ເຂົ້າຮ່ວມກອງປະຊຸມຄັ້ງທີ 9 ຂອງຄະນະທີ່ປຶກສາສູນພະລັງງານອາຊຽນ (The 9th ASEAN Centre Energy (ACE) Advisory Panel (AP) Meeting) ໃນລະຫວ່າງ 23-24 ມັງກອນ 2024

           ໃນລະຫວ່າງ 23-24 ມັງກອນ 2024 ນຳພາໂດຍທ່ານ ປອ. ອາຄົມເດດ ວົງໄຊ ຫົວໜ້າເຈົ້າໜ້າທີ່ອາວຸໂສພະລັງງານອາຊຽນ, ຫົວໜ້າກົມແຜນການ ແລະ ການຮ່ວມມື ພ້ອມດ້ວຍຄະນະວິຊາການຈາກຫ້ອງການກະຊວງ ແລະ ກຜຮ ເຂົ້າຮ່ວມກອງປະຊຸມຄັ້ງທີ 9 ຂອງຄະນະທີ່ປຶກສາສູນພະລັງງານອາຊຽນ (The 9th ASEAN Centre Energy (ACE) Advisory Panel (AP) Meeting) ທີ່ປະເທດ ອີນໂດເນເຊຍ. ກອງປະຊຸມມີຈຸດປະສົງເພື່ອໃຫ້ຄໍາເຫັນ, ຄໍາແນະນໍາໃນການສ້າງສູນພະລັງງານອາຊຽນ ACE ໃຫ້ກາຍເປັນສູນຄັງສະໝອງ Think Tank ດ້ານພະລັງງານ ໂດຍການເຂົ້າຮ່ວມປະຊຸມກັບທຸກໆ 5 ປະເທດທີ່ໝຸນກັນເປັນປະທານ, ເຊິ່ງປີ 2024 ນີ້ ສປປ ລາວ ກໍຖືກບັນຈຸຢູ່ໃນ Advisory Panel ຮ່ວມກັບອີກ 4 ປະເທດຄື: ບູໄນ, ກໍາປູເຈຍ, ສປປ ລາວ, ອິນໂດເນເຊຍ. ພ້ອມນີ້, ການປຶກສາຫາລືໃນກອງປະຊຸມດັ່ງກ່າວແມ່ນຈະໄດ້ຖືກສັງລວມເພື່ອນຳເຂົ້າລາຍງານ ແລະ ສະເໜີໃນກອງປະຊຸມຄະນະກຳມະການບໍລິຫານສູນພະລັງງານອາຊຽນ ຄັ້ງທີ 26 (The 26th Governing Council Meeting of the ASEAN Centre for Energy (26th ACE GC Meeting)) ເຊີ່ງເປັນ 1 ວາລະໃນກອງປະຊຸມພິເສດເຈົ້າໜ້າທີອາວຸໂສພະລັງງານອາຊຽນ (Special SOME) ທີ່ຈະຈັດຂື້ນໃນວັນທີ 30 ມັງກອນ ຫາ 01 ກຸມພາ 2024 ທີ່ຫລວງພະບາງ ໂດຍ ສປປ ລາວ ເປັນປະທານ.

         ກອງປະຊຸມໄດ້ຮັບຟັງການລາຍງານຜົນສຳເລັດການຈັດຕັ້ງປະຕິບັດບັນດາກິດຈະກຳ, ການບໍລິຫານ ແລະ ການນຳໃຊ້ງົບປະມານລາຍຮັບ-ລາຍຈ່າຍພາຍໃຕ້ແຜນ APEAC ລວມທັງສະຖານະການເງີນ ໂດຍ ACE ໃນປີ 2023 ຜ່ານມາ ແລະ ແຜນຈັດຕັ້ງປະຕິບັດຕໍ່ໜ້າປີ 2024 . ໃນນັ້ນ, ກອງປະຊຸມໄດ້ປຶກສາກັນບາງບັນຫາພົ້ນເດັ່ນເປັນຕົ້ນ: ການສະພັກດັນໃຫ້ໂຄງການ Lao Energy Sector Program (LES) USAID ຂອງລັດຖະບານ US ສືບຕໍ່ດຳເນີນ ແລະ ຖືກອະນຸມັດ MOU ເພື່ອຈະໃຫ້ ACE ຮ່ວມກັບ Smart Power Program (Under USAID) ສືບຕໍ່ໃນການຈັດຕັ້ງປະຕິບັດໂຄງການ: ເປັນຕົ້ນການຊອກຫາ ແລະ ວ່າຈ້າງທີ່ປຶກສາມາເຮັດກິດຈະກຳຕ່າງໆ; ປຶກສາຫາລືກ່ຽວການປະເມີນຜູ້ອຳນວຍການ ACE ເນື່ອງຈາກທຸກໆ 3 ປີ ຈະຕ້ອງໄດ້ປະເມີນ ແລະ ສາມາດຕໍ່ສັນຍາໄດ້ບໍ່ເກີນ 2 ປີ. ຕໍ່ບັນຫາດັ່ງກ່າວກອງປະຊຸມເອກະພາບໃຫ້ມີການທົບທວນ ແລະ ດັດແກ້ສັນຍາເພີ່ມຕື່ມເພື່ອບໍ່ໃຫ້ມີຫລາຍຂັ້ນຕອນໃນການວ່າງຈ້າງຖ້າຫາກເຫັນວ່າ ຜົນການປະເມີນອອກມາດີ ກໍ່ສາມາດສືບຕໍ່ເຊັນສັນຍາວ່າຈ້າງຜູ້ເກົ່າໄດ້ເລີຍ; ການສະເໜີກອງປະຊຸມເພື່ອພິຈາລະນາແນວຄວາມຄິດໃນການສ້າງຕັ້ງສູນພະລັງງານອາຊຽນປະຈຳພາກພື້ນ (ACE Sub-Regional Office) ຢູ່ທີ່ ສປປ ລາວ. ນອກນີ້;​ ທາງວິຊາການ ຫກ ກະຊວງ ແລະ ກຜຮ ກໍ່ໄດ້ເຂົ້າຮ່ວມປະຊຸມຮັບຟັງການລາຍງານ ແລະ ແຜນວຽກໃນການກະກຽມກອງ​ປະ​ຊຸມ ​ແລະ​ ການຈັດງານ​ວາງ​ສະ​ແດງ​ຂອງ​ອາ​ຊຽນ ​ກ່ຽວ​ກັບ​ພະ​ລັງ​ ASEAN Energy Business Forum (AEBF) ທີ່ຈັດຂຶ້ນເປັນປະຈໍາທຸກປີ ແລະ ຈະຈັດຄຽງຄູ່ກັບກອງປະຊຸມລັດຖະມົນຕີພະລັງງານອາຊຽນ (AMEM) ແລະ ກອງປະຊຸມອື່ນທີ່ກ່ຽວຂ້ອງ.

ເຖິງຢ່າງໃດກໍ່ຕາມ, ບັນຫາທີ່ໄດ້ປຶກສາຫາລືກັນໃນກອງປະຊຸມຄັ້ງນີ້ ແມ່ນຈະຖືກນຳເຂົ້າລາຍງານໃນກອງປະຊຸມພິເສດເຈົ້າໜ້າທີອາວຸໂສພະລັງງານອາຊຽນ (Special SOME) ທີ່ຈະຈັດຂື້ນໃນວັນທີ 30 ມັງກອນ ຫາ 01 ກຸມພາ 2024 ທີ່ຫລວງພະບາງ ໂດຍ ສປປ ລາວ ເປັນປະທານ ເພື່ອເປັນພື້ນຖານໃນການຈັດຕັ້ງປະຕບັດໃນຂັ້ນຕໍ່ໄປ.
Website: mem.gov.la
ສາຍດ່ວນ: 1506