ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ສະຫວັນນະເຂດ ເຜີຍແຜ່ຂໍ້ຕົກລົງ ວ່າດ້ວຍການແບ່ງຂັ້ນຄຸ້ມຄອງວຽກງານທໍລະນີສາດ ແລະ ແຮ່ທາດ

          ຕອນບ່າຍວັນທີ 6 ທັນວາ 2023 ທີ່ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ສະຫວັນນະເຂດ, ກົມທໍລະນີສາດ ແລະ ແຮ່ທາດ ຮ່ວມກັບພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ສະຫວັນນະເຂດ ຈັດກອງປະຊຸມເຜີຍແຜ່ຂໍ້ຕົກລົງ ວ່າດ້ວຍການແບ່ງຂັ້ນຄຸ້ມຄອງວຽກງານທໍລະນີສາດ ແລະ ແຮ່ທາດ ລະຫວ່າງ ຂັ້ນສູນກາງ (ກົມທໍລະນີສາດ ແລະ ແຮ່ທາດ) ກັບ ທ້ອງຖິ່ນ (ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ສະຫວັນນະເຂດ) ພາຍໃຕ້ການເປັນປະທານຮ່ວມ ລະຫວ່າງ ທ່ານ ສຸຂັນສັກ ສີສຸກ ຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ ແລະ ທ່ານ ພົມມາ ຈັນທະວົງ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ສະຫວັນນະເຂດ, ມີຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງຈາກສູນກາງ ແລະ ພະແນກການອ້ອມຂ້າງແຂວງ ແລະ ບັນດາບໍລິສັດທີ່ລົງທຶນດ້ານທໍລະນີສາດ ແລະ ບໍ່ແຮ່ ຢູ່ແຂວງ ສະຫວັນນະເຂດ ເຂົ້າຮ່ວມ.

          ປະຕິບັດຕາມຂໍ້ຕົກລົງວ່າດ້ວຍການແບ່ງຂັ້ນຄຸ້ມຄອງວຽກງານທໍລະນີສາດ ແລະ ແຮ່ທາດ ລະຫວ່າງ ກົມທໍລະນີສາດ ແລະ ແຮ່ທາດ ກັບ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ສະຫວັນນະເຂດ ເລກທີ 1700/ພບ, ລົງວັນທີ 22 ສິງຫາ 2023, ອີງຕາມກົດໝາຍວ່າດ້ວຍແຮ່ທາດ ສະບັບເລກທີ 31/ສພຊ, ລົງວັນທີ 03 ພະຈິກ 2017, ອີງຕາມດໍາລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງພະລັງານ ແລະ ບໍ່ແຮ່ ສະບັບເລກທີ 624/ນຍ, ລົງວັນທີ 22 ຕຸລາ 2021, ອີງຕາມແຜນພັດທະນາພະລັງງານ ແລະ ບໍ່ແຮ່ 05 ປີ ຄັ້ງທີ IX (2021-2025), ອີງຕາມສັນຍາຂອງບັນດາບໍລິສັດທີ່ໄດ້ເຊັນສັນຍາກັບລັດຖະບານແຫ່ງ ສປປ ລາວ ວ່າດ້ວຍການຊອກຄົ້ນ ແລະ ສຳຫຼວດແຮ່ທາດ.

          ຈຸດປະສົງຂອງກອງປະຊຸມເຜີຍແຜ່ໃນຄັ້ງນີ້ ກໍ່ເພື່ອ ກໍານົດໜ້າທີ່, ຂອບເຂດ ແລະ ການແບ່ງຄວາມຮັບຜິດຊອບວຽກງານທໍລະນີສາດ ແລະ ແຮ່ທາດ ລະຫວ່າງກົມທໍລະນີສາດ ແລະ ແຮ່ທາດ ກັບ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ສະຫວັນນະເຂດ, ເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວຂອງວຽກງານທໍລະນີສາດ ແລະ ແຮ່ທາດ ໃຫ້ໄດ້ຮັບປະສິດທີຜົນສູງ. ຮັບປະກັນໃຫ້ມີຄວາມເອກະພາບ ແລະ ຄວາມຮັບຜິດຊອບ, ສິດ ແລະ ໜ້າທີ່ແຕ່ລະຂັ້ນຢ່າງຈະແຈ້ງ, ເປັນລະບົບຕໍ່ເນື່ອງ, ວິທະຍາສາດ, ມີຫົວຄິດປະດິດສ້າງ ແລະ ສອດຄ່ອງກັບຈຸດພິເສດຂອງທ້ອງຖິ່ນ, ເປັນລະບົບການຈັດຕັ້ງປະຕິບັດທີ່ມີແຜນການ, ມີການຕິດຕາມ, ກວດກາ, ການສະຫຼຸບ, ຕີລາຄາ, ຖອດຖອນບົດຮຽນ, ລາຍງານໃຫ້ຂະແໜງການ ແລະ ການນຳຂັ້ນເທິງເພື່ອຊາບ, ຂໍ້ຕົກລົງສະບັບນີ້ນຳໃຊ້ສະເພາະໃນການປະຕິບັດວຽກງານທໍລະນີສາດ ແລະ ແຮ່ທາດ ລະຫວ່າງກົມທໍລະນີສາດ ແລະ ແຮ່ທາດ ກັບ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ສະຫວັນນະເຂດ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

           ເພື່ອຈັດຕັ້ງປະຕິບັດ ພາລະບົດບາດ, ໜ້າທີ່ການເມືອງ ແລະ ທິດທາງແຜນການລວມ ຂອງວຽກງານທໍລະນີສາດ ແລະ ແຮ່ທາດ ໂດໃຫ້ສອດຄ່ອງກັບແຜນພັດທະນາພະລັງງານ ແລະ ບໍ່ແຮ່ 05 ປີ ຄັ້ງທີ IX (2021-2025), ໂດຍຜັນຂະຫຍາຍຈາກແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນແຕ່ລະໄລຍະ, ຊຸກຍູ້ໂຄງການລົງທຶນສາມາດບັນລຸເປົ້າໝາຍວຽກງານທາງດ້ານເຕັກນິກການຊອກຄົ້ນ ແລະ ສຳຫຼວດແຮ່ທາດ, ພ້ອມທັງເປັນເຈົ້າການປະຕິບັດພັນທະທາງດ້ານສິ່ງແວດລ້ອມ ແລະ ສັງຄົມ ແນ່ໃສ່ຮັບປະກັນເພື່ອຫຼຸດຜ່ອນຜົນກະທົບໃຫ້ໜ້ອຍທີ່ສຸດ ແລະ ຄຸ້ມຄອງການນຳໃຊ້ຊັບພະຍາກອນແຮ່ທາດເພື່ອການພັດທະນາແຮ່ທາດຕາມທິດສີຂຽວ ແລະ ຍືນຍົງ.
ພາບ ແລະ ຂ່າວ: ວຽງສະຫວັນ ປຣະດິດ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
ສາຍດ່ວນ: 1506