ກົມກວດກາ ໄດ້ຮັບເຄື່ອງຊ່ວຍເຫຼືອຈາກບໍລິສັດ PYL SOEL CO., LTD

           ພິທີມອບ-ຮັບເຄື່ອງຊ່ວຍເຫຼືອ ທີ່ໄດ້ຮັບການອຸປະຖຳຈາກ ບໍລິສັດ PYL SOEL CO., LTD ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 8 ກຸມພາ 2024 ນີ້ ຢູ່ກົມກວດກາ, ກະຊວງພະລັງງານ ແລະ ບໍ່ແຮ່ (ຊັ້ນ4), ໃຫ້ກຽດມອບຂອງ ທ່ານ ປັນຍາລິດ ພູມີວົງ ປະທານ ບໍລິສັດ PYL SOEL CO., LTD ແລະ ກ່າວຮັບຂອງ ທ່ານ ຄໍາຫຼ້າ ວິຈິດວົງສາ ເລຂາໜ່ວຍພັກ, ຫົວໜ້າກົມກວດກາ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງພະນັກງານທັງສອງຝ່າຍ.
          ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານ ຄໍາຫຼ້າ ວິຈິດວົງສາ ໄດ້ກ່າວສະແດງຄວາມຂອບໃຈຕໍ່ ທ່ານ ປະທານ ບໍລິສັດ ທີ່ໃຫ້ການຊຸກຍູ້ອຸປະຖຳໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນ ເຂົ້າໃນການສ້າງຂະບວນການ ກະກຽມກອງປະຊຸມໃຫ່ຍ3 ອົງການຈັດຕັ້ງ ມະຫາຊົນ ຂອງ ກົມກວດກາ ໃຫ້ມີບັນຍາກາດຟົດຟື້ນ ແລະ ເຕັມໄປດ້ວຍຄວາມໝາຍຄວາມສຳຄັນຢ່າງເລິກເຊິ່ງ. ທ່ານ ຫົວໜ້າກົມໃຫ້ການຢືນຢັ້ນວ່າ ຈະນຳໃຊ້ເຄື່ອງທີ່ໄດ້ຮັບການອຸປະຖຳ ແລະ ຊ່ວຍເຫຼືອຂອງບໍລິສັດຄັ້ງນີ້ ເຂົ້າໃນການເຄື່ອນໄຫວປະຕິບັດໜ້າທີ່ວິຊາສະເພາະຂອງກົມ ໃຫ້ເກີດຜົນປະໂຫຍດສູງສຸດຕໍ່ການຈັດຕັ້ງ.

          ເຄື່ອງທີ່ນຳມາມອບປະກອບມີ ເສື້ອໂປໂລ ຈຳນວນ 29 ຜືນ, ລວມມູນຄ່າ 4.600.000 ກີບ. ພ້ອມດຽວກັນນີ້, ທ່ານ ຫົວໜ້າກົມ ຍັງໄດ້ມອບໃບຍ້ອງຍໍໃຫ້ປະທານບໍລິສັດ PYL SOEL CO., LTD ເພື່ອສະແດງຄວາມຮູ້ບຸນຄຸນ ແລະ ຈາລຶກຄຸນງາມຄວາມດີຂອງປະທານ ກໍ່ຄືພະນັກງານກຳມະກອນພາຍໃນບໍລິສັດ PYL SOEL CO., LTD ຕື່ມອີກ.

ພາບ ແລະ ຂ່າວໂດຍ: ວັນໄຊ ສີສົມພູ
ຮຽບຮຽງໂດຍ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506