![](https://www.mem.gov.la/wp-content/uploads/2024/03/429572472_931213118795792_2187143286467569791_n.jpg)
ກອງປະຊຸມໃຫຍ່ ຂອງໜ່ວຍສະຫະພັນແມ່ຍິງກົມກວດກາ ຄັ້ງທີ II ໄດ້ດຳເນີນມາ ເປັນເວລາເຄິ່ງວັນ, ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ເພັດດາວອນ ແສງສຸລິຈັນ ຫົວໜ້າໜ່ວຍ ສະຫະພັນແມ່ຍິງກົມກວດກາ. ໃຫ້ກຽດເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້ມີ: ສະຫາຍ ນາງ ແສງເດືອນ ວົງອິນ ຄະນະພັກກະຊວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານ ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ກະຊວງພະລັງງານ ແລະ ບໍ່ແຮ່, ສະຫາຍ ຄໍາຫຼ້າ ວິຈິດວົງສາ ຄະນະພັກກະຊວງ, ເລຂາ ໜ່ວຍພັກຮາກຖານກົມກວດກາ. ນອກຈາກນີ້, ຍັງມີຜູ້ແທນສົມບູນ 11 ສະຫາຍນາງ, ແຂກຖືກເຊີນ 20 ສະຫາຍ, ຍິງ 17 ສະຫາຍນາງ, ຊາຍ 03 ສະຫາຍ.
![](https://www.mem.gov.la/wp-content/uploads/2024/03/429477210_931213232129114_4684583634546940411_n.jpg)
ກອງປະຊຸມໃຫຍ່ຄັ້ງ ໄດ້ເປັນເອກະສັນກັນຢ່າງສົມບູນ ຮັບຮອງເອົາບັນດາ ເນື້ອໃນສຳຄັນຕ່າງໆ ທີ່ເປັນພື້ນຖານໃຫ້ແກ່ການເຄື່ອນໄຫວວຽກງານແມ່ຍິງຢູ່ພາຍໃນກົມດັ່ງນີ້:
1. ຮັບຮອງເອົາ ບົດລາຍງານການເມືອງ ຂອງຄະນະໜ່ວຍສະຫະພັນແມ່ຍິງກົມກວດກາ ໃນ ໄລຍະ 05 ປີ ຜ່ານມາ (2019-2023), ຊຶ່ງໄດ້ຕີລາຄາຢ່າງພາວະວິໄສ, ກົງໄປກົງມາ ຕໍ່ຜົນສຳເລັດໃນການນຳພາ-ຊີ້ນຳ ແລະ ຈັດຕັ້ງປະຕິບັດວຽກງານ ຂອງຄະນະໜ່ວຍສະຫະພັນແມ່ຍິງກົມກວດກາ;
2. ຮັບຮອງເອົາ ທິດທາງລວມ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມ 05 ປີ ຕໍ່ໜ້າ 2024-2028 ເຊິ່ງລວມມີ 05 ຄາດໝາຍສູ້ຊົນຄື: 1). ເຮັດໃຫ້ຄະນະພັກ, ຄະນະນໍາເຫັນໄດ້ຄວາມສຳຄັນ ແລະ ຄວາມຈຳເປັນຂອງວຽກງານແມ່ຍິງ ຖືເອົາວຽກງານວິຊາສະເພາະ ແມ່ນໜ້າທີ່ຄວາມຮັບຜິດຊອບ ແລະ ໜ້າທີ່ໂດຍກົງ, ເປັນເຈົ້າການຊີ້ນຳ-ນຳພາໃນການເຄື່ອນໄຫວວຽກງານແມ່ຍິງ; 2) ສູ້ຊົນໃຫ້ເອື້ອຍນ້ອງຍິງໄດ້ໄປຍົກລະດັບວິຊາສະເພາະ, ທິດສະດີການເມືອງການປົກຄອງ ແລະ ພາສາຕ່າງປະເທດໄລຍະສັ້ນ-ໄລຍະຍາວຢ່າງນ້ອຍ 03 ທ່ານ ແລະ ສູ້ຊົນໃຫ້ເອື້ອຍນ້ອງຍິງ ໄດ້ເຂົ້າເປັນສະມາຊິກພັກໃຫ້ໄດ້ 92% ຂອງຈໍານວນແມ່ຍິງທັງໝົດ;3) ຕ້ອງຊອກໃຫ້ເຫັນດ້ານດີ, ດ້ານຕັ້ງໜ້າຕົວແບບ ເພື່ອເສີມຂະຫຍາຍຊອກໃຫ້ເຫັນດ້ານອ່ອນ, ຂໍ້ຄົງຄ້າງເພື່ອແກ້ໄຂ, ກໍາແໜ້ນຄຸນທາດການເມືອງ, ຄວາມສາມາດປະຫວັດການເຄື່ອນໄຫວຂອງແມ່ຍິງທີ່ຂື້ນກັບການຄຸ້ມຄອງຂອງຕົນ; 4) ແມ່ຍິງຢູ່ບ່ອນໃດ ການຈັດຕັ້ງຢູ່ບ່ອນນັ້ນຕ້ອງໄດ້ຮັບການປັບປຸງໃຫ້ເຂັ້ມແຂງ, ແບບແຜນວິທີນຳພາເຮັດວຽກຂອງຄະນະພັກ, ຄະນະນຳໃຫ້ໄດ້ຮັບການປັບປຸງດີຂື້ນ. ເອື້ອຍນ້ອງແມ່ຍິງຕ້ອງມີຄວາມ ໜັກແໜ້ນທາງດ້ານການເມືອງ-ແນວຄິດ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ໄດ້ຮັບການມອບ ໝາຍ;5) ເອົາໃຈໃສ່ລະບຽບທີ່ພົວພັນເຖິງແມ່ຍິງ ເຜີຍແຜ່ໃຫ້ເຂົາເຈົ້າຮັບຮູ້ເພື່ອອອກແຮງປະຕິບັດຂໍ້ແຂ່ງຂັນ 3 ດີຂອງແມ່ຍິງວາງອອກ.
3. ຮັບຮອງເອົາ ບົດສຳຫຼວດການນໍາພາລວມຂອງຄະນະໜ່ວຍສະຫະພັນແມ່ຍິງກົມກວດກາ ຊຶ່ງໄດ້ຕີລາຄາສູງຕໍ່ບົດບາດການນຳພາ, ຄວາມຮັບຜິດຊອບ, ຄວາມເປັນເອກະພາບຂອງຄະນະໜ່ວຍ ຊຸດເກົ່າ;
4. ໄດ້ຮັບຟັງການປະກອບຄໍາຄິດເຫັນຈາກ ສະຫາຍ ຄໍາຫຼ້າ ວິຈິດວົງສາ ຄະນະພັກກະຊວງ, ເລຂາໜ່ວຍພັກກົມກວດກາ ຊຶ່ງໄດ້ເປັນການຢັ້ງຢືນເຖິງ ການເອົາໃຈໃສ່ຊຸກຍູ້ສົ່ງເສີມ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ອົງການຈັດຕັ້ງສະຫະພັນແມ່ຍິງ ກໍ່ຄືເອື້ອຍນ້ອງແມ່ຍິງພາຍໃນຂະແໜງການໄດ້ຮັບການ ເຄື່ອນໄຫວວຽກງານຂອງຕົນບົນພື້ນຖານການເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດຂອງແມ່ຍິງລາວ ແນວທາງແຜນນະໂຍບາຍຂອງພັກ, ລັດຖະທໍາມະນູນ, ກົດໝາຍ ແລະ ລະບຽບການຕ່າງໆຕໍ່ແມ່ຍິງລາວ ພ້ອມນັ້ນ, ສະຫາຍຍັງໄດ້ກ່າວເຖິງການປະຕິບັດໜ້າທີ່ ທີ່ສໍາຄັນອີກອັນໜື່ງຂອງເອື້ອຍນ້ອງຍິງກໍ່ຄື ການປະຕິບັດໜ້າທີ່ໃນການເບິ່ງແຍງອົບຮົມລູກຫຼານ, ການເຕົ້າໂຮມຄວາມສາມັກຄີ, ການສ້າງສະຖາບັນຄອບຄົວໃຫ້ມີຄວາມຜາສຸກ ພາຍໃນຄອບຄົວ. ນອກຈາກນີ້, ສະຫາຍຍັງເນັ້ນ ໃຫ້ສືບຕໍ່ຮັກສາມູນເຊື້ອອັນດີງາມຂອງແມ່ຍິງລາວໄວ້ ເພື່ອໃຫ້ກາຍເປັນ ລູກສາວຜູ້ປະເສີດ ຂອງພັກ ແລະ ຂອງປະເທດຊາດ;
![](https://www.mem.gov.la/wp-content/uploads/2024/03/429539463_931213312129106_263564455691181169_n.jpg)
5. ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາ ຂອງ ສະຫາຍ ປະທານຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງພະລັງງານ ແລະ ບໍ່ແຮ່ ຊື່ງໄດ້ເປັນການຢັ້ງຢືນເຖິງ ການນໍາພາ-ຊີ້ນໍາຂອງຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ຕໍ່ຂົງເຂດວຽກງານກວດກາ;
6. ກອງປະຊຸມໃຫຍ່ ໄດ້ປ່ອນບັດເລືອກຕັ້ງເອົາ ຄະນະໜ່ວຍສະຫະພັນແມ່ຍິງກົມກວດກາ ຊຸດໃໝ່ ຈຳນວນ 03 ທ່ານ ດັ່ງມີລາຍຊື່ລຸ່ມນີ້:
1) ສະຫາຍ ນາງ ພະທຸມວັນ ສຸລິຍະ ເປັນປະທານໜ່ວຍ
2) ສະຫາຍ ນາງ ເພັດດາວອນ ແສງສຸລິຈັນ ເປັນຮອງປະທານທັງເປັນປະທານກວດກາໜ່ວຍ
3) ສະຫາຍ ນາງ ລັດດາພອນ ວົງໄຊຍະລາດ ເປັນກໍາມະການໜ່ວຍ
ກອງປະຊຸມໃຫຍ່ ຮຽກຮ້ອງມາຍັງ ຄະນະໜ່ວຍ, ສະມາຊິກສະຫະພັນ ແມ່ຍິງທຸກສະຫາຍ ພາຍໃນໜ່ວຍຈົ່ງພ້ອມກັນຮັກສາຄວາມສາມັກຄີ ເປັນເອກະພາບ ພາຍໃຕ້ການນຳພາ-ຊີ້ນຳຂອງ ສະຫາຍເລຂາໜ່ວຍພັກກົມກວດກາ ເສີມຂະຫຍາຍມູນເຊື້ອຂອງຊາດ, ຂອງພັກ ຕິດພັນກັບຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວບັນດາເຜົ່າ, ແນໃສ່ເສີມຂະຫຍາຍບົດບາດການນຳພາຂອງຄະນະໜ່ວຍ ແລະ ຜົນສັກສິດໃນ ການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍ, ມະຕິ, ຄຳສັ່ງ ຂອງພັກ, ເຮັດໃຫ້ ໜ່ວຍສະຫະພັນແມ່ຍິງກົມກວດກາ ມີຄວາມໜັກ ແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ແບບແຜນວິທີນຳພາ.
ພາບ: ກົມກວດກາ
ຂ່າວ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506