ທ່ານ ຮອງລັດຖະມົນຕີ ພົບປະ, ໂອ້ລົມພະນັກງານ, ລັດຖະກອນ ຢູ່ກົມແຜນການ ແລະ ການຮ່ວມມື

          ເພື່ອຈັດຕັ້ງຜັນຂະຫຍາຍແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ 5 ປີຄັ້ງທີ IX ແຕ່ປີ 2021-2025 ໂດຍສະເພາະແມ່ນແຜນການພົວພັນຮ່ວມມື ແລະ ການເຊື່ອມໂຍງດ້ານພະລັງງານກັບພາກພື້ນ ແລະ ສາກົນ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້, ມາໃນຕອນເຊົ້າວັນທີ 4 ເມສາ 2024 ນີ້, ທ່ານ ປອ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ລົງພົບປະ, ຢ້ຽມຢາມ ແລະ ໂອ້ລົມພະນັກງານ, ລັດຖະກອນ ຢູ່ກົມແຜນການ ແລະ ການຮ່ວມມື ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ປອ ອາຄົມເດດ ວົງໄຊ ຫົວໜ້າກົມແຜນການ ແລະ ການຮ່ວມມື ພ້ອມດ້ວຍຄະນະພັກ, ຄະນະກົມ ແລະ ພະນັກງານດ ລັດຖະກອນພາຍໃນກົມ

          ໃນໂອກາດດັ່ງກ່າວ ທ່ານ ປອ ອາຄົມເດດ ວົງໄຊ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະກົມ ແລະ ພະນັກງານ, ລັດຖະກອນພາຍໃນກົມແຜນການ ແລະ ການຮ່ວມມື ກ່າວຕ້ອນຮັບ ທ່ານ ຮອງລັດຖະມົນຕີ ທີ່ໄດ້ມາຢ້ຽມຢາມ, ພົບປະ ແລະ ໂອ້ລົມ ພະນັກງານ, ລັດຖະກອນພາຍໃນກົມແຜນການ ແລະ ການຮ່ວມມື ໃນຄັ້ງນີ້. ພ້ອມກັນນີ້, ທ່ານ ຫົວໜ້າກົມກໍ່ໄດ້ລາຍງານຫຍໍ້ສະພາບທີ່ພົ້ນເດັ່ນການເຄື່ອນໄຫວວຽກງານແຜນການ ແລະ ການຮ່ວມມື ໃນໄລຍະຜ່ານມາ ແລະ ສະເໜີທິດທາງວຽກງານຈຸດສຸມໃນຕໍ່ໜ້າ ບາງຕອນ ທ່ານ ໄດ້ໃຫ້ຮູ້ວ່າ: ກົມແຜນການ ແລະ ການຮ່ວມມື ມີພາລະບົດບາດເປັນເສນາທິການໃຫ້ແກ່ ກະຊວງພະລັງງານ ແລະ ບໍ່ແຮ່ ໃນການຈັດຕັ້ງປະຕິບັດ ແລະ ຄຸ້ມຄອງແບບລວມສູນ ເປັນຕົ້ນແມ່ນ ວຽກງານແຜນການ, ວຽກງານສະຖິຕິ-ສັງລວມ, ວຽກງານການລົງທຶນ, ວຽກງານການຮ່ວມມື ແລະ ວຽກງານການປະເມີນຜົນ ໃນຂອບເຂດຂະແໜງພະລັງງານ ແລະ ບໍ່ແຮ່. ນອກຈາກນັ້ນ, ກໍ່ຍັງໄດ້ຄົ້ນຄວ້າຜັນຂະຫຍາຍແນວທາງນະໂຍບາຍ, ແຜນຍຸດທະສາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງພັກ-ລັດ ໄດ້ຜັນຂະຫຍາຍອອກເປັນນະໂຍບາຍ, ແຜນຍຸດທະສາດ ແລະ ແຜນການພັດທະນາ ຂະແໜງພະລັງງານ ແລະ ບໍ່ແຮ່ ໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ເພື່ອສະເໜີ ເຖີງລັດຖະມົນຕີ ນຳສະເໜີຕໍ່ລັດຖະບານພິຈາລະນາ; ເປັນໃຈກາງປະສານສົມທົບໃນການເກັບກໍາ, ສັງລວມຂໍ້ມູນ, ຄົ້ນຄວ້າ, ວິໄຈ, ສ້າງ, ພັດທະນາ ແລະ ຄຸ້ມຄອງລະບົບຖານຂໍ້ມູນ ທີ່ກວມເອົາຂໍ້ມູນແຜນງານ, ແຜນການ, ໂຄງການ ແລະ ຕົວເລກສະຖິຕິ ຂອງຂະແໜງພະລັງງານ ແລະ ບໍ່ແຮ່, ໄດ້ຕິດຕາມສະຫຼຸບສັງລວມ, ການຂຶ້ນແຜນລາຍຮັບ-ລາຍຈ່າຍ ເງິນລາຍຮັບວິຊາການ ແລະ ເງິນບໍລິຫານລວມພາຍໃນກະຊວງ ເພື່ອສ້າງເປັນແຜນງົບປະມານແຫ່ງລັດ ຂອງກະຊວງພະລັງງານ ແລະ ບໍ່ແຮ່; ປະສານສົມທົບ ຫຼື ເຂົ້າຮ່ວມກັບພາກສວ່ນທີ່ກ່ຽວຂ້ອງພາຍໃນຂະແໜງການພະລັງງານ ແລະ ບໍ່ແຮ່ ແລະ ຂະແໜງການທີ່ກ່ຽວຂ້ອງໃນການລົງຕິດຕາມ, ກວດກາ ແລະ ປະເມີນຜົນການປະຕິບັດວຽກແຜນການ, ໂຄງການພັດທະນາພະລັງງານ ແລະ ບໍ່ແຮ່ ເພື່ອປະ ກອບຄໍາເຫັນຕໍ່ບັນຫາຕ່າງໆ ກ່ຽວກັບ ວຽກງານແຜນການ, ສະຖິຕິ, ການຮ່ວມມື, ການລົງທຶນ ແລະ ການປະເມີນຜົນ ທັງພາກລັດ ແລະ ເອກະຊົນ. ພ້ອມດຽວກັນນັ້ນ, ກໍ່ໄດ້ເປັນຈຸດໃຈກາງໃນການຈັດຕັ້ງປະຕິບັດ ວຽກງານການຮ່ວມມື ດ້ານວິຊາການ ຫຼື ພົບປະ, ເຈລະຈາ ກັບບັນດາປະເທດຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ, ວຽກງານອາຊຽນ ແລະ ບັນດາປະເທດໃນສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ ເພື່ອຂົນຂວາຍເອົາການຮ່ວມມື, ຊ່ວຍເຫຼືອ ແລະ ສະໜັບສະໜູນ ເຂົ້າໃນການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່. ປັດຈຸບັນມີພະນັກງານທັງໝົດ 45 ທ່ານ, ຍິງ 15 ທ່ານ. ປະກອບມີ 5 ພະແນກ ຄື: ພະແນກສະຖິຕິ-ສັງລວມ,ພະແນກແຜນການ, ພະແນກຮ່ວມມື, ພະແນກລົງທຶນ, ແລະ ພະແນກປະເມີນຜົນ.

          ພ້ອມກັນນີ້, ທ່ານ ຫົວໜ້າກົມ ກໍ່ໄດ້ຍົກໃຫ້ເຫັນສະພາບທີ່ພົ້ນເດັ່ນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ຕະຫຼອດໄລຍະ 1 ປີຜ່ານມາຄື: ສຳເລັດ ການປັບປຸງພາລະບົດບາດ ຂອງກົມແຜນການ ແລະ ການຮ່ວມມື ເພື່ອໃຫ້ສອດຄ່ອງກັບສະພາບການເຄື່ອນໄຫວວຽກງານວິຊາສະເພາະຂອງຂະແໜງການ; ເປັນເຈົ້າການໃນການສັງລວມຂໍ້ມູນສະຖິຕິ ຂະແໜງພະລັງງານ ແລະ ບໍ່ແຮ່ ໂດຍໄດ້ສ້າງເປັນປື້ມຄູ່ມືການເກັບ ກໍາຂໍ້ມູນສະຖິຕິເຊິ່ງໄດ້ແບ່ງອອກເປັນ 5 ປະເພດ, ມີ 29 ຕົວຊີ້ບອກ ໃນນີ້ 26 ຕົວຊີ້ບອກ; ສຳເລັດ ການສະຫຼຸບ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໄລຍະປີ 2021-2023; ສໍາເລັດ ສະຫຼຸບ ຕີລາຄາປະເມີນຄືນການຈັດຕັ້ງປະຕິບັດ ແຜນພັດທະນາ ໄລຍະກາງສະໄໝ ຂອງແຜນການ 5 ປີ ຄັ້ງທີ IX (2021-2025); ສະຫຼູຸບແຜນພັດທະນາ ຂະແໜງການ 5 ປີ ຄັ້ງທີ IX (2021-2025) ຄັ້ງທີ II ປະຈໍາປີ 2022 ແລະ ປະຈໍາອາທິດ, ເດືອນ, 3 ເດືອນ, 6 ເດືອນ, 9 ເດືອນ ປີ 2023; ສັງລວມວຽກງານການຮ່ວມມືທັງສອງຝ່າຍທີ່ພົ້ນເດັ່ນ ໃນນີ້ລວມມີ: ການຮ່ວມມືລາວ-ກໍາປູເຈຍ ສໍາເລັດການການປັບປຸງຮ່າງສັນຍາວ່າດ້ວຍການຄ້າພະລັງງານໄລລຍະ II (Agreement on Power Trade Phase II) ແລະ ໄດ້ສໍາເລັດການລົງນາມໃນໄລຍະ ທ່ານ ນາຍົກລັດຖະມົນຕີ ແຫ່ງລາຊະອານາຈັກກໍາປູເຈຍມາຢ້ຽມຢາມ ສປປ ລາວ, ການຮ່ວມມືລາວ- ມຽນມາ ສໍາເລັດການລົງນາມໃນ MOU ສະບັບດັດແກ້ ໂດຍການລະບຸກຳລັງຕິດຕັ້ງເຂົ້າເປັນ 600 M, ການຮ່ວມມືລາວ- ສິງກະໂປ ກະກຽມປັບປຸງ MOU ໂດຍໃຫ້ມີການກຳນົດການສຶກສາການນຳສົ່ງພະລັງງານຜ່ານສາຍສົ່ງແຮງດັນສູງໄຕ້ນໍ້າທະເລ, ການຮ່ວມມືລາວ-ຈີນ ສຳເລັດການສ້າງຕັ້ງ ແລະ ເປີດໂຕບໍລິສັດ ໄຟຟ້າສາຍສົ່ງແຫ່ງຊາດ, ການຮ່ວມມືລາວ-ໄທ ໄດ້ສໍາເລັດການລົງນາມຂະຫຍາຍກອບການຮ່ວມມື MOU ການສົ່ງໄຟຈາກ 9.000 MW ເປັນ 10.500 MW, ການຮ່ວມມືລາວ-ບຮູໄນ ສໍາເລັດການລົງນາມ MOU ວ່າດ້ວຍການຮ່ວມມືດ້ານພະລັງງານ ລະຫວ່າງ ສປປ ລາວ ແລະ ບຣູໄນ, ລາວ-ຢີປຸ່ນ ສໍາເລັດການເຊັນສັນຍາການຮ່ວມມື (MOC) ລະຫວ່າງ ກະຊວງພະລັງງານ ແລະ ບໍ່ແຮ່ ແຫ່ງ ສປປ ລາວ ກັບ ກະຊວງເສດຖະກິດ, ການຄ້າ ແລະ ອຸດສະຫະກຳ ແຫ່ງປະເທດ ຢີ່ປຸ່ນ, ລາວ-ອົດສະຕາລີ ສໍາເລັດການລົງນາມສັນຍາ Subsidiary Arrangement (SA) ພາຍໃຕ້ໂຄງການ Laos-Australia Sustainable Energy Partnership (LASEP), ການຮ່ວມມືອາຊຽນ ສໍາເລັດ ການເປັນເຈົ້າພາບຈັດກອງປະຊຸມພິເສດເຈົ້າໜ້າທີ່ອາວຸໂສພະລັງງານອາຊຽນ, ການຮ່ວມມືກັບອົງການຈັດຕັ້ງສາກົນ ສຳເລັດ ການປະສານງານໃຫ້ ທ່ານ ລັດຖະມົນຕີ ເຂົ້າຮ່ວມຕິດຕາມ ທ່ານ ປະທານປະເທດ ແຫ່ງ ສປປ ລາວ ໃນການເຂົ້າຮ່ວມກອງປະຊຸມ “ໜຶ່ງແລວທາງໜຶ່ງເສັ້ນທາງ” ເພື່ອການຮ່ວມມືສາກົນຄັ້ງທີ 3 ແລະ ວຽກງານອື່ນ.

         ຫຼັງຈາກນັ້ນ, ທ່ານ ຮອງລັດຖະມົນຕີ ກໍ່ໄດ້ມີຄຳເຫັນໂອ້ລົມ ເຊິ່ງກ່ອນອື່ນ ທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນງານທີ່ຍາດມາໄດ້ ເຊິ່ງມີຫຼາຍດ້ານໄດ້ກາຍເປັນໜໍ່ແໜ່ງທີ່ສຳຄັນ ຕໍ່ຜົນສຳເລັດການຈັດຕັ້ງປະຕິບັດແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ຕະຫຼອດໄລຍະຜ່ານມາ. ພ້ອມກັນນີ້, ທ່ານ ຮອງລັດຖະມົນຕີ ກໍ່ໄດ້ຮຽກຮ້ອງ ແລະ ເນັ້ນໜັກໃຫ້ຄະນະພັກ, ຄະນະກົມ ແລະ ພະນັກງານ, ລັດຖະກອນ ພາຍໃນກົມແຜນການ ແລະ ການຮ່ວມມື ສືບຕໍ່ເອົາໃຈໃສ່ເຄື່ອນໄຫວຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໃຫ້ມີຜົນສຳເລັດທີ່ໜັກແໜ້ນກວ່າເກົ່າ ເພື່ອນຳເອົາຜົນສຳເລັດມາສູ່ຂະແໜງການຢ່າງໜັກແໜ້ນ.

ພາບ: ລຸ້ງຟ້າ ອົບພະຈັນ
ຂ່າວ: ຄຳແສງ ແກ້ວປະເສີດ
Website:www.mem.gov.la
ສາຍດ່ວນ: 1506