່ວມ ຂອງອົງການປົກຄອງທ້ອງຖິ່ນ ແລະ ປະຊາຊົນ ບ່ອນໂຄງການຕັ້ງຢູ່ ຕາມຂອບເຂດສິດ ແລະ ພາລະບົດບາດຂອງຕົນ, ສ້າງຄວາມເຂັ້ມແຂງດ້ານຂອດການປະສານງານ ລະຫວ່າງ ພາກສ່ວນທີ່ກ່ຽວຂ້ອງຂອງພາກລັດ ທັງສູນກາງ ແລະ ທ້ອງຖິ່ນ ລວມທັງ ຜູ້ພັດທະນາ ໂຄງການ ແລະ ປະຊາຊົນ ແລະ ເພື່ອເຮັດໃຫ້ບໍລິສັດ ສາມາດໍາເນີນໂຄງການຂອງຕົນ ຖຶກຕ້ອງ ແລະ ສອດຄ່ອງ ຕາມກົດໝາຍ, ລະບຽບການ, ສັນຍາ ແລະ ແຜນການເຕັກນິກທີ່ໄດ້ເຊັນຮັບຮອງ

ພ້ອມທັງສະເໜີໃຫ້ພາກສວ່ນທີ່ກ່ຽວຂ້ອງ ຂອງແຂວງ, ເມືອງ, ບ້ານ ເປັນເຈົ້າການ ໃນການຕິດຕາມ ການຈັດຕັ້ງປະຕິບັດວຽກງານພາກສະໜາມຂອງບໍລິສັດ ຕາມສິດ, ໜ້າທີ່ ແລະ ພາລະບົດບາດ ຂອງຕົນ. ບັນຫາຜົ້ນເດັ່ນທີ່ກອງປະຊຸມໄດ້ຍົກຂຶ້ນຄື ຕ້ອງເອົາໃຈໃສ່ຂອດປະສານງານ ຖ້າການດໍາເນີນວຽກງານສໍາຫຼວດ ຫາກແຕະຕ້ອງເຖິງຕອນດິນ ເຂດທໍາການຜະລິດຂອງປະຊາຊົນ ຕ້ອງໄດ້ແຈ້ງເຈົ້າຂອງດິນຮັບຊາບ ແລະ ອະນຸຍາດກ່ອນໂດຍມອບໃຫ້ຂະແໜງ ພບ ຮ່ວມກັບ ອໍານາດການປົກຄອງບ້ານ ເປັນເຈົ້າການໃນການແກ້ໄຂ, ໄກ່ເກຍ ແລະ ຊົດເຊີຍຕາມຄວາມເໝາະສົມ ຜົນກອງປະຊຸມ ເປັນເອກະພາບ ມອບໃຫ້ການນໍາເມືອງ ແລະ ອໍານາດການປົກຄອງບ້ານ ສືບຕໍ່ນໍາເອົາ ເນື້ອໃນສັນຍາ, ນິຕິກໍາຕ່າງໆ ໄປສືບຕໍ່ເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານຂອງຕົນໄດ້ເຂົ້າໃຈ ພ້ອມທັງໃຫ້ຄວາມຮ່ວມມື ແລະ ອໍານວຍຄວາມສະດວກແກ່ບໍລິສັດໃຫ້ໄດ້ຈັດຕັ້ງປະຕິບັດວຽກງານສໍາເລັດຕາມ ແຜນການ ແລະ ເວລາໃນສັນຍາທີ່ກໍານົດໄວ້. ສວ່ນບໍລິສັດກໍຕ້ອງເອົາໃຈໃສ່ ປະສານງານກັບຂະແໜງການທີ່ກ່ຽວຂ້ອງຂອງທ້ອງຖິ່ນໃຫ້ຄວາມຮ່ວມມື ແລະ ນັບຖືຮີດຄອງປະເພນີ ຂອງທ້ອງຖິ່ນຈັດຕັ້ງປະຕິບັດວຽກງານໄປຕາມແຜນການສໍາຫຼວດ ທີ່ກົມທໍລະນີສາດ ແລະ ແຮ່ທາດເຊັນຮັບຮອງ ໃຫ້ສໍາເລັດຕາມກໍານົດ ແລະ ເວລາໃນສັນຍາທີ່ລະບຸູໄວ້.
ພາບ ແລະ ຂ່າວ: ກົມທໍລະນີສາດ ແລະ ແຮ່ທາດ