
ກອງປະຊຸມໄດ້ຈັດຂຶ້ນເມື່ອທ້າຍເດືອນ ພະຈິກ 2024 ທີ່ຜ່ານມາ ໂດຍການເປັນປະທານຂອງ ທ່ານ ປອ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ມີຕາງໜ້າຈາກຫ້ອງການ, ບັນດາກົມ, ສະຖາບັນ, ລັດວິສາຫະກິດອ້ອມຂ້າງກະຊວງ ແລະ ພະແນກພະລັງງານ ແລະ ບໍ່ແຮ່ ປະຈຳນະຄອນຫຼວງ/ແຂວງ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ.

ທ່ານ ຮອງລັດຖະມົນຕີ ກ່າວວ່າ: ກອງປະຊຸມລະດົມແນວຄວາມຄິດ ກ່ຽວກັບການສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາຂະແໜງ ການ 5 ປີ ຄັ້ງທີ IX (2021-2025) ແລະ ການສ້າງແຜນພັດທະນາຂະແໜງການ 5 ປີ ຄັ້ງທີ X (2026-2030) ຈຸດປະສົງຫຼັກແມ່ນ: ເພື່ອລະດົມແນວຄວາມຄິດ ຮ່ວມກັບທ້ອງຖີ່ນ ຕໍ່ການສະຫຼຸບແຜນພັດທະນາຂະແໜງ ການ 5 ປີ ຄັ້ງທີ IX (2021-2025) ແລະ ເພື່ອຮັບປະກັນ ການສ້າງແຜນ (ພັດທະນາຂະແໜງການ 5 ປີ ຄັ້ງທີ X (2026-2030) ໃຫ້ເຊື່ອມຈອດ ແລະ ກົມກຽວ ລະຫວ່າງສູນກາງ ແລະ ທ້ອງຖີ່ນ. ການຈັດຕັ້ງປະຕິບັດແຜນພັດທະນາຂະແໜງ ພບ 5 ປີ ຄັ້ງທີ IX (2021-2025) ໃນໄລຍະຜ່ານມາ ແມ່ນດໍາເນີນໃນສະພາບແວດລ້ອມພາກພື້ນ ແລະ ສາກົນ ສືບຕໍ່ຜັນແປຢ່າງໄວວາ ແລະ ສັບສົນ, ອັນທີ່ພົ້ນເດັ່ນກໍ່ຄື ຂໍ້ຂັດແຍ່ງທາງດ້ານການເມືອງຂອງບາງປະເທດ, ສະພາບເສດຖະກິດ-ການເງິນຂອງໂລກຖົດຖອຍ, ການປ່ຽນແປງຂອງດິນຟ້າອາກາດ, ລາຄາພະລັງງານ ແລະ ສະບຽງອາຫານເພີ່ມຂຶ້ນ ອັນໄດ້ສົ່ງຜົນກະທົບຕໍ່ບັນດາປະເທດໃນໂລກໃນລະດັບທີ່ແຕກຕ່າງກັນ. ສໍາລັບປະເທດພວກເຮົານອກຈາກໄດ້ຮັບຜົນກະທົບຈາກປັດໄຈພາຍນອກແລ້ວ, ຍັງປະເຊີນກັບ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນພາຍໃນ, ອັນສົ່ງຜົນກະທົບໂດຍກົງ ຕໍ່ກັບຊີວິການເປັນຢູ່ຂອງພະນັກງານລັດຖະກອນ ກໍ່ຄືປະຊາຊົນບັນດາເຜົ່າ.

ທ່ານ ຮອງລັດຖະມົນຕີ ກ່າວຕື່ມວ່າ: ຕະຫຼອດໄລຍະຜ່ານມາ, ເຖິງແມ່ນວ່າການພັດທະນາວຽກງານດ້ານພະລັງງານ ແລະ ບໍ່ແຮ່ ໄດ້ປະກອບສ່ວນສໍາຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດກໍ່ຕາມ, ແຕ່ພວກເຮົາ ຍັງມີສິ່ງທ້າທາຍຫຼາຍດ້ານ, ເປັນຕົ້ນແມ່ນຄວາມຈໍາກັດທາງດ້ານທຶນຮອນ ເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ຄວາມຈໍາກັດທາງດ້ານບຸກຄະລາກອນທີ່ມີຄວາມຊໍານານງານ, ຄວາມຫຼ້າຊ້າຂອງການກໍ່ສ້າງໂຄງການດ້ານພະລັງງານ ທີ່ໄດ້ຮັບອະນຸມັດ ບໍ່ໄປຕາມແຜນທີ່ກໍານົດໄວ້, ການຜະລິດໄຟຟ້າເຫຼືອໃນລະດູຝົນ ແລະ ໄຟຟ້າບໍ່ພໍໃນລະດູແລ້ງ, ການສົ່ງເສີມການປຸງແຕ່ງແຮ່ທາດ ຍັງບໍ່ສາມາດຈັດຕັ້ງຜັນຂະຫຍາຍຢ່າງເປັນຮູບປະທໍາ ເພື່ອຫຼຸດຜ່ອນການສົ່ງອອກແຮ່ດີບ. ສະນັ້ນ, ເພື່ອເຮັດໃຫ້ວຽກງານດັ່ງກ່າວ ຫັນໄປສູ່ບາດກ້າວໃໝ່ ພວກເຮົາຕ້ອງໄດ້ຮ່ວມກັນຕີລາຄາຄືນ ບັນດາເປົ້າໝາຍ, ຄາດໝາຍ ແລະ ແຜນວຽກຈຸດສຸມ ໃນການຈັດຕັ້ງປະຕິບັດແຜນ 5 ປີ ຄັ້ງທີ IX (2021-2025) ໃນໄລຍະຜ່ານມາ ຢ່າງມີຫຼັກການ ແລະ ວິທີວິທະຍາ.
