ບໍລິສັດ FOX Group ຈາກ ສະຫະພັນ ຣັດເຊຍ ຢ້ຽມຢາມເຂື່ອນໄຟຟ້ານໍ້າງື່ມ1

          ໃນວັນທີ 26 ເມສາ 2023 ຢູ່ເຂື່ອນໄຟຟ້ານໍ້າງື່ມ1 ໄດ້ມີພິທີຕ້ອນຮັບ ແລະ ເຮັດວຽກຮ່ວມກັບ ນັກລົງທຶນຈາກ ສະຫະພັນ ຣັດເຊຍ ນຳໂດຍ ທ່ານ Igor Runets ປະທານຜູ້ບໍລິຫານງານບໍລິສັດ FOX Group ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ທັດສະນະສຶກສາຢູ່ໂຄງການເຂື່ອນໄຟຟ້ານໍ້າງື່ມ1 ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ສົມໃຈ ສີຈັນທາລາດ ຜູ້ອຳນວຍການບໍລິສັດໄຟຟ້ານໍ້າງື່ມ1 ຈຳກັດ ໃນໂອກາດດັ່ງກ່າວ ທ່ານ ຜູ້ອຳນວຍການບໍລິສັດໄຟຟ້ານໍ້າງື່ມ1 ຈຳກັດ ໄດ້ລາຍງານຫຍໍ້ກ່ຽວກັບປະຫວັດຄວາມເປັນມາຂອງໂຄງການເຂື່ອນໄຟຟ້ານໍ້າງື່ມ ເປັນເຂື່ອນໄຟຟ້າຂະໜາດໃຫຍ່ແຫ່ງທຳອິດຂອງ ສປປລາວ ມີທີ່ຕັ້ງຢູ່ເມືອງ ແກ້ວອຸດົມ ແຂວງວຽງຈັນ. ໂຄງການເຂື່ອນໄຟຟ້ານໍ້າງື່ມ1 ໄດ້ດຳເນີນການກໍ່ສ້າງເປັນ 3 ໄລຍະຄື: ໄລຍະທີ່1 ແຕ່ປີ 1968-1971 ມີກໍາລັງຕິດຕັ້ງ 30 ເມັກກາວັດ; ໄລຍະທີ່2 ແຕ່ປີ 1976-1978 ມີກໍາລັງຕິດຕັ້ງ 80 ເມັກກາວັດ ແລະ ໄລຍະທີ3 ແຕ່ປີ 1983-1984 ມີກໍາລັງຕິດຕັ້ງ 40 ເມັກກາວັດ. ລວມກໍາລັງຕິດຕັ້ງທັງໝົດທັງ 3 ໄລຍະ 150 ເມັກກາວັດ, ສາມາດຜະລິດກະແສໄຟຟ້າໄດ້ 865 ຈິກກາວັດໂມງ/ປີ.

          ທ່ານ ຜູ້ອຳນວຍການບໍລິສັດໄຟຟ້ານໍ້າງື່ມ 1 ຈຳກັດ ໄດ້ໃຫ້ຮູ້ຕື່ມວ່າ: ອີງໃສ່ຄວາມຮຽກຮ້ອງຕ້ອງການຂອງການຊົມໃຊ້ພະລັງງານໄຟຟ້າຂອງປະເທດເຮົາ ທີ່ນັບມື້ນັບມີທ່າອ່ຽງເພີ່ມຂຶ້ນ ລັດຖະບານ ໄດ້ຕົກລົງເຫັນດີໃຫ້ມີການກໍ່ສ້າງເຂື່ອນໄຟຟ້ານໍ້າງື່ມ1 ພາກຂະຫຍາຍເບີ 7-8 ລວມກໍາລັງຕິດຕັ້ງ 80 ເມັກກາວັດ ເຊິ່ງໄດ້ກໍ່ສ້າງສໍາເລັດ ແລະ ເປີດໃນປີ 2020. ມາຮອດປັດຈຸບັນ ເຂື່ອນໄຟຟ້ານໍ້າງື່ມ1 ມີກຳລັງຕິດຕັ້ງທັງໝົດ 155 ເມັກກາວັດ, ສາມາດຜະລິດກະແສໄຟຟ້າໄດ້ 1.025 ຈິກກາວັດໂມງ/ປີ.

              ທ່ານ Igor Runets ປະທານຜູ້ບໍລິຫານງານບໍລິສັດ FOX Group ສະແດງຄວາມຂອບໃຈຢ່າງສູງຕໍ່ການຕ້ອນຮັບ ແລະ ລາຍງານສະພາບການພັດທະນາເຂື່ອນໄຟຟ້າໃນ ສປປລາວ ໂດຍສະເພາະແມ່ນການພັດທະນາ, ຄຸ້ມຄອງ ແລະ ການບໍລິຫານຈັດການໂຄງການເຂື່ອນໄຟຟ້ານໍ້າງື່ມ1 ໃນໄລຍະຜ່ານມາ ກໍ່ຄືໃນປັດຈຸບັນ.
              ຫຼັງຈາກນັ້ນ, ຄະນະທີມງານໄດ້ຢ້ຽມຊົມການບໍລິຫານງານຈັດການຕົວຈິງ ຢູ່ພາກສະໜາມ ໂດຍການນຳພາຂອງ ຜູ້ຊ່ຽວຊານປະຈຳພາກສະໜາມເຂື່ອນໄຟຟ້ານໍ້າງື່ມ1.

ພາບ: ວິລະຊາດ ຊາຍອັດຕະປື
ຂ່າວ: ຄຳແສງ ແກ້ວປະເສີດ