48ປີຜ່ານມາ ມີ ປະຊາຊົນລາວບັນດາເຜົ່າ ຈຳນວນ 238 ບ້ານ, 12.526 ຫຼັງຄາເຮືອນ ໄດ້ຮັບການຍົກຍ້າຍ, ຈັດສັນ ຊີວິດການເປັນຢູ່ທີ່ດີຂຶ້ນກວ່າເກົ່າ(ເນື່ອງໃນວັນຊາດທີ 2 ທັນວາ ຄົບຮອບ 48 ປີ)

          ໃນວັນທີ 1 ທັນວາ 2023 ຜ່ານມານີ້, ທ່ານ ຄຳໂສ້ ກຸໂພຄຳ ຄະນະພັກກະຊວງ, ຫົວໜ້າຫ້ອງການກະຊວງ, ຫົວໜ້າໂຄສົກປະຈຳກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ໃຫ້ຮູ້ວ່າ: ສັງລວມແລ້ວ ການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ຕະຫຼອດໄລຍະ 48 ປີທີ່ຜ່ານມາ ເຫັນວ່າ ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດຢ່າງໜັກແໜ້ນ ໃນນີ້ອັນທີ່ພົ້ນເດັ່ນ:
– ໄດ້ປະກອບເຂົ້າໃນໂຄງປະກອບເສດຖະກິດແຫ່ງຊາດ ຫຼື GDP 14,03% (ປີ2023) ໃນນີ້,ຂະແໜງ ພະລັງງານໄຟຟ້າ ກວມເອົາ 10,8% ແລະ ຂະແໜງບໍ່ແຮ່ ກວມເອົາ 3,5%;
– ໄດ້ປະກອບສ່ວນເຂົ້າອົງປະກອບການສົ່ງອອກສິນຄ້າໃນຂອບເຂດທົ່ວປະເທດ ກວມເອົາ 44,68%. ໃນນັ້ນ, ພະລັງງານໄຟຟ້າ ປະກອບສ່ວນ 27% ແລະ ບໍ່ແຮ່ 17,68%.
– ນອກຈາກນີ້, ຂະແໜງການພະລັງງານ ແລະ ບໍ່ແຮ່ ຍັງໄດ້ປະກອບສ່ວນເຂົ້າງົບປະມານແຫ່ງລັດ ສະເພາະ 6 ເດືອນຕົ້ນປີ 2023 ມີທັງໝົດ 341 ຕື້ກີບ ແລະ 72ລ້ານໂດລາສະຫະລັດ ໃນນີ້,ຂະແໜງ ໄຟຟ້າ 341 ຕື້ກີບ ແລະ ຂະແໜງບໍ່ແຮ່ 72 ລ້ານໂດລາສະຫະລັດ.
– ປະກອບສ່ວນເຂົ້າໃນໂຄງການຍົກຍ້າຍຈັດສັນ ແລະ ຟື້ນຟູຊີວິດການເປັນຢູຂອງປະຊາຊົນ ໄດ້ທັງໝົດ 30 ໂຄງການ, ທີ່ນອນຢູ່ໃນ 17 ແຂວງ, 37 ເມືອງ, 238 ບ້ານ, 12.526 ຫຼັງຄາເຮືອນ ໂດຍນຳໃຊ້ງົບປະມານທັງໝົດ 929.635.430 (ເກົ້າຮ້ອຍຊາວເກົ້າລ້ານຫົກແສນສາມສິບຫ້າພັນສີ່ຮ້ອຍສາມສິບ) ໂດລາສະຫະລັດ ແລະ 70.415.830.804 (ເຈັດສິບຕື້ສີ່ຮ້ອຍສິບຫ້າລ້ານແປດແສນສາມສິບພັນແປດຮ້ອຍສີ່) ກີບ. ນອກຈາກນີ້, ຍັງໄດ້ກໍ່ສ້າງພື້ນຖານໂຄງລ່າງ ແລະ ສິ່ງອໍານວຍຄວາມສະດວກອື່ນໆເຊັ່ນ: ຖະໜົນຫົນທາງ, ໄຟຟ້າ, ນໍ້າປະປາ, ໂຮງຮຽນ, ໂຮງໝໍ, ຕະຫຼາດ, ສະຖານີລົດໂດຍສານ, ຍົກລະດັບຄວາມຮູ້ການປູກຝັງ, ລ້ຽງສັດ, ການປະມົງ ແລະ ການສ້າງອາຊີບທີ່ໝັ້ນຄົງ ທັງນີ້, ກໍ່ເພື່ອຮັບປະກັນໃຫ້ປະຊາຊົນທີ່ໄດ້ຮັບການຍົກຍ້າຍ, ຈັດສັນ ແລະ ຟື້ນຟູ ຈາກໂຄງການລົງທຶນດ້ານພະລັງງານ ແລະ ບໍ່ແຮ່ ໄດ້ຮັບການປັບປຸງ ແລະ ຍົກລະດັບຊີວິດການເປັນຢູ່ ທີ່ດີຂຶ້ນກວ່າກ່ອນການຍົກຍ້າຍຈັດສັນ ແລະ ກ້າວໄປເຖິງການຫຼຸດພົ້ນອອກຈາກຄວາມຍາກຈົນໃຫ້ໄດ້ຢ່າງສິ້ນເຊີງ.
ຮຽບຮຽງໂດຍ: ຄຳແສງ ແກ້ວປະເສີດ