ທ່ານ ສຸກສາຄອນ ບົວທອງ ໄດ້ຮັບການແຕ່ງຕັ້ງ ເປັນຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງບໍລິຄໍາໄຊ

          ພິທີປະກາດແຕ່ງຕັ້ງຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງບໍລິຄໍາໄຊ ໄດ້ຈັດຂຶ້ນໃນຕອງແລງ ຂອງວັນທີ 4 ມີນາ 2024 ຢູ່ທີ່ຫ້ອງປະຊຸມພະແນກພະລັງງານ ແລະ ບໍ່ແຮ່ແຂວງບໍລິຄໍາໄຊ ພາຍໃຕ້ການເປັນປະທານ ຂອງທ່ານ ບຸນສົງ ເພັດຈະເລີນ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງບໍລິຄໍາໄຊ, ມີ ທ່ານ ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະແນກການອ້ອມຂ້າງແຂວງ; ຫົວໜ້າຫ້ອງການພະລັງງານ ແລະ ບໍ່ແຮ່ 7 ຕົວເມືອງ ແລະ 4 ໜ່ວຍພັກຂອງລັດວິສາຫະກິດໄຟຟ້າລາວ ສາຂາແຂວງບໍລິຄໍາໄຊ ທີ່ຂຶ້ນກັບຄະນະພັກຮາກຖານພະແນກພະລັງງານ ແລະ ບໍ່ແຮ່ແຂວງ ພ້ອມດ້ວຍພະນັກງານພາຍໃນພະແນກ ເຂົ້າຮ່ວມຢ່າງພ້ອມພຽງ.

          ໃນພິທີດັ່ງກ່າວ ທ່ານ ນາງ ແຕງທອງ ພັນປະດິດ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງ ທ່ານ ເຈົ້າແຂວງ, ສະບັບເລກທີ 153/ຂບຊ, ລົງວັນທີ 27 ກຸມພາ 2024 ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງບໍລິຄຳໄຊ ໃນນີ້, ໄດ້ຕົກລົງແຕ່ງຕັ້ງ ທ່ານ ສຸກສາຄອນ ບົວທອງ ຫົວໜ້າຂະແໜງທຸລະກິດພະລັງງານ ຂຶ້ນເປັນຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແ ຂວງບໍລິຄໍາໄຊ.

ເພື່ອເຮັດໃຫ້ພິທີດັ່ງກ່າວ ມີຄວາມໝາຍຄວາມສໍາຄັນຢ່າງເລິກເຊິ່ງ ກອງປະຊຸມໄດ້ຮັບຟັງການໂອ້ລົມຈາກ ທ່ານ ບຸນສົງ ເພັດຈະເລີນ ເພື່ອເປັນທິດຊີ້ນໍາທີ່ມີເນື້ອໃນສໍາຄັນຫຼາຍດ້ານ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າ; ການປະກາດແຕ່ງຕັ້ງ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ ກໍ່ເພື່ອປະຕິບັດຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ພ້ອມທັງເປັນການປັບປຸງລະບົບກົງຈັກການຈັດຕັ້ງຢູ່ພາຍໃນຂະແໜງການຂອງຕົນໃຫ້ຖືກຕ້ອງ ແລະ ສອດຄ່ອງກັບສະພາບຄວາມເປັນຈິງຂອງໜ້າທີ່ວຽກງານ ໂດຍແນ່ໃສ່ເຮັດໃຫ້ການເຄື່ອນໄຫວວຽກງານມີປະສິດທິພາບ ແລະ ມີຜົນສໍາເລັດຕາມລະດັບຄາດໝາຍ.

ພາບ-ຂ່າວ: ຄຳຫຼ້າ ພົນສະຫວັດດີ ພບ ແຂວງບໍລິຄຳໄຊ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website:www.mem.gov.la
ສາຍດ່ວນ: 1506