
ໃນລະຫວ່າງວັນທີ 25-26 ມີນາ 2024 ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ບໍລິສັດມອນຊູນ ວິນພາວເວີ້ ຈໍາກັດ ໄດ້ມີການຈັດພິທີ ມອບທຶນການສຶກສາ ແລະ ນໍາສົ່ງນັກຮຽນຈາກ ເມືອງດາກຈຶງ, ແຂວງເຊກອງ ແລະ ເມືອງຊານໄຊ, ແຂວງອັດຕະປື ເພື່ອໄປສຶກສາໃນລະດັບປະລິນຍາຕີ ທີ່ ມະຫາວິທະຍາໄລອຸບົນລາດຊະທານີ, ປະເທດໄທ ຊຶ່ງໄດ້ຮັບທຶນການສຶກສາຈາກໂຄງການພະລັງງານລົມມອນຊູນຈໍານວນ 10 ທຶນ

ພິທີເຊັນບົດບັນທຶກມອບ-ຮັບທຶນການສຶກສາດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 25/03/2024 ທີ່ ຫ້ອງວ່າການແຂວງເຊກອງ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ດົງເພັດ ພະຍົນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງເຊກອງ ແລະ ທ່ານ ບຸນເສີດ ເສດທິລາດ, ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງ, ແຂວງອັດຕະປື ນອກຈາກນີ້ ຍັງມີຕາງໜ້າກົມຈັດຕັ້ງ ແລະ ພະນັກງານ, ຕາງໜ້າຈາກກົມແຜນການ ແລະ ແລະ ການຮ່ວມມື, ກະຊວງພະລັງງານ ແລະ ບໍ່ແຮ່, ຫົວໜ້າພະແນກ, ຮອງພະແນກຈາກພະແນກພະລັງງານ ແລະ ບໍ່ແຮ່ , ພະແນກສຶກສາທິການ ແລະ ກິລາ ແລະ ຫ້ອງການສຶກສາທິການ ແລະ ກິລາ ຈາກ ເມືອງດາກຈຶງ ແຂວງເຊກອງ ແລະ ເມືອງຊານໄຊ, ແຂວງ ອັດຕະປື ແລະ ບັນດາພໍ່-ແມ່ ຂອງນັກຮຽນທີ່ໄດ້ຮັບທຶນເຂົ້າຮ່ວມຢ່າງພ້ອມພຽງ.

ພາຍຫຼັງພິທີເຊັນສັນຍາສຳເລັດ ໃນວັນທີ 26/03/2024 ຕາງໜ້າກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມກັບ ບໍລິສັດມອນຊູນວິນພາວເວີ້ ຈໍາກັດ ໄດ້ມີການນໍາສົ່ງນັກຮຽນ ເພື່ອໄປສຶກສາຕໍ່ລະດັບປະລິນຍາຕີ ທີ່ ມະຫາວິທະຍາໄລອຸບົນລາດຊະທານີ, ເຊິ່ງໄດ້ຮັບການຕ້ອນຮັບຈາກ ທ່ານ ປອ. ນາງ ຊຸດຕິນັນ ປະສິດທິພູປະລິຊາ ອະທິການບໍດີ, ຄະນະບໍລິການມະຫາວິທະຍາໄລອຸບົນລາດຊະທານີ ພ້ອມດ້ວຍຄະນະອາຈານຈາກຄະນະຕ່າງໆຂອງມະຫາວິທະຍາໄລອຸບົນລາດຊະທານີ
