ກົມທໍລະນີສາດ ແລະ ແຮ່ທາດ ລົງເຜີຍແຜ່ສັນຍາສຶກສາສຳຫຼວດແຮ່ທາດ ຢູ່ ແຂວງສາລະວັນ ແລະ ແຂວງ ເຊກອງ

          ລະຫວ່າງວັນທີ 12-15 ພຶດສະພາ 2023 ຜ່ານມານີ້, ກົມທໍລະນີສາດ ແລະ ແຮ່ທາດ ຮ່ວມກັບພະແນກພະລັງງານ ແລະ ບໍ່ແຮ່ ແຂວງສາລະວັນ ແລະ ແຂວງ ເຊກອງ ໄດ້ລົງເຜີຍແຜ່ສັນຍາສຶກສາສຳຫຼວດໂຄງການລົງທຶນດ້ານທໍລະນີສາດ ແລະ ແຮ່ທາດ ໃນນີ້, ວັນທີ 12 ພຶດສະພາ 2023 ຢູ່ແຂວງສາລະວັນ ແມ່ນໂຄງການສໍາປະທານ ສໍາຫຼວດຖ່ານຫີນ ແລະ ຫີນປູນ ຂອງບໍລິສັດ ຈຸງຢາອີຊີ ຊີມັງລາວ ຈໍາກັດຜູ້ດຽວ ໃນເນື້ອທີ່ 67,76 ກິໂລຕາແມັດ, ໃນນັ້ນໄດ້ແບ່ງອອກເປັນ 2 ເຂດຄື: ເຂດທີ່ 1 ມີເນື້ອທີ່ 49,52 ກິໂລຕາແມັດ ຢູ່ເຂດເມືອງສາລະວັນ ແລະ ເຂດທີ 2 ມີເນື້ອທີ່ 15,24 ກິໂລຕາແມັດ ຢູ່ເຂດເມືອງຕຸ້ມລານ ແຂວງສາລະວັນ, ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ຂາວພອນ ສຸກລາພັນ ຮອງຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ, ທ່ານ ທອງໃສ ເພັດລາສີ ເຈົ້າເມືອງ ເມືອງຕຸ້ມລານ ແລະ ທ່ານ ທົງໄຊ ບຸນທິສະຫວັດ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງສາລະວັນ. ນອກຈາກນີ້ຍັງມີຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງ ຂອງທ້ອງຖິ່ນ, ເມືອງ ແລະ ບ້ານທີ່ໂຄງການຕັ້ງຢູ່ເຂົ້າຮ່ວມຢ່າງພ້ອມພຽງ.
          ຕໍ່ມາໃນວັນທີ 15 ພຶດສະພາ 2023 ທີ່ຫ້ອງວ່າການປົກຄອງແຂວງເຊກອງ ໄດ້ຈັດກອງປະຊຸມ ເຜີຍແຜ່ເນື້ອໃນສັນຍາ ແລະ ນິຕິກໍາຕ່າງໆ ຂອງໂຄງການສໍາປະທານ ສໍາຫຼວດແຮ່ຫາຍາກ ໃນເນື້ອທີ່ 47 ກິໂລຕາແມັດ, ຢູ່ເຂດບ້ານບຣ໋ອງນ້ອຍ ເມືອງດາກຈຶງ ແຂວງເຊກອງ, ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ປອ ແພງສີ ສີລາວີ ຄະນະປະຈໍາພັກແຂວງ ຮອງປະທານສະພາປະຊາຊົນແຂວງ, ທ່ານ ຂາວພອນ ສຸກລາພັນ ຮອງຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ ແລະ ທ່ານ ໄລສວນ ມິດສຸວັນ ເຈົ້າເມືອງເມືອງດາກຈຶງ ນອກຈາກນີ້ຍັງມີຫົວໜ້າພະແນກ ແລະ ຮອງຫົວໜ້າພະແນກຈາກຂະແໜງການທີ່ກ່ຽວຂ້ອງ ຂອງແຂວງ, ເມືອງ ແລະ ບ້ານທີ່ໂຄງການຕັ້ງຢູ່ເຂົ້າຮ່ວມຢ່າງພ້ອມພຽງ.

          ຈຸດປະສົງຂອງກອງປະຊຸມເຜີຍແຜ່ເນື້ອໃນສັນຍາ ແລະ ນິຕິກໍາຕ່າງໆ ໃນຄັ້ງນີ້ ເພື່ອໃຫ້ພາກສວ່ນທີ່ກ່ຽວຂ້ອງຂອງແຂວງ, ເມືອງ, ບ້ານ ຮັບຮູ້ ແລະ ເຂົ້າໃຈການຕົກລົງຂອງ ລັດຖະບານ ທີ່ອະນຸຍາດໃຫ້ບໍລິສັດ ດັ່ງກ່າວໄດ້ສໍາປະທານເນື້ອທີ່, ເຂົ້າໃຈເນື້ອໃນສັນຍາ ແລະ ນິຕິກໍາທີ່ກ່ຽວຂອ້ງເພື່ອເປັນເອກະພາບໃນການຈັດຕັ້ງປະຕິບັດ ພ້ອມທັງສະເໜີໃຫ້ພາກສວ່ນທີ່ກ່ຽວຂ້ອງ ຂອງແຂວງ, ເມືອງ, ບ້ານ ເປັນເຈົ້າການ ໃນການຕິດຕາມ ການຈັດຕັ້ງປະຕິບັດວຽກງານພາກສະໜາມຂອງບໍລິສັດ ຕາມສິດ, ໜ້າທີ່ ແລະ ພາລະບົດບາດ ຂອງຕົນ. ບັນຫາຜົ້ນເດັ່ນທີ່ກອງປະຊຸມໄດ້ຍົກຂຶ້ນຄື ຕ້ອງເອົາໃຈໃສ່ຂອດປະສານງານ ຖ້າການດໍາເນີນວຽກງານສໍາຫຼວດ ຫາກແຕະຕ້ອງເຖິງຕອນດິນ ເຂດທໍາການຜະລິດຂອງປະຊາຊົນ ຕ້ອງໄດ້ແຈ້ງເຈົ້າຂອງດິນຮັບຊາບ ແລະ ອະນຸຍາດກ່ອນໂດຍມອບໃຫ້ຂະແໜງ ພະລັງງານ ແລະ ບໍ່ແຮ່ ຮ່ວມກັບ ອໍານາດການປົກຄອງບ້ານ ເປັນເຈົ້າການໃນການແກ້ໄຂ, ໄກ່ເກຍ ແລະ ຊົດເຊີຍຕາມຄວາມເໝາະສົມ. ຜົນກອງປະຊຸມ ເປັນເອກະພາບ ມອບໃຫ້ການນໍາເມືອງ ແລະ ອໍານາດການປົກຄອງບ້ານ ສືບຕໍ່ນໍາເອົາ ເນື້ອໃນສັນຍາ, ນິຕິກໍາຕ່າງໆ ໄປສືບຕໍ່ເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານຂອງຕົນໄດ້ເຂົ້າໃຈ ພ້ອມທັງໃຫ້ຄວາມຮ່ວມມື ແລະ ອໍານວຍຄວາມສະດວກແກ່ບໍລິສັດໃຫ້ໄດ້ຈັດຕັ້ງປະຕິບັດວຽກງານສໍາເລັດຕາມ ແຜນການ ແລະ ເວລາໃນສັນຍາທີ່ກໍານົດໄວ້. ສວ່ນບໍລິສັດກໍຕ້ອງເອົາໃຈໃສ່ ປະສານງານກັບຂະແໜງການທີ່ກ່ຽວຂ້ອງຂອງທ້ອງຖິ່ນ, ໃຫ້ຄວາມຮ່ວມມື ແລະ ນັບຖືຮີດຄອງປະເພນີ ຂອງທ້ອງຖິ່ນຈັດຕັ້ງປະຕິບັດວຽກງານໄປຕາມແຜນການສໍາຫຼວດ ທີ່ກົມທໍລະນີສາດ ແລະ ແຮ່ທາດເຊັນຮັບຮອງ ໃຫ້ສໍາເລັດຕາມກໍານົດ ແລະ ເວລາໃນສັນຍາທີ່ລະບຸູໄວ້


ພາບ ແລະ ຂ່າວ: ກົມທໍລະນີສາດ ແລະ ແຮ່ທາດ
ຮຽບຮຽງ ແລະ ກວດແກ້: ຄໍາແສງ ແກ້ວປະເສີດ