ກອງປະຊຸມເພື່ອເຜີຍແຜ່ຄໍາແນະນໍາວ່າດ້ວຍການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ ແລະ ຄໍາແນະນໍາວ່າກ້ວຍການການພິຈາລະນາໂຄງການລົງທຶນຂອງລັດ

           ໃນວັນທີ 31/10/2024, ທ່ານ ນາງ ມາລີວັນ ພົມແສງສະຫວັນ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື (ກຜຮ) ພ້ອມດ້ວຍຄະນະຈາກຂັ້ນສູນກາງ ໄດ້ຈັດກອງປະຊຸມເພື່ອເຜີຍແຜ່ ຄໍາແນະນໍາ ວ່າດ້ວຍ ການຈັດຕັ້ງປະຕິບັດ ແລະ ການພິຈາລະນາໂຄງການລົງທຶນຂອງລັດ ທີ່ແຂວງຊຽງຂວາງ. ໂດຍສະເພາະເຜີຍແຜ່ບັນດານິຕິກໍາ ແລະ ເອກະສານທີ່ສໍາຄັນ ກ່ຽວກັບ ວຽກງານການລົງທຶນຂອງລັດ ໂດຍນັ້ນໜັກໃສ່ຂະແໜງການ ພບ ດັ່ງນີ້:
– ຄໍາແນະນໍາ ກ່ຽວກັບ ການພິຈາລະນາໂຄງການລົງທຶນຂອງລັດ ຂອງຂະແໜງພະລັງງານ ແລະ ບໍ່ແຮ່ ສະບັບເລກທີ 1727/ພບ, ລົງວັນທີ 31/12/2021;
– ຄໍາແນະນໍາ ກ່ຽວກັບ ການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ ຂອງຂະແໜ່ງພະລັງງານ ແລະ ບໍ່ແຮ່ ສະບັບເລກທີ 1728/ພບ, ລົງວັນທີ 31/12/2021;
– ຂັ້ນຕອນ ແລະ ການປະກອບເອກະສານ ຂອງການຕໍ່ອາຍຸສັນຍາໂຄງການ, ການໂຈະ/ຢຸດເຊົາການຈັດຕັ້ງປະຕິບັດໂຄງການ, ການສະເໜີຂໍອວ່າຍໜີ້, ການດັດແກ້ມູນຄ່າໂຄງການລົງທຶນຂອງລັດ ຂອງກະຊວງ ພບ ຕາມລະບຽບການ;
          ເຊິ່ງຜູ້ເຂົ້າຮ່ວມຈາກພາກສ່ວນສູນກາງ ແລະ ທ້ອງຖີ່ນ ໄດ້ຮ່ວມກັນປືກສາຫາລື, ແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ກ່ຽວກັບ ວຽກງານການລົງທຶນຂອງລັດ ເຊັ່ນ: ການປະກອບເອກະສານສະເໜີໂຄງການ, ການຄິດໄລ່ມູນຄ່າໂຄງການ, ການຈັດຕັ້ງການປະມູນ, ການຕິດຕາມ ແລະ ກວດກາມາດຕະຖານເຕັກນິກໂຄງການ, ການຕໍ່ອາຍຸສັນຍາ, ການດັດແກ້ໂຄງການ ແລະ ການປະເມີນຜົນສໍາເລັດຂອງໂຄງການ.
ພາບ ແລະ ຂ່າວ: ໄຊປັນຍາ ສຸກກະເສີມ
ສາຍດ່ວ:1506