
ທ່ານ ບຸນລ້ວນ ລີໄຊຍະລາດ ຫົວໜ້າພະແນກພະະລັງງານ ແລະ ບໍ່ແຮ່ ແຂວງສະຫວັນນະເຂດ ໄດ້ລາຍງານ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ07 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ II ໃນຄັ້ງວັນທີ 24 ກໍລະກົດ 2024 ທີ່ຫໍວັດທະນະທຳ ໄກສອນ ພົມວິຫານ ກ່ຽວກັບກ່ຽວການ ດໍາເນີນກິດຈະການດ້ານບໍ່ແຮ່ ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ໃນໄລຍະຜ່ານມາວ່າ: ພະແນກພະລັງງານ ແລະ ບໍ່ແຮ່ແຂວງ ຄຸ້ມຄອງ ຕິດຕາມ, ກວດກາ, ໂຄງການທີ່ລົງທຶນດ້ານບໍ່ແຮ່ພາຍໃນແຂວງ ສະຫວັນນະເຂດ ມີທັງໝົດ 56 ບໍລິສັດ ຂັ້ນສູນກາງອອກອະນຸຍາດ ມີ 15 ບໍລິສັດ, 15 ກິດຈະການ, ໃນນັ້ນມີ 07 ໂຄງການ (ເປັນໂຄງການແບບເຮັດທົດລອງ ຕາມນະໂຍບາຍຂອງລັດຖະບານ ເພື່ອແກ້ໄຂບັນຫາດ້ານເສດຖະກິດການເງິນ, ການຂຸດຄົ້ນແຮ່ເຫຼັກ 03 ໂຄງການ, ຂຸດຄົ້ນຄໍາ ຕົກຂ້ອນ 03 ໂຄງການ ແລະ ຂຸດຄົ້ນຄໍາເຄົ້າ 01 ໂຄງການ, ສໍາລັບກິດຈະການທີ່ຂັ້ນແຂວງອອກອະນຸຍາດມີ 41 ບໍລິສັດ, 45 ກິດຈະການ, ລວມເນື້ອທີ່ສຳປະທານທັງໝົດຂັ້ນສູນກາງ ແລະ ຂັ້ນແຂວງອະນຸຍາດ ຈຳນວນ 133.296 ເຮັກຕາ.
