ບັນດາໂຄງການເຂື່ອນໄຟຟ້າໃນຂອບເຂດທົ່ວປະເທດ ມີຄວາມພ້ອມຮັບມືສຸກເສີນ ໃນຊ່ວງລະດູຝົນປີ 2024

ຂໍ້ມູນດັ່ງກ່າວໄດ້ຮັບການເປີດເຜີຍ ແລະ ຢັ້ງຢືນຢູ່ໃນກອງປະຊຸມຖະແຫຼ່ງຂ່າວ ທີ່ຈັດຂຶ້ນໃນຕອນບ່າຍມື້ນີ້ວັນທີ 26 ກໍລະກົດ 2024 ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ອອກຖະແຫຼ່ງຂ່າວ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວກັບການກະກຽມຄວາມພ້ອມ ແລະ ແຜນຮັບມືສຸກເສີນຂອງບັນດາເຂື່ອນໄຟຟ້າ ໃນຂອບເຂດທົ່ວປະເທດ ໃນຊ່ວງລະດູຝົນ ປີ 2024 ນີ້ ໂດຍການອອກຖະແຫຼ່ງຂ່າວຂອງ ທ່ານ ບົວເທບ ມາໄລຄໍາ ຫົວໜ້າກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ຫຼື (ກປພ), ກະຊວງພະລັງງານ ແລະ ບໍ່ແຮ່ ມີພາກສ່ວນທີ່ກ່ຽວຂ້ອງພາຍໃນກະຊວງ ພ້ອມດ້ວຍສຳນັກຂ່າວສານຕ່າງໆເຂົ້າຮ່ວມຢ່າງຫຼວງຫຼາຍ.

ໃນໂອກາດດັ່ງກ່າວ ທ່ານ ບົວເທບ ມາໄລຄໍາ ຫົວໜ້າກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ໄດ້ໃຫ້ຮູ້ວ່າ: ໂດຍອີງຕາມລະບຽບກົດໝາຍ ທີ່ມີ, ໄດ້ປະກາດນໍາໃຊ້ ແລະ ເປັນເຄື່ອງມືໃນການຄຸ້ມຄອງ ດ້ານຄວາມປອດໄພ ແລະ ແຜນຮັບມືສຸກເສີນ ຂອງເຂື່ອນໄຟຟ້າ ປະຈຸບັນນີ້ມີທັງໝົດ 15 ສະບັບ, ກົດໝາຍ ວ່າດ້ວຍຄວາມປອດໄພຂອງເຂື່ອນ, ກົດໝາຍວ່າດ້ວຍໄຟຟ້າ, ມາດຕະຖານເຕັກນິກໄຟຟ້າຂອງລາວ, ບົດແນະນຳ ດ້ານຄວາມປອດໄພຂອງເຂື່ອນ ແລະ ມີນິຕິກຳລຸ່ມກົດໝາຍຈຳນວນນຶ່ງທີ່ ພົວພັນເຖິງວຽກງານແຜນຮັບມືສຸກເສີນ ແລະ ກອບໜ້າວຽກໃນການສ້າງແຜນຮັບມືສຸກເສີນ ແລະ ຂໍ້ຕົກລົງວ່າດ້ວຍການແບ່ງຄວາມຮັບຜິດຊອບໃນການພິຈາລະນາຮັບຮອງແຜນຮັບມືສຸກເສີນ ຂອງໂຄງການເຂື່ອນ ເລກທີ 68/ນຍ, ລົງວັນທີ 23/07/2020. ທັງໝົດ ພາກນິຕິກຳນີ້ ແມ່ນໄດ້ມີການເຜີຍແຜ່ ແລະ ນຳໃຊ້ໃນທົ່ວປະເທດ. ແຜນຮັບມືສຸກເສີນ ຂອງບັນດາໂຄງການເຂື່ອນໄຟຟ້າ ແມ່ນໄດ້ຖືກສ້າງຂຶ້ນຢູ່ 3 ໄລຍະຄື : ໄລຍະກ່ອນການລົງມືກໍ່ສ້າງໂຄງການເຂື່ອນໄຟຟ້າ, ໄລຍະກ່ອນການກັກເກັບນໍ້າເຂົ້າອ່າງເທື່ອທຳອິດ ແລະ ໄລຍະກ່ອນການດຳເນີນງານ ຂອງໂຄງການເຂື່ອນ (ໄລຍະດຳເນີນງານແມ່ນມີຄວາມຈຳເປັນໃນການສຳຫລວດແລະປັບປຸງຄືນເປັນແຕ່ລະໄລຍະ).

ໃນຊຸມປີຜ່ານມາ ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມກັບ ເຈົ້າຂອງເຂື່ອນ, ອຳນາດການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ຈັດຕັ້ງປະຕິບັດ ແຜນຮັບມືສຸກເສີນ ໄດ້ຫລາຍໂຄງການ ເປັນຕົ້ນ ວຽກງານເຜີຍແຜ່ແຜນຮັບມືສຸກເສີນ ແລະ ການຝຶກຊ້ອມຢູ່ພາກສະໜາມຕົວຈິງ ຂອງບັນດາໂຄງການເຂື່ອນໄຟຟ້າ ໃນຊ່ວງກ່ອນລະດູຝົນ ແມ່ນໄດ້ຈັດຂຶ້ນທຸກໆປີ. ປະຈຸບັນນີ້, ການຄຸ້ມຄອງດ້ານຄວາມປອດໄພຂອງເຂື່ອນ, ແຜນຮັບມືສຸກເສີນ, ການຄຸ້ມຄອງນ້ຳນອງ ແລະ ການເຝົ້າລະວັງເຂື່ອນ ໄດ້ມີການຕິດຕາມກວດກາ ຂໍ້ມູນຂ່າວສານ ເປັນຂໍ້ມູນທັນການ Real time ເຊິ່ງມີທັງການນໍາພັກລັດ ທັງສູນກາງ ແລະ ທ້ອງຖິ່ນ, ເຈົ້າຂອງເຂື່ອນ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ຕິດຕາມໄປພ້ອມໆກັນ ທຸກໆວັນ ດ້ວຍການນຳໃຊ້ກຸ່ມວອດແອບ. ກປພ ໄດ້ມີການຄົ້ນຄ້ວາ ແລະ ວິເຄາະວິໄຈ ບັນດາຂໍ້ມູນນ້ຳ ແລະ ຂໍ້ມູນດ້ານຄວາມປອດໄພຂອງເຂື່ອນ ແລະ ລາຍງານໃຫ້ການນຳພັກລັດ ໄດ້ຮັບຊາບ ຢ່າງເປັນປົກກະຕິ.

ການກະກຽມຄວາມພ້ອມຮັບມືສຸກເສີນ ນັ້ນ ຜູ້ພັດທະນາໂຄງການໄດ້ເອົາໃຈໃສ່ຕາມຂັ້ນຕອນຕາມຄຳແນະນຳວ່າດ້ວຍແຜນຮັບມືສຸກເສີນ ແລະ ນິຕິກຳຕ່າງໆທີ່ກ່ຽວຂ້ອງ ໂດຍລວມແລ້ວແມ່ນ ມີຂັ້ນຕອນດັ່ງລຸ່ມນີ້ :
1. ແຕ່ລະໂຄງການຈະຕ້ອງໄດ້ສຶກສາຈຳລອງກໍລະນີນໍ້ານອງ ແລະ ໂຄງການເປີດປະຕູລະບາຍນໍ້າອອກຈາກອ່າງເກັບນໍ້າເພື່ອຄວາມປອດໄພຂອງເຂື່ອນ , ຈາກການຈຳລອງໃນຄອມພິວເຕີ້ນັ້ນ ແມ່ນຈະຮູ້ໄດ້ວ່າ ມວນນໍ້າ ຈະໄຫລອອກຈາກອ່າງເກັບນໍ້າ ເທົ່າໃດ , ຈະໄຫລໄປຮອດໃສແນ່ , ໃຊ້ເວລາ ເທົ່າໃດ ທີ່ນໍ້າຈະໄຫລໄປ ຫາແຕ່ລະບ່ອນ , ແຕ່ລະເຂດ ຈະມີລະດັບນໍ້າຂື້ນສູງປານໃດ , ພາຍຫລັງການສຶກສາຈຳລອງແລ້ວ , ໂຄງການຈະຮູ້ວ່າຈຸດໃດ ນໍ້າຖ້ວມ ແລະ ຈຸດໃດທີ່ມີຄວາມປອດໄພ ແລະ ເອົາຈຸດທີ່ປອດໄພ ດັ່ງກ່າວເປັນບ່ອນເຕົ້າໂຮມ ສຸກເສີນ .
2. ພາຍຫຼັງສຳເລັດການສຶກສາແລ້ວ ໂຄງການຈະສ້າງແຜນຮັບມືສຸກເສີນ ແລ້ວ ສົມທົບກັບ ຄະນະປ້ອງກັນໄພພິບັດຂັ້ນສູນກາງ, ແຂວງ ແລະ ເມືອງ ເພື່ອນຳໄປເຜີຍແຜ່ ໃຫ້ບໍລິເວນໂຄງການ ໂດຍສະເພາະແມ່ນປະຊາຊົນທີ່ອາໃສຢູ່ລຸ່ມເຂື່ອນໄດ້ເຂົ້້າໃຈ .
3. ໂຄງການໄດ້ ດຳເນີນການຝືກຊ້ອມ ເພື່ອໃຫ້ຜູ້ຢູ່ລຸ່ມເຂື່ອນ ມີຄວາມເຂົ້າໃຈແລະມີບົດຮຽນ ໃນກໍລະນີເກີດເຫດການມາ.

ໃນທິດທາງຕໍ່ໜ້າ ກປພ ກໍຄືກະຊວງພບ ໄດ້ມີການວາງແຜນ ສຶກສາຄົ້ນຄວ້າ ການສ້າງສູນຄວບຄຸມດ້ານຄວາມປອດໄພຂອງເຂື່ອນ, ແຜນຮັບມືສຸກເສີນ ແລະ ການປ້ອງກັນນ້ຳຖ້ວມ ໃຫ້ເປັນລະບົບຄົບຊຸດ ນຳໃຊ້ເຕັກໂນໂລຊີ ທີ່ທັນສະໄໝ ທັນເຫດການ ແລະ ທັນເວລາ ໃນການແຈ້ງເຕື່ອນໄພຫລ່ວງໜ້າ ຢ່າງຮອບດ້ານ. ຈຸດປະສົ່ງ ແນໃສ່ຮັບປະກັນການປ້ອງກັນ ຜົນກະທົບດ້ານລົບ ບໍ່ໃຫ້ເກີດຂຶ້ນ ຕໍ່ຜູ້ພັດທະນາເຂື່ອນ, ຕໍ່ໂຄງການເຂື່ອນ, ຕໍ່ຊີວິດຊັບສິນຂອງລັດ, ປະຊາຊົນບັນດາເຜົ່າ ແລະ ສິ່ງແວດລ້ອມອ້ອມຂ້າງ ເພື່ອປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໄປຕາມທິດສີຂຽວ ແລະ ຍືນຍົງ ດ້ວຍ 2 ໜ້າທີ່ຄື ການປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃຫ້ມີບາດກ້າວທີ່ໝັ້ນຖ່ຽງ ຮຸ່ງເຮືອງສີວິໄລ.

ພາບ: ວຽງສະຫວັນ ແລະ ວັນໄຊ
ຂ່າວ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506