ອົງການຮ່ວມມືສາກົນ ສ.ເກົາຫຼີ ສະໜັບສະໜູນໂຄງການສ້າງລະບົບຄຸ້ມຄອງຊັບພະຍາກອນນໍ້າ ແລະ ຄວາມອາດສາມາດໃນການຕອບໂຕ້ໄພພິບັດຢູ່ອ່າງຮັບນໍ້າງື່ມ ໄລຍະ2

           ກອງປະຊຸມໄດ້ຈັດຂຶ້ນໃນຕອນເຊົ້າ 19 ຕຸລາ 2023 ທີ່ໂຮງແຮມ ແລນມາກ ໂດຍການເປັນປະທານຮ່ວມຂອງ ທ່ານ ສຸລິຍາ ແສງດາລາວົງຮອງຫົວໜ້າກົມນະໂຍບາຍ ແລະ ແຜນພະລັງງານ ກະຊວງພະລັງງານແລະບໍ່ແຮ່ ແລະ ທ່ານ ນາງ Nayoung Kim ຮອງຫົວໜ້າຫ້ອງການອົງການຮ່ວມມືສາກົນ ແຫ່ງປະເທດ ເກົາຫຼີ (KOICA) ປະຈໍາ ສປປ ລາວ. ມີຜູ້ຕາງໜ້າຈາກຫ້ອງການກະຊວງ, ບັນດາກົມ, ສະຖາບັນ, ລັດວິສາຫະກິດອ້ອມຂ້າງກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
          ທ່ານ ນາງ Nayoung Kim ໄດ້ກ່າວເປີດກອງປະຊຸມວ່າ: ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອປຶກສາຫາລື ກ່ຽວກັບ ແຜນວຽກໃນຕໍ່ຫນ້າ ການຈັດຕັ້ງປະຕິບັດຂອງອົງການ KOICA ແລະ ບັນຫາທີ່ພົບພໍ້ ທີ່ຜ່ານມາ ໂດຍສະເພາະ ຈຸດທີ່ຄາດວ່າຈະມີການຕິດຕັ້ງແຕ່ລະຈຸດໃນອ່າງຮັບນ້ຳງື່ມ ຂອງແຕ່ລະສະຖານີ (ວັດແທກລະດັບນໍ້າ, ນໍ້າຝົນ ແລະ ຈຸດເຕືອນໄພ). ພ້ອມກັນນີ້, ຍັງຈະມີຫົວຂໍ້ນໍາສະເໜີຫຼາຍຂໍ້ເປັນຕົ້ນແມ່ນ: ຄວາມຄືບໜ້າ ແລະ ກົນໄກຂໍ້ຕົກລົງກ່ຽວກັບນ້ຳງື່ມ, ການປົກຄອງອ່າງແມ່ນ້ໍາຂອງ, ການສ້າງລະບົບການຄຸ້ມຄອງຊັບພະຍາກອນນ້ໍ້າໃຫ້ມີປະສິດທິພາບ ແລະ ຍົກສູງຄວາມສາມາດຮັບມືກັບໄພພິບັດສຳລັບອ່າງນ້ຳງື່ມ, ການສໍາຫຼວດພາກສະໜາມ ຈັດຕັ້ງລະບົບການຄຸ້ມຄອງຊັບພະຍາກອນນໍ້າຢ່າງມີປະສິດທິຜົນ ແລະ ຍົກສູງຄວາມສາມາດຮັບມືກັບໄພພິບັດຂອງອ່າງແມ່ນໍ້າງື່ມ; ມາດຕະຖານລະຫັດການສ້າງຕັ້ງຊັບພະຍາກອນນ້ໍາທີ່ມີປະສິດທິພາບ ລະບົບຄຸ້ມຄອງ ແລະ ເສີມຂະຫຍາຍຄວາມສາມາດຮັບມືກັບໄພພິບັດຂອງອ່າງນ້ຳງື່ມ ແລະ ລວມເຖິງຜົນການເກັບກຳຂໍ້ມູນດ້ານອຸທົກກະສາດຕື່ມອີກ.

           ທ່ານ ສຸລິຍາ ແສງດາລາວົງ ໄດ້ສະແດງຄວາມຂອບໃຈ ຕໍ່ຄະນະຮັບຜິດຊອບກະກຽມກອງປະຊຸມ, ຄະນະຊີ້ນໍາໂຄງການ, ບັນດາບໍລິສັດຜູ້ພັດທະນາໂຄງການເຂື່ອນໄຟຟ້ານໍ້າຕົກ ທີ່ໃຫ້ການຮ່ວມມື, ພິເສດແມ່ນ ຊ່ຽວຊານອົງການ KOICA ທີ່ໄດ້ຊ່ວຍໃນການສຶກສາຂໍ້ມູນ ເຮັດໃຫ້ໂຄງການດຳເນີນໄປໄດ້ຕາມແຜນການທີ່ວາງໄວ້. ເນື່ອງຈາກ ສປປ ລາວ ມີທ່າແຮງໃນການພັດທະນາເຂື່ອນໄຟຟ້ານໍ້າຕົກ ສະພາບແວດລ້ອມເອື້ອອຳນວຍ ແລະ ລັດຖະບານ ກໍ່ໄດ້ຖືເອົາການພັດທະນາເຂື່ອນໄຟຟ້ານ້ຳຕົກ ເປັນທ່າແຮງໃນການສ້າງເສດຖະກິດແຫ່ງຊາດ. ສະນັ້ນ, ເພື່ອເຮັດການພັດທະນາ ເຂື່ອນໄຟຟ້ານໍ້າຕົກ ມີປະສິດທິພາບ ແລະ ມີຄວາມຍືນຍົງ ຕ້ອງໄດ້ເອົາໃຈໃສ່ໃນການບໍລິຫານຈັດການນໍ້າ ຢ່າງເປັນ ລະບົບຄົບຊຸດ ເພື່ອການນຳໃຊ້ນ້ຳ ຢ່າງມີປະສິດທິຜົນສູງສຸດ ແລະ ມີຄວາມປອກໄພ ໃນປະເທດພວກເຮົາ.

          ທ່ານ ຮອງຫົວໜ້າກົມນະໂຍບາຍ ແລະ ແຜນພະລັງງານ ກ່າວຕື່ມວ່າ: ກະຊວງ ພະລັງງານ ແລະ ບໍ່ແຮ່ ໃນນາມຜູ້ວາງນະໂຍບາຍ, ຄຸ້ມຄອງ ແລະ ພັດທະນາ ທາງດ້ານວິຊາການ ຈຶ່ງ ເຫັນໄດ້ຄວາມສຳຄັນໃນວຽກງານບໍລິຫານຈັດການນໍ້າດັ່ງກ່າວ ແລະ ໄດ້ສ້າງເງື່ອນໄຂໃຫ້ມີການຮ່ວມມື ແລະ ຊ່ວຍເຫຼືອດ້ານວິຊາການ ຈາກປະເທດ ເກົາຫຼີໃຕ້ ຜ່ານອົງການ KOICA ປະຈຳລາວ ຈຶ່ງໄດ້ມີໂຄງການຍົກລະດັບຄວາມສາມາດໃນການຕອບໂຕ້ໄພພິບັດຢູ່ອ່າງຮັບນໍ້າງື່ມ (ໄລຍະ 2) ໂດຍໄດ້ຮັບການຊ່ວຍເຫຼືອລ້າ ຈາກລັດຖະບານ ປະເທດເກົາຫຼີໃຕ້, ປັດຈຸບັນ ທາງໂຄງການໄດ້ສໍາເລັດການສຶກສາສຳຫຼວດຈຸດທີ່ຈະຕິດຕັ້ງສະຖານີເຊັ່ນ: ສະຖານີວັດແທກລະດັບນໍ້າ, ປະລິມານນໍ້າຝົນ ແລະ ສະຖານີແຈ້ງເຕືອນ ໃນຂອບເຂດອ່າງຮັບນ້ຳ ຂອງນ້ຳງື່ມ ເພື່ອຢັ້ງຢືນຄືນ ຈຸດທີ່ຄາດວ່າຈະຕິດຕັ້ງອຸປະກອນວັດແທກໃນແຕ່ລະຈຸດ ທີ່ໄດ້ນໍາສະເໜີໃນເບື້ອງຕົ້ນແລ້ວ ໂດຍສະເພາະຈຸດວັດແທກ ລະດັບນໍ້າຢູ່ໃນຂອບເຂດໂຄງການເຂື່ອນ.

ພາບ ແລະ ຂ່າວ: ລຸ້ງຟ້າ ອົບພະຈັນ
ຮຽບຮຽງ: ຄຳແສງ ແກ້ວປະເສີດ