ພິທີເຊັນບົດບັນທຶກການຮ່ວມມືທາງດ້ານວິຊາການ (MOTC) ລະຫວ່າງ ກົມສົ່ງເສີມ ແລະ ປະຢັດພະລັງງານ ແລະ ບໍລິສັດ Savan Power Development Company Limited.

ຕອນບ່າຍວັນທີ 26 ກຸມພາ 2024 ທີ່ຫ້ອງປະຊຸມ ຊັ້ນ 6 ຕຶກ 2 ກົມສົ່ງເສີມ ແລະ ປະຢັດພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ຈັດພິທີເຊັນບົດບັນທຶກການຮ່ວມມືທາງດ້ານວິຊາການ (MOTC) ລະຫວ່າງ ກົມສົ່ງເສີມ ແລະ ປະຢັດພະລັງງານ ແລະ ບໍລິສັດ Savan Power Development Company Limited. (SPDC), Lao PDR ກ່ຽວກັບ ການສຶກ ສາກົນໄກ, ມາດຕະຖານ ແລະ ຄວາມເປັນໄປໄດ້ຂອງກົນໄກການຊື້-ຂາຍ ສິນເຊື່ອ ກາກບອນ ສໍາລັບໂຄງການພະລັງງານໄຟຟ້າຂອງບໍລິສັດ. ທ່ານ ຈັນໂທ ມີລັດຕະນະແພງ ຫົວໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ ຕາງໜ້າກົມເປັນ ຜູ້ເຊັນສັນຍາ ແລະ ທ່ານ ພັດທະລະພົງ ຄົງພິຈິດຜູ້ຈັດການ ບໍລິສັດ Savan Power Development Company Limited. (SPDC), Lao PDR ຕາງໜ້າບໍລິສັດເປັນຜູ້ເຊັນສັນຍາ. ການເຊັນສັນຍາຄັ້ງນີ້ໃຫ້ກຽດເປັນສັກຂີພະຍານ ໂດຍ ທ່ານ ຄໍາໂສ້ ກຸໂພຄໍາ ຫົວໜ້າຫ້ອງການ ກະຊວງພະລັງງານແລະບໍ່ແຮ່ ພ້ອມດ້ວຍ ຄະນະກົມທີ່ກ່ຽວຂ້ອງ ຄະນະພະແນກພາຍໃນກົມ ແລະ ບັນດາບໍລິສັດ ແລະ ແຂກທີ່ຖືກເຊີນ ໄດ້ເຂົ້າຮ່ວມເປັນສັກຂີພະຍານໃນການເຊັນສັນຍາລະຫວ່າງສອງຝ່ານໃນຄັ້ງນີ້.
ພາບ ແລະ ຂ່າວ: ລຸ້ງຟ້າ ອົບພະຈັນ
ສາຍດ່ວນ: 1506