ປີ 2023 ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ (ກຕຟ) ສາມາດສ້າງລາຍຮັບໄດ້ລື່ນແຜນການປີ 11%

ຂໍ້ມູນດັ່ງກາວ ໄດ້ຖືກເປີດເຜີຍໃນກອງປະຊຸມ ສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2023 ແລະ ວາງທິດທາງແຜນການ ປະຈຳປີ 2024 ຂອງລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ເຊິ່ງໄດ້ຈັດຂຶ້ນໃນວັນທີ 27 ກຸມພາ 2024 ທີ່ຫ້ອງປະຊຸມໃຫຍ່ ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ບ້ານໂພນຕ້ອງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່. ມີບັນດາ ທ່ານ ຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ຫົວໜ້າ-ຮອງຫົວໜ້າກົມ, ສະຖາບັນ, ຜູ້ອຳນວຍການລັດວິສາຫະກິດອ້ອມຂ້າງກະຊວງ ພ້ອມດ້ວຍພະນັກງານ-ກຳມະກອນພາຍໃນບໍລິສັດເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ຊິນ ອິນທະວົງ ຜູ້ອຳນວຍການລັດວິສາຫະກິດກໍ່ສ້າງແລະຕິດຕັ້ງໄຟຟ້າ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນຳ ແລະ ພະນັກງານ-ກຳມະກອນ ພາຍໃນບໍລິສັດ ລາຍງານຫຍໍ້ການເຄື່ອນໄຫວທຸລະກິດຂອງຕົນຕະຫຼອດໄລຍະ 1 ປີທີ່ຜ່ານມາ. ພ້ອມກັນນີ້, ກໍ່ສະເໜີທິດທາງແຜນການໃນຊຸມປີຕໍ່ໜ້າ ບາງຕອນ ທ່ານ ໄດ້ລາຍງານໃຫ້ຮູ້ວ່າ: ລັດວິສາຫະກິດກໍ່ສ້າງຕິດຕັ້ງໄຟຟ້າ (ກຕຟ) ແມ່ນວິສາຫະກິດໜຶ່ງ ທີ່ຂຶ້ນກັບກະຊວງພະລັງງານ ແລະ ບໍ່ແຮ່ ປະກອບມີ 7 ຫ້ອງການເສນາທິການ, 2 ຫ້ອງການກໍ່ສ້າງ ແລະ ຜະລິດ, ມີໂຮງງານຜະລິດເສົາ 2 ແຫ່ງຄື: ຢູ່ແຂວງຈຳປາສັກ ແລະ ນະຄອນຫຼວງວຽງຈັນ; ມີພະນັກງານ-ກຳມະກອນທັງໝົດ 128 ທ່ານ, ຍິງ: 19 ທ່ານ ໃນນັ້ນເປັນພະນັກງານຖາວອນ 125 ທ່ານ , ພະນັກງານທົດສອບ 90% ຈຳນວນ 03 ທ່ານ; ມີ 7 ໜ່ວຍພັກຂື້ນກັບ, ມີສະມາຊິກພັກທັງໝົດ 56 ສະຫາຍ, ຍິງ: 12 ສະຫາຍ.
ທ່ານ ຜູ້ອຳນວບການ ລາຍງານໃຫ້ຮູ້ຕື່ມວ່າ: ຕະລອດໄລຍະ 1 ປີຜ່ານມາ ບໍລິສັດໄດ້ມີຜົນສຳເລັດຫຼາຍດ້ານໃນການຊີ້ນຳ-ນຳພາ ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງຕົນເອງ ໃນນີ້ອັນທີ່ພົ້ນເດັ່ນກວ່າໝູ່ແມ່ນ: ວຽກງານການເມືອງແນວຄິດ ເປັນວຽກງານໜຶ່ງທີ່ຄະນະພັກ – ຄະນະອໍານວຍການ ໄດ້ຖືເປັນວຽກສໍາຄັນ ໃນການສຶກສາອົບຮົມນໍາພາການເມືອງແນວຄິດໃຫ້ແກ່ພະນັກງານ – ກໍາມະກອນພາຍໃນບໍລິສັດຂອງຕົນ ໂດຍຜ່ານການເຊື່ອມຊຶມ-ຮັບຟັງການເຜີຍແຜ່ເອກະສານຕ່າງໆ ເພື່ອເຮັດໃຫ້ພະນັກງານມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີນໍ້າໃຈຮັກຊາດ, ເສຍສະຫລະ ເພື່ອຜົນປະໂຫຍດສ່ວນລວມ, ມີຄວາມຮູ້, ຄວາມສາມາດ, ມີຫົວຄິດປະດິດສ້າງ, ມີແບບແຜນວິທີການເຮັດວຽກທີ່ດີ. ສຳລັບການດຳເນີນທຸລະກິດຂອງບໍລິສັດ ກໍ່ເຫັນວ່າມີບາດກ້າວທີ່ຕັ້ງໜ້າ ເຊິ່ງສະແດງອອກການເກັບລາຍຮັບໄດ້ທັງໝົດ 65.826 ຕື້ກີບ, ທຽບໃສ່ແຜນການປີ ປະຕິບັດໄດ້ລື່ນຄາດໝາຍ 11%, ທຽບໃສ່ປີ 2022 ເພີ້ມຂຶ້ນ 38%.
ສຳລັບທິດທາງແຜນການ ແລະ ວຽກຈຸດສຸມໃນປີ 2024 ທ່ານ ຜູ້ອຳນວຍການຢືນຢັ້ນວ່າ ຈະສືບຕໍ່ປັບປຸງການຈັດຕັ້ງ ແລະ ຍົກລະດັບບຸກຄະລາກອນໃຫ້ມີຄຸນນະພາບ ເພື່ອຮອງຮັບການຂະຫຍາຍທຸລະກິດໃໝ່ໆ ຂອງ ບໍລິສັດ ບັນລຸຕາມຄາດໝາຍທີ່ວາງໄວ້ ໃນນີ້, ພາກລາຍຮັບ ຄາດຄະເນໃຫ້ໄດ້ ມູນຄ່າ: 88.602 ຕື້ກີບ ເພີ້ມຂື້ນ 35% ທຽບປີ 2023. ໃນນີ້, ວຽກສືບຕໍ່ສົກປີ 2023 – 2024 ຈຳນວນ 4 ໂຄງການຄື: ໂຄງການສືບຕໍ່ ກໍ່ສ້າງສະຖານີ 115ກວ ໂພນຕ້ອງ, ໂຄງການກໍ່ສ້າງສາຍສົ່ງ 115, ໂຄງການ ກໍ່ສ້າງສະຖານີພາກຂະຫຍາຍ 115ກວ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ແລະ ວຽກບໍລິການຕິດຕັ້ງຕາຂ່າຍໄຟຟ້າ 22/0,4ກວ ແລະ ໝໍ້ແປງ; ແຜນວຽກປີ 2024 ລວມມີ: ໂຄງການ ສາຍສົ່ງ 115ກວ ເຂື່ອນນໍ້າພາກ, ໂຮງງານຜະລິດຕະພັນເບຕົງ ນະຄອນຫຼວງວຽງຈັນ, ໂຮງງານຜະລິດຕະພັນເບຕົງ ນະຄອນປາກເຊ, ວຽກຊື້ – ຂາຍ ລົດໄຟຟ້າ ແລະ ວຽກຊື້-ຂາຍ ແຜງໂຊລາໄຟຟ້າ.
ຫຼັງຈາກນັ້ນ, ກໍໄດ້ມີພິທີມອບຫຼຽນໄຊກາແຮງງານ, ໃບຍ້ອງຍໍລັດຖະບານ ແລະ ໃບຍ້ອງຍໍບໍລິສັດ ໃຫ້ພະນັກງານ-ກຳມະກອນ ຜູ້ທີ່ມີຜົນດີເດັ່ນປະກອບສ່ວນໃນການຈັດຕັ້ງປະຕິບັດວຽກງານຂອງບໍລິສັດ ໃນໄລຍະ 1 ປີທີ່ຜ່ານມາ ໃນນີ້ມີ: ຫຼຽນໄຊກາແຮງງານ ຈໍຳນວນ 16 ທ່ານ, ໃບຍ້ອງຍໍລັດຖະບານ ຈໍານວນ 17 ທ່ານ ແລະ ໃບຍ້ອງຍໍຂອງບໍລິສັດ ຈຳນວນ 122 ທ່ານ ໂດຍແມ່ນ ທ່ານ ລັດຖະມົນຕີ ແລະ ທ່ານ ຜູ້ອຳນວຍການ ເປັນຜູ້ກ່າວມອບ. ຕອນທ້າຍຂອງພິທີ ຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຈາກ ທ່ານ ລັດຖະມົນຕີ ຕື່ມອີກ.
ພາຍຫຼັງສໍາເລັດພິທີທາງການ ທ່ານ ລັດຖະມົນຕີ ພ້ອມຄະນະ ກໍ່ໄດ້ລົງຢ້ຽມຊົມສະຖານີກັກເກັບໄຟຟ້າທີ່ກຳລັງກໍ່ສ້າງ ໃໝ່ພາຍໃນສຳນັກງານຂອງ ກຕຟ ແລະ ໂຄງການອື່ນໆ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງບໍລິສັດ.
ພາບ ແລະ ຂ່າວ: ລຸ້ງຟ້າ ອົບພະຈັນ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
ສາຍດ່ວນ: 1506