
ໃນລະຫວ່າງວັນທີ 30 ມັງກອນ ຫາ ວັນທີ 1 ກຸມພາ 2024 ທີ່ີແຂວງ ຫຼວງພະບາງ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ເປັນເຈົ້າພາບຈັດກອງປະຊູມພິເສດເຈົ້າໜ້າທີ່ອາວຸໂສພະລັງງານອາຊຽນ ແລະ ກອງປະຊຸມກ່ຽວຂ້ອງ ພາຍໃຕ້ການເປັນປະທານ ຂອງ ທ່ານ ປອ ອາຄົມເດດ ວົງໄຊ ຫົວໜ້າກົມແຜນການ ແລະ ການຮ່ວມມື, ຫົວໜ້າເຈົ້າໜ້າທີ່ອາວຸໂສພະລັງງານອາຊຽນແຫ່ງ ສປປ ລາວ, ໂດຍມີຄະນະຜູ້ແທນຈາກ 10 ປະເທດອາຊຽນ (ລວມທັງປະເທດ ຕີມໍ ແລັດສະເຕ ທີ່ເປັນປະເທດສັງເກດການ), ກອງເລຂາອາຊຽນ, ສູນພະລັງງານອາຊຽນ ເຂົ້າຮ່ວມ.

ຈຸດປະສົງຫຼັກຂອງກອງປະຊຸມ ເພື່ອເປັນການລາຍງານຄືນບັນດາໜ້າວຽກທີ່ໄດ້ຈັດຕັ້ງປະຕິບັດຜ່ານມາໃນປີ 2023 ແລະ ແຜນວຽກໃນປີ 2024. ອັນພົ້ນເດັ່ນໃນກອງປະຊຸມຄັ້ງນີ້ແມ່ນ ສປປ ລາວ ໄດ້ລາຍງານໃຫ້ບັນດາປະເທດສະມາຊິກອາຊຽນຮັບຊາບກ່ຽວກັບແຜນວຽກເປົ້າໝາຍບູລິມະສິດພະລັງງານ ພາຍໃຕ້ການເປັນ Chairmanship ຂອງ ສປປ ລາວ ເຊິ່ງມີ 8 ເປົ້າໝາຍບູລິມະສິດທີ່ໄດ້ກໍານົດໄວ້ໃນການຈັດຕັ້ງປະຕິບັດໃນປິ 2024 ຄື:


ພ້ອມດຽວກັນນັ້ນ, ທ່ານ ນາງ ສັນຕິສຸກ ພິມພະຈັນ ຮອງຫົວໜ້າ ຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ໃນນາມຮອງເຈົ້າໜ້າທີ່ອະວຸໂສພະລັງງານອາຊຽນ ສປປ ລາວ ກໍ່ໄດ້ເປັນປະທານຮ່ວມໃນກອງປະຊຸມຍ່ອຍ ທາງດ້ານເຕັກນິກຕ່າງໆທີ່ກ່ຽວຂ້ອງເຊັ່ນ: ກອງປະຊຸມປຶກສາຫາລືກ່ຽວກັບການຮ່າງແຜນການຮ່ວມມືດ້ານພະລັງງານ (APAEC) ສະບັບໃໝ່ 2026-2035, ກອງປະຊຸມປຶກສາຫາລືກ່ຽວກັບການຕໍ່ສັນຍາວ່າດ້ວຍຄວາມໝັ້ນຄົງດ້ານນໍ້າມັນເຊື້ອໄຟອາຊຽນ (ASEAN Petroleum Security Agreement) ແລະ ກອງປະຊຸມປຶກສາຫາລືດ້ານວິຊາການກ່ຽວກັບການຕໍ່ອາຍຸສັນຍາ ວ່າດ້ວຍຕາຂ່າຍພະລັງງານອາຊຽນ (ASEAN Power Grid Agreement MOU). ນອກນັ້້ນ, ກໍ່ໄດ້ປືກສາທາງດ້ານເຕັກນິກກ່ຽວກັບຄວາມເປັນໄປໄດ້ໃນການສືບຕໍ່ໂຄງການ LTMS ໄລຍະ II.




