ກົມແຜນການ ແລະ ການຮ່ວມມື ສໍາເລັດການ ປະເມີນຜົນພະນັກງານ-ລັດຖະກອນ ປະຈໍາປີ 2023

           ໃນຕອນເຊົ້າ ວັນທີ່ 14 ພະຈິກ 2023 ທີ່ຜ່ານມາ ຢູ່ທີ່ຫ້ອງປະຊຸມໃຫ່ຍ ກົມແຜນການ ແລະ ການຮ່ວມມື ໄດ້ສໍາເລັດການຈັດກອງປະຊຸມ ປະເມີນຜົນພະນັກງານ-ລັດຖະກອນ ປະຈໍາປີ 2023 ໂດຍການເປັນປະທານຂອງ ທ່ານ ທອງຂັນ ພິມວິໄລ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ພ້ອມດ້ວຍຄະນະຮັບຜິດຊອບປະເມີນ-ລັດຖະກອນ ຈາກກົມຈັດຕັ້ງ ແລະ ພະນັກງານກໍ່ໄດ້ເຂົ້າຮ່ວມ.

          ກົມແຜນການ ແລະ ການຮ່ວມມື ມີພະນັກງານ-ລັດຖະກອນ ທັງໝົດ 32 ທ່ານ, ເປັນຍິງ 14 ທ່ານ. ເຊິ່ງໃນປີ 2023 ພະນັກງານ-ລັດຖະກອນ ພາຍໃນ ກົມແຜນການ ແລະ ການຮ່ວມມື ຜູ້ທີ່ມີເງື່ອນໄຂຄົບຖ້ວນ ແລະ ສາມາດປະເມີນໄດ້ ທັງໜົດ 27 ທ່ານ, ເປັນຍິງ 13 ທ່ານ (ມີພະນັກງານ-ລັດຖະກອນ ຈໍານວນ 05 ທ່ານ, ເປັນຍິງ 01 ທ່ານ ແມ່ນບໍ່ສາມາດປະເມີນໄດ້ ເນື່ອງຈາກໄປຍົກລະດັບການສຶກສາ ໃນໄລຍະຍາວ ທີ່ຕ່າງປະເທດ ຈໍານວນ 02 ທ່ານ, ເປັນຍິງ 01 ທ່ານ, ພະນັກງານຍົກຍ້າຍມາປະຈໍາການໃໝ່ ຍັງບໍ່ຄົບ 09 ເດືອນ ຈໍານວນ 02 ທ່ານ ແລະ ເປັນພະນັກງານລັດຖະກອນ 95% ເລື່ອນຂຶ້ນ 100% ຈໍານວນ 01 ທ່ານ. ພ້ອມດຽວກັນນັ້ນ, ກອງປະຊຸມດັ່ງກ່າວຍັງໄດ້ຜ່ານບົດລາຍງານຫຍໍ້ ກ່ຽວກັບ ວຽກງານດ້ານບຸກຄະລາກອນ ປະຈໍາປີ 2023 ຂອງ ກຜຮ ແລະ ໄດ້ລາຍງານຜົນສໍາເລັດການເຜີຍແຜ່ເອກະສານ ດໍາລັດວ່າດ້ວຍການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ສະບັບເລກທີ 300/ລບ, ລົງວັນທີ 13/9/2017, ບົດຄໍາແນະນໍາການຈັດຕັ້ງປະຕິບັດ ຂອງພະນັກງານ-ລັດຖະກອນ ສະບັບເລກທີ່ 06/ພນ, ລົງວັນທີ 2/5/2018 ແລະ ການແນະນໍາວິທີການເຂົ້າລະບົບ HRIS & KPI Program ເພື່ອນໍາໃຊ້ເຂົ້າໃນການປະເມີນພະນັກງານ-ລັດຖະ ກອນ ກ່ອນການປະເມີນຕົວຈິງ.
ພາບ ແລະ ຂ່າວ: ກົມແຜນການ ແລະ ການຮ່ວມມື