ພະນັກງານລັດຖະກອນກົມແຜນການ ແລະ ການຮ່ວມມື 19 ທ່ານ ໄດ້ຮັບການຍ້ອງຍໍ ໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ 5 ປີ (2016-2020)

          ພິທີຍ້ອງຍໍຜົນງານການເຄື່ອນໄຫວໃນຂະບວນການຮັກຊາດ ແລະ ພັດທະນາ 5 ປີ 20216-2020 ຂອງກົມແຜນການ ແລະ ການຮ່ວມມື ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ່ 16 ພຶດສະພາ 2023 ຢູ່ທີຫ້ອງປະຊຸມກົມແຜນການ ແລະ ການຮ່ວມມື ພາຍໃຕ້ການເປັນປະທານຂອງ ທ່ານ ປະລິຍາເອກ ອາຄົມເດດ ວົງໄຊ ຄະນະພັກກະຊວງ, ເລຂາໜ່ວຍພັກ, ຫົວໜ້າກົມແຜນການ ແລະ ການຮ່ວມມື. ມີຄະນະໜ່ວຍພັກ, ຄະນະກົມ, ຄະນະພະແນກ ພ້ອມດ້ວຍພະນັກງານລັດຖະກອນພາຍໃນກົມເຂົ້າຮ່ວມຢ່າງພ້ອມພຽງ.

          ພິທີດັ່ງກ່າວຈັດຂຶ້ນ ເພື່ອເປັນການປະດັບຫຼຽນໄຊແຮງງານ, ຫຼຽນກາ, ໃບຍ້ອງຍໍລັດຖະບານ ແລະ ໃບຍ້ອງຍຂັ້ນກະຊວງ ໃຫ້ຜູ້ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ສ້າງບ້ານພັດທະນາ ແລະ ການຜັນຂະຫຍາຍວຽກງານສາມສ້າງເຂົ້າສູ່ລວງເລິກ ໃນທົ່ວປະເທດ ໄລຍະ 05 ປີ (2016-2020) ຜົນງານດັ່ງກ່າວເປັນການປະກອບສ່ວນອັນສໍາຄັນໃນການພັດທະນາປະເທດຊາດ ກໍ່ຄືການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ຈຳນວນ 19 ທ່ານ ໃນນີ້, ໄດ້ຮັບຫຼຽນໄຊແຮງງານ ຊັ້ນ II ຈໍານວນ 2 ທ່ານ (ຍິງ 1 ທ່ານ), ຫຼຽນໄຊແຮງງານ ຊັ້ນ III ຈໍານວນ 6 ທ່ານ (ຍິງ 2 ທ່ານ), ຍ້ອງຍໍລັດຖະບານ ຈໍານວນ 7 ທ່ານ (ຍິງ 3 ທ່ານ) ແລະ ໄດ້ຮັບຍ້ອງຍໍຂັ້ນກະຊວງ ຈໍານວນ 2 ທ່ານ (ຍິງ 2 ທ່ານ) ໃຫ້ກຽດມອບຫຼຽນໄຊແຮງງານ, ຫຼຽນກາ ແລະ ໃບຍ້ອງຍໍ ໂດຍ ທ່ານ ປອ ອາຄົມເດດ ວົງໄຊ ຄະນະພັກກະຊວງ, ເລຂາໜ່ວຍພັກ, ຫົວໜ້າກົມແຜນການ ແລະ ການຮ່ວມມື.

          ໃນຕອນທ້າຍຂອງກອງປະຊຸມ ທ່ານ ປອ ອາຄົມເດດ ວົງໄຊ ຄະນະພັກກະຊວງ, ເລຂາໜ່ວຍພັກ, ຫົວໜ້າກົມແຜນການ ແລະ ການຮ່ວມມື ໄດ້ໃຫ້ຄໍາໂອວາດ ແລະ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ມີຜົນງານດີເດັ່ນ ໃຫ້ທິດຊີ້ນໍາພະນັກງານພາຍໃນກົມໃຫ້ສືບຕໍ່ຮັກສາມູນເຊື້ອອັນດີງາມໃນການເຄື່ອນໄຫວວຽກງານຢ່າງເປັນຂະບວນຟົດຟື້ນ.

ພາບ ແລະ ຂ່າວ: ກົມແຜນການ ແລະ ການຮ່ວມມື
ຮຽບຮຽງ ແລະ ກວດແກ້: ຄຳແສງ ແກ້ວປະເສີດ