ກອງປະຊຸມເຈົ້າໜ້າທີ່ອາວຸໂສດ້ານພະລັງງານອາຊຽນ ຄັ້ງທີ 41 ແລະ ກອງປະຊຸມອື່ນທີ່ກ່ຽວຂ້ອງ (41st Senior Officials Meeting on Energy (SOME-41) and Its Associated Meeting)

          ໃນລະຫວ່າງວັນທີ 19-23 ມິຖຸນາ 2023 ທ່ານ ປອ. ອາຄົມເດດ ວົງໄຊ ຫົວໜ້າກົມແຜນການ ແລະ ການຮ່ວມມື ໃນນາມເປັນຫົວໜ້າເຈົ້າໜ້າທີ່ອາວຸໂສພະລັງງານອາຊຽນ ແຫ່ງ ສປປ ລາວ ພ້ອມດ້ວຍ ຮອງຫົວໜ້າເຈົ້າໜ້າທີ່ອາວຸໂສພະລັງງານອາຊຽນ ສປປ ລາວ ແລະ ຄະນະກົມກ່ຽວຂ້ອງທີ່ຮັບຜິດຊອບຫຼັກໃນແຕ່ລະໜ້າວຽກທີ່ຕິດພັນຂອງຂະແໜງ ພບ ໃນ 7 (Sub-Sector Network) ໄດ້ເດີນທາງເຂົ້າຮ່ວມ ກອງປະຊຸມເຈົ້າໜ້າທີ່ອາວຸໂສດ້ານພະລັງງານອາຊຽນ ຄັ້ງທີ 41 ແລະ ກອງປະຊຸມອື່ນທີ່ກ່ຽວຂ້ອງ (41st Senior Officials Meeting on Energy (SOME-41) and Its Associated Meeting)

ທີ່ ເມືອງຫຼວງຈາກາຕ້າ ປະເທດອິນໂດເນເຊຍ. ກອງປະຊຸມຄັ້ງນີ້ແມ່ນຈັດຂຶ້ນໃນຮູບແບບເຊິ່ງໜ້າເປັນຄັ້ງທໍາອິດ ພາຍຫຼັງສະຖານະການໂຄວິດ-19 ກັບຄືນມາສູ່ສະພາບປົກກະຕິ ໂດຍການເຂົ້າຮ່ວມຈາກບັນດາປະເທດສະມາຊິກອາຊຽນ 10+1 (ຕີມໍເລດເຕ ເຂົ້າຮ່ວມກອງປະຊຸມໃນນາມເປັນຜູ້ສັງເກດການ). ການເດີນທາງເຂົ້າຮ່ວມກອງປະຊຸມຄັ້ງນີ້ ອັນສໍາຄັນແມ່ນໄດ້ໄປຖອດຖອນບົດຮຽນຈາກປະເທດເຈົ້າພາບ (ອິນໂດເນເຊຍ) ໃນດ້ານພິທີການ, ການກະກຽມເນື້ອໃນກອງປະຊຸມ, ລະບົບ IT, ແລະ ຂອດປະສານງານຕ່າງໆ ເພື່ອເປັນຂໍ້ມູນພື້ນຖານໃຫ້ແກ່ການກະກຽມກອງປະຊຸມເຈົ້າໜ້າທີ່ອາວຸໂສພະລັງງານອາຊຽນ ລວມທັງກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ທີ່ ສປປ ລາວ ຈະໄດ້ເປັນເຈົ້າພາບຈັດໃນປີ 2024.

ຈຸດປະສົງກອງປະຊຸມແມ່ນເພື່ອສະຫຼຸບ ແລະ ລາຍງານຄືນບັນດາໜ້າວຽກທີ່ໄດ້ຈັດຕັ້ງປະຕິບັດໃນປີ 2023 ໂດຍສະເພາະແມ່ນ 6 ເປົ້າໝາຍບູລິມະສິດໂດຍປະເທດອິນໂດເນເຊຍໃນນາມເປັນປະທານກອງປະຊຸມເຈົ້າໜ້າທີ່ອາວຸໂສພະລັງງານອາຊຽນ SOME 41 ແລະ ປະທານ AMEM 41 ປີ 2023 ໄດ້ກໍານົດໄວ້ຄື:

1.) ຮອງຮັບການຖະແຫຼງການຮ່ວມ ລັດຖະມົນຕີພະລັງງານອາຊຽນຄັ້ງທີ 41 ກ່ຽວກັບຄວາມໝັ້ນຄົງດ້ານພະລັງງານແບບຍືນຍົງຜ່ານການເຊື່ອມສານພະລັງງານພາກພື້ນ;
2.) ຈັດກອງປະຊຸມລະດັບສູງດ້ານນະໂຍບາຍໃນຫົວຂໍ້ “Sustainable energy financing and mobilization of energy Investments to ensure energy security and achieve the NDCs in ASEAN”;
3.) ສ້າງຮ່າງ Long-Term ASEAN Renewable Energy Roadmap;
4.) ເຜີຍແຜ່ ແນວທາງການຈັດຕັ້ງປະຕິບັດດ້ານຄວາມໝັ້ນຄົງພະລັງງານ ແລະ ການຫັນປ່ຽນພະລັງງານ;
5.) ສົ່ງເສີມການພັດທະນາການນຳໃຊ້ CCUS ໃນຂະແໜງພະລັງງານ;
6.) ຈັດກອງປະຊຸມປຶກສາ ຫຼື ຝຶກອົບຮົມ ເພື່ອການກະກຽມໃນການສ້າງສັນຍາຫຼາຍຝ່າຍສຳລັບການຊື້-ຂາຍພະລັງງານຜ່ານຕາຂ່າຍພະລັງງານອາຊຽນ. 

          ອັນພົ້ນເດັ່ນໃນກອງປະຊຸມຄັ້ງນີ້ ໂດຍທ່ານ ປອ ອາຄົມເດດ ວົງໄຊ ໄດ້ລາຍງານແກ່ກອງປະຊຸມເຖິງຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກພາຍໃຕ້ແຜນປະຕິບັດງານ APAEC 2016-2025 ໄລຍະ 2 (2021-2025) ຂອງແຕ່ລະຂະແໜງການຍ່ອຍ Sub-sector Network ເປັນຕົ້ນແມ່ນ: 1. ໄດ້ສໍາເລັດການລົງນາມໃນການຕໍ່ອາຍຸສັນຍາວ່າດ້ວຍຄວາມໝັ້ນຄົງດ້ານນ້ຳມັນເຊື້ອໄຟອາຊຽນ (ASEAN Petroleum Security Agreement); 2. ສໍາເລັດການລາຍງານຫາກະຊວງການຕ່າງປະເທດລາວ ເພື່ອຂໍອະນຸມັດໃນການຂໍລົງນາມຕໍ່ອາຍຸສັນຍາຊົ່ວຄາວ Instrument of Extension (IOE) ຂອງສັນຍາວ່າດ້ວຍຕາຂ່າຍພະລັງງານອາຊຽນ APG MOU ເຊິ່ງແຜນຄາດວ່າຈະໄດ້ຮັບການລົງນາມໃນກອງປະຊຸມລັດຖະມົນຕີພະລັງງານອາຊຽນ AMEM ຄັ້ງທີ 42, ພ້ອມກັນນີ້ ສປປ ລາວ ຍັງໄດ້ປະກອບຄໍາເຫັນໃນວາລະຕ່າງໆທີ່ຕິດພັນກັບຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດວຽກພາຍໃຕ້ແຕ່ລະ Sub-Sector Network ໂດຍສະເພາະໄດ້ປະກອບຄໍາເຫັນ ໃນການຍາດແຍ່ງເອົາການຊ່ວຍເຫຼືອໃນວຽກງານ Carbon credit ໃນວາລະກອງປະຊຸມ 1ST ASEAN EU-ENERGY DIALOGUE. 

ພ້ອມດຽວກັນ; ສປປ ລາວ ໃນນາມປະທານ ASEAN Energy Regulators Network (AERN) ກໍ່ໄດ້ລາຍງານໃຫ້ກອງປະຊຸມຊາບກ່ຽວກັບຜົນຂອງກອງປະຊຸມ AERN ຄັ້ງທີ 14 ທີ່ໄດ້ຈັດຂຶ້ນຢູ່ແຂວງຫຼວງພະບາງ ໃນວັນທີ 24-26 ພຶດສະພາ 2023 ລວມທັງແຜນການຈັດຕັ້ງປະຕິບັດວຽກ AERN ໄລຍະ 2023-2024.

          ໃນນັ້ນ ຍັງໄດ້ເຂົ້າຮ່ວມກອງປະຊຸມ LTMS-PIP 18TH WORKING GROUP MEETING (ລາວ-ໄທ-ມາເລ-ສິງກະໂປ) ເຊິ່ງທັງສີ່ປະເທດໄດ້ຮ່ວມກັນປຶກສາຫາລືກ່ຽວກັບການສືບຕໍ່ໂຄງການ LTMS ໃນ Phase ຕໍ່ໄປ ໂດຍສະເພາະແມ່ນການຂະຫຍາຍອາຍຸສັນຍາ ທີ່ ຈະໝົດອາຍຸໃນວັນທີ 22/06/2024 (ສັນຍາ 2 ປີ) ລວມທັງການສະເໜີໃຫ້ພິຈາລະນາ ເພີ່ມປະລິມານການສົ່ງໄຟ ຈາກ 100 MW ເປັນສູງສຸດ 300 MW.

          ນອກຈາກນີ້, ທ່ານ ປອ. ອາຄົມເດດ ວົງໄຊ ຫົວໜ້າເຈົ້າໜ້າທີ່ອາວຸໂສພະລັງງານອາຊຽນ ລາວ ພ້ອມດ້ວຍຄະນະຍັງໄດ້ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ ລະຫວ່າງ ລາວ-ສິງກະໂປ, ລາວ – IRENA ແລະ ລາວ-METI ເພື່ອເປັນການຊຸກຍູ້ຮ່ວມມືກັນໃນການພັດທະນາພະລັງງານ ແລະ ຍາດແຍ່ງເອົາການຊ່ວຍເຫຼືອຈາກອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານພະລັງງານຂອງລາວ.

          ສໍາລັບແຜນໃນຕໍ່ໜ້າ ຈະໄດ້ສືບຕໍ່ປຶກສາຫາລືຮ່ວມກັບບັນດາກົມທີ່ກ່ຽວຂ້ອງ ເພື່ອກະກຽມໃຫ້ແກ່ການເປັນເຈົ້າພາບກອງປະຊຸມພະລັງງານອາຊຽນ ຄັ້ງທີ 42 ໃນປີ 2024 ທີ່ ສປປ ລາວ ໂດຍສະເພາະແມ່ນການກະກຽມທາງດ້ານເນື້ອໃນ ແລະ ຫົວຂໍ້ບູລິມະສິດພະລັງງານ ຂອງ ສປປ ລາວ (Priority Energy Deliverables) ທີ່ຈະໄດ້ຖືກນໍາສະເໜີໃນກອງປະຊຸມລັດຖະມົນຕີພະລັງງານອາຊຽນ AMEM ຄັ້ງທີ 41 ໃນເດືອນ ສິງຫາ 2023.

ພາບ ແລະ ຂ່າວ: ກົມແຜນການ ແລະ ການຮ່ວມມື