ກອງປະຊຸມສຳມະນາ ງານວາງສະແດງ ພະລັງງານອາຊຽນ ໄດ້ຈັດຂຶ້ນຢ່າງເປັນທາງການ ຢູ່ ນະຄອນຫຼວງວຽງຈັນ

           ໃນວັນທີ 19 ສິງຫາ 2024, ກະຊວງ ພະລັງງານ ແລະ ບໍ່ແຮ່ ສປປລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສຳມະນາກ່ຽວກັບງານວາງສະແດງດ້ານພະລັງງານຂອງອາຊຽນ ຂື້ນ, ຢູ່ທີ່ ຫ້ອງປະຊຸມໂຮງແຮມຄລາວພລາຊາ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ຂອງ ທ່ານ ປອ ອາຄົມເດດ ວົງໄຊ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງ ພະລັງງານ ແລະ ບໍ່ແຮ່, ຫົວໜ້າເຈົ້າໜ້າທີ່ອາວຸໂສພະລັງງານອາຊຽນ ສປປ ລາວ, ມີຜູ້ເຂົ້າຮ່ວມຈາກ ຫ້ອງການ, ກົມກ່ຽວຂ້ອງ, ຕາງໜ້າຈາກອົງການຈັດຕັ້ງພາກລັດ ແລະ ອົງການຈັດຕັ້ງສາກົນ ເຂົ້າຮ່ວມ.

           ທ່ານ ຫົວໜ້າເຈົ້າໜ້າທີ່ອາວຸໂສພະລັງງານອາຊຽນ ສປປລາວ ໄດ້ກ່າວເປີດງານ ພ້ອມທັງກ່າວຕ້ອນຮັບຜູ້ແທນທີ່ມາຈາກພາກລັດ, ເອກະຊົນ, ອົງການຈັດຕັ້ງສາກົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ເຂົ້າ ກອງປະຊຸມສຳມະນາ ກ່ຽວກັບ ງານວາງສະແດງດ້ານພະລັງງານຂອງອາຊຽນ ຫຼື ASEAN Energy Business Forum (24-AEBF) ຢູ່ ສປປ ລາວ ໃນຄັ້ງນີ້.

           ທ່ານ ຫົວໜ້າເຈົ້າໜ້າທີ່ອາວຸໂສພະລັງງານອາຊຽນ ສປປລາວ ໄດ້ລາຍງານ ຫຍໍ້ກ່ຽວກັບສະພາບລວມຂອງກອງປະຊຸມລັດຖະມົນຕີພະລັງງານອາຊຽນ AMEM ຄັ້ງທີ 42 ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 24-27 ກັນຍາ 2024 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໃຫ້ຜູ້ແທນໄດ້ຮັບຊາບ ບາງຕອນ ທ່ານ ໄດ້ກ່າວ່າ: ກອງປະຊຸມ AMEM ຄັ້ງທີ 42 ນີ້ເປັນກອງປະຊຸມທີ່ຈັດຂຶ້ນທຸກປີ ໂດຍການຜັດປ່ຽນກັນເປັນເຈົ້າພາບຈັດຂອງແຕ່ລະປະເທດສະມາຊິກອາຊຽນ. ຈຸດປະສົງຫຼັກແມ່ນຈະສຸມໃສ່ການປຶກສາຫາລືບັນດາເນື້ອໃນທີ່ສຳຄັນຂອງການຮ່ວມມືດ້ານພະລັງງານພາຍໃນອາຊຽນ ພ້ອມທັງການຜັນຂະຫຍາຍແຜນການດຳເນີນງານການຮ່ວມມືດ້ານພະລັງງານ ຂອງອາຊຽນ (APAEC) ໄລຍະທີ 2 (2016-2025), ລວມທັງໝາກຜົນ ແລະ ຄວາມຮຽກຮ້ອງຕ້ອງການ ຫຼື ຂໍ້ສະເໜີຂອງອາຊຽນ ໃນໄລຍະຜ່ານມາຈາກກອງປະຊຸມ ແລະ ຈຸດປະສານງານຕ່າງໆ.

          ຄຽງຄູ່ກັບກອງປະຊຸມລັດຖະມົນຕີພະລັງງານອາຊຽນ AMEM ຄັ້ງທີ 42 ຈະມີງານສໍາຄັນອີກງານໜຶ່ງຄື ການຈັດງານວາງສະແດງດ້ານພະລັງງານຂອງອາຊຽນ ຫຼື ເອີ້້ນວ່າ ASEAN Energy Business Forum, ເຊິ່ງເປັນງານວາງສະແດງ ແລະ ຍັງມີການຈັດກອງປະຊຸມສໍາມະນາທີ່ສໍາຄັນ ໂດຍເປັນການສົ່ງເສີມການພັດທະນາຂະແໜງພະລັງງານຂອງອາຊຽນ. AEBF ໄດ້ເຕີບໃຫຍ່ຂຶ້ນໃນຊຸມປີມໍ່ໆມານີ້ເພື່ອກາຍເປັນເວທີທີ່ສໍາຄັນໃນລະດັບສູງສໍາລັບການແລກປ່ຽນຂໍ້ມູນຂ່າວສານ ແລະ ການເປີດໂອກາດໃນການຮ່ວມມືສໍາລັບຜູ້ມີສ່ວນຮ່ວມທາງດ້ານພະລັງງານຂອງອາຊຽນລວມທັງນັກທຸລະກິດ, ຜູ້ສ້າງນະໂຍບາຍ, ນັກຄົ້ນຄວ້າຈາກພາກພື້ນ ແລະ ສາກົນ. ປີ 2023 ງານ AEBF ໄດ້ຈັດຂຶ້ນຢູ່ເກາະບາຫຼີ, ປະເທດອິນໂດເນເຊຍ ເຊິ່ງໄດ້ເຕົ້າໂຮມຜູ້ເຂົ້າຮ່ວມຫຼາຍກວ່າພັນຄົນ; ມີຫຼາຍກວ່າ 15 ກອງປະຊຸມທີ່ມີຜູ້ເຂົ້າຮ່ວມປະມານ 100 ຄົນທີ່ມາຈາກລະດັບສູງ. ມັນເປັນໂອກາດທີ່ດີຫຼາຍ ສໍາລັບບໍລິສັດຂອງທ່ານເພື່ອແລກປ່ຽນຂໍ້ມູນ, ເຊື່ອມຕໍ່ກັບຜູ້ມີທີ່ສ່ວນຮ່ວມກ່ຽວຂ້ອງໃນວຽກງານການພັດທະນາພະລັງງານໃນຂົງເຂດພາກພື້ນ ອີກດ້ວຍ.

           ໂອກາດນີ້, ທ່ານ Andy Tirta ຫົວໜ້າສູນພະລັງງານອາຊຽນ ໄດ້ນຳສະເໜີລາຍລະອຽດກ່ຽວກັບງານວາງສະແດງດ້ານພະລັງງານຂອງອາຊຽນ ຫລື AEBF-24, ເພື່ອເລັ່ງລັດຄວາມກ້າວໜ້າໄປສູ່ອະນາຄົດແບບຍືນຍົງ, ເພີ່ມທະວີການຮ່ວມມືລະຫວ່າງຂະແໜງການຕ່າງໆ, ຮັດແໜ້ນຊ່ອງຫວ່າງລະຫວ່າງນັກສຶກສາ, ນັກກຳນົດນະໂຍບາຍ ແລະ ທຸລະກິດ.

ພາບ: ສົມສະນຸກ
ຂໍ້ມູນ: ກົມແຜນການ ແລະ ການຮ່ວມມື
ຮຽບຮຽງ: ຄຳແສງ ແກ້ວປະເສີດ
ສາຍດ່ວນ: 1506