
ໃນຕອນເຊົ້າ ຂອງວັນທີ 5 ມິຖຸນາ 2023 ທີ່ເມືອງຊໍາໃຕ້ ແຂວງຫົວພັນ, ກົມທໍລະນີສາດ ແລະ ແຮ່ທາດ ແລະ ກົມຄຸ້ມຄອງບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມກັບຂະແໜງການທີ່ກ່ຽວຂ້ອງ ຂອງແຂວງຫົວພັນ ໄດ້ຈັດກອງປະຊຸມ ເຜີຍແຜ່ເນື້ອໃນສັນຍາ ແລະ ນິຕິກໍາຕ່າງໆ ຂອງໂຄງການສໍາປະທານ ສໍາຫຼວດແຮ່ຫາຍາກ ໃນເນື້ອທີ່ 5 ກິໂລຕາແມັດ ແລະ ໂຄງການສໍາປະທານ ຂຸດຄົ້ນ ແລະ ປຸງແຕ່ງແຮ່ຫາຍາກ ແບບທົດລອງ ໃນເນື້ອທີ່ 5 ກິໂລຕາແມັດ , ຢູ່ເຂດບ້ານໜອງແຮດ ເມືອງຊໍາໃຕ້ ແຂວງຫົວພັນ, ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ພອນຈັນ ຂະທຸມພົນ ເຈົ້າເມືອງໆຊໍາໃຕ້ ແລະ ທ່ານ ສະຖາພອນ ດວງຕາວັນ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່ ນອກຈາກນີ້ຍັງມີຫົວໜ້າພະແນກ ແລະ ຮອງຫົວໜ້າພະແນກຈາກຂະ ແໜງການທີ່ກ່ຽວຂ້ອງ ຂອງແຂວງ, ເມືອງ ແລະ ບ້ານທີ່ໂຄງການຕັ້ງຢູ່ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງກອງປະຊຸມເຜີຍແຜ່ເນື້ອໃນສັນຍາ ແລະ ນິຕິກໍາຕ່າງໆ ໃນຄັ້ງນີ້ ເພື່ອໃຫ້ພາກສວ່ນທີ່ກ່ຽວຂ້ອງຂອງແຂວງ, ເມືອງ, ບ້ານ ຮັບຮູ້ ແລະ ເຂົ້າໃຈການຕົກລົງຂອງລັດຖະບານທີ່ອະນຸຍາດໃຫ້ບໍລິສັດ ດັ່ງກ່າວໄດ້ສໍາປະທານເນື້ອທີ່, ເຂົ້າໃຈເນື້ອໃນສັນຍາ ແລະ ນິຕິກໍາທີ່ກ່ຽວຂອ້ງເພື່ອເປັນເອກະພາບໃນການຈັດຕັ້ງປະຕິບັດ ພ້ອມທັງສະເໜີໃຫ້ພາກສວ່ນທີ່ກ່ຽວຂ້ອງ ຂອງແຂວງ, ເມືອງ, ບ້ານ ເປັນເຈົ້າການ ໃນການຕິດຕາມ ການຈັດຕັ້ງປະຕິບັດວຽກງານພາກສະໜາມຂອງບໍລິສັດ ຕາມສິດ, ໜ້າທີ່ ແລະ ພາລະບົດບາດ ຂອງຕົນ. ບັນຫາຜົ້ນເດັ່ນທີ່ກອງປະຊຸມໄດ້ຍົກຂຶ້ນຄື ຕ້ອງເອົາໃຈໃສ່ຂອດປະສານງານ ຖ້າການດໍາເນີນວຽກງານສໍາຫຼວດ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ຫາຍາກ ແບບທົດລອງ ຫາກແຕະຕ້ອງເຖິງຕອນດິນ ເຂດທໍາການຜະລິດຂອງປະຊາຊົນ ຕ້ອງໄດ້ແຈ້ງເຈົ້າຂອງດິນຮັບຊາບ ແລະ ອະນຸຍາດກ່ອນໂດຍມອບໃຫ້ຂະແໜງ ພບ ຮ່ວມກັບ ອໍານາດການປົກຄອງບ້ານ ເປັນເຈົ້າການໃນການແກ້ໄຂ, ໄກ່ເກຍ ແລະ ຊົດເຊີຍຕາມຄວາມເໝາະສົມ ຜົນກອງປະຊຸມ ເປັນເອກະພາບ ມອບໃຫ້ການນໍາເມືອງ ແລະ ອໍານາດການປົກຄອງບ້ານ ສືບຕໍ່ນໍາເອົາ ເນື້ອໃນສັນຍາ, ນິຕິກໍາຕ່າງໆ ໄປສືບຕໍ່ເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານຂອງຕົນໄດ້ເຂົ້າໃຈ ພ້ອມທັງໃຫ້ຄວາມຮ່ວມມື ແລະ ອໍານວຍຄວາມສະດວກແກ່ບໍລິສັດໃຫ້ໄດ້ຈັດຕັ້ງປະຕິບັດວຽກງານສໍາເລັດຕາມ ແຜນການ ແລະ ເວລາໃນສັນຍາທີ່ກໍານົດໄວ້. ສວ່ນບໍລິສັດກໍຕ້ອງເອົາໃຈໃສ່ ປະສານງານກັບຂະແໜງການທີ່ກ່ຽວຂ້ອງຂອງທ້ອງຖິ່ນໃຫ້ຄວາມຮ່ວມມື ແລະ ນັບຖືຮີດຄອງປະເພນີ ຂອງທ້ອງຖິ່ນຈັດຕັ້ງປະຕິບັດວຽກງານໄປຕາມແຜນການສໍາຫຼວດ, ຂຸດຄົ້ນ ແລະ ປຸງແຕ່ງ ທີ່ກົມທໍລະນີສາດ ແລະ ແຮ່ທາດ ແລະ ກົມຄຸ້ມຄອງບໍ່ແຮ່ ເຊັນຮັບຮອງ ໃຫ້ສໍາເລັດຕາມກໍານົດ ແລະ ເວລາໃນສັນຍາທີ່ລະບຸູໄວ້.
ພາບ ແລະ ຂ່າວ: ກົມທໍລະນີສາດ ແລະ ແຮ່ທາດ
ຮຽບຮຽງ: ຄໍາແສງ ແກ້ວປະເສີດ