ກອງປະຊຸມສຳມະນາອາຊຽນ+3 ກ່ຽວກັບນະໂຍບາຍພະລັງງານ ໄດ້ຄົ້ນຄວ້າພິຈາລະນາ 3 ບັນຫາສຳຄັນ

          ລະຫວ່າງວັນທີ 11-13 ຕຸລາ 2023 ຜ່ານມານີ້, ກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມ SOME+3 Energy Policy Governing Group Fora ທີ່ ໂຮງແຮມດອນຈັນພາເລດ ໂດຍການເຂົ້າຮ່ວມເປັນປະທານກອງປະຊຸມຂອງ ທ່ານ ລິດທະນູໂລກ ລາດຊະໂພ ຮອງຫົວໜ້າເຈົ້າໜ້າທີ່ອາວຸໂສພະລັງງານອາຊຽນ ແຫ່ງ ສປປ ລາວ (Alternate SOE). ຈຸດປະສົງຂອງກອງປະຊຸມເພື່ອຮ່ວມກັນປຶກສາຫາລື, ແລກປ່ຽນຄໍາເຫັນ ແລະ ລາຍງານຄວາມຄືບໜ້າໃນວຽກງານການຄຸ້ມຄອງ ແລະ ນຳໃຊ້ນ້ຳມັນເຊື້ອໄຟ ແລະ ກ໊າດທຳມະຊາດ, ການກຳນົດນະໂຍບາຍໃນການສຳຮອງນ້ຳມັນເຊື້ອໄຟ ລວມທັງແຜນການສ້າງຄວາມໝັ້ນຄົງທາງດ້ານພະລັງງານຂອງບັນດາປະເທດສະມາຊິກອາຊຽນ ແລະ ປະເທດຄູ່ຮ່ວມມື +3 (ຈີນ, ຍີ່ປຸ່ນ ແລະ ສ. ເກົາຫຼີ) ເຊິ່ງປະກອບມີ 3 ກອງປະຊຸມສໍາມະນາຍ່ອຍຄື:

1. ກອງປະຊຸມສຳມະນາອາຊຽນ+3 ກ່ຽວກັບ ແຜນການສໍາຮອງນໍ້າມັນເຊື້ອໄຟ (Workshop of the ASEAN+3 Oil Stockpiling Roadmap, OSRM) ມີຈຸດປະສົງເພື່ອຮ່ວມກັນປຶກສາຫາລືກັບສິ່ງທ້າທາຍໃນການພັດທະນາ Stockpiling ໃນອາຊຽນ ແລະ ບັນດາປະເທດ +3;
2. ກອງປະຊຸມປຶກສາຫາລືອາຊຽນ+3 ກ່ຽວກັບ ຕະຫຼາດ ແລະ ທຸດລະກິດນ້ໍ້າມັນ ແລະ ກ໊າດທໍາມະຊາດ (ASEAN+3 Oil Market and Natural Gas Forum and Business Dialogue) ມີຈຸດປະສົງເພື່ອແລກປ່ຽນບົດຮຽນດ້ານນະໂຍບາຍ, ການຈັດຕັ້ງປະຕິບັດ ແລະ ເຕັກໂນໂລຊີໃໝ່ໃນການຂຸດຄົ້ນນຳມັນ ແລະ ກ໊າດທຳມະຊາດ;
3. ກອງປະຊຸມອາຊຽນ+3 ກ່ຽວກັບ ຄວາມໝັ້ນຄົງດ້ານພະລັງງານ (ASEAN+3 Energy Security Forum, ESF) ມີຈຸດປະສົງເພື່ອແລກປ່ຽນບົດຮຽນດ້ານຄວາມໝັ້ນຄົງພະລັງງານລວມໄປເຖິງນ້ຳມັນ, ກ໊າດທຳມະຊາດ, ນິວເຄຍເພື່ອສັນຕິ ແລະ ອື່ນໆ.

          ຕິດພັນກັບບັນດາກອງປະຊຸມຍ່ອຍດັ່ງກ່າວ ສປປ ລາວ ໂດຍຕາງໜ້າຈາກລັດວິສາຫະກິດນໍ້າມັນເຊື້ອໄຟລາວ ກໍ່ໄດ້ເຂົ້າຮ່ວມນໍາສະເໜີກ່ຽວກັບພາບລວມດ້ານນະໂຍບາຍ, ນິຕິກໍາຕ່າງໆທີ່ຕິດພັນກັບວຽກງານການຄຸ້ມຄອງນໍ້າມັນ. ພ້ອມດຽວກັນນີ້, ບັນດາສະຖາບັນຕ່າງໆຈາກຍີ່ປຸ່ນ, ສ. ເກົາຫຼີ ກໍ່ໄດ້ມີການນໍາສະເໜີກ່ຽວກັບທ່າແຮງຂອງການສ້າງຄັງນໍ້າມັນ ແລະ ການພັດທະນາຂີດຄວາມສາມາດໃຫ້ບຸກຄະລາກອນອາຊຽນ. ເຊັ່ນດຽວກັນນີ້, ທາງດ້ານຄວາມໝັ້ນຄົງພະລັງງານ ກໍ່ຈະມີການນໍາສະເໜີກ່ຽວກັບທ່າອ່ຽງຂອງຕະຫຼາດພະລັງງານໂລກ ແລະ ອາຊຽນ. ພ້ອມທັງຍັງໄດ້ມີການປຶກສາຫາລືແນວທາງໃນການສົ່ງເສີມຄວາມໝັ້ນຄົງດ້ານພະລັງງານ, ທາງດ້ານນໍ້າມັນ ແລະ ອາຍແກ໊ສ ທີ່ຍັງຖືວ່າເປັນເຊື້ອເພີງທີ່ສໍາຄັນໃນພາກພື້ນ.

ພາບ ແລະ ຂ່າວ: ກົມແຜນການ ແລະ ການຮ່ວມມື
ຮຽບຮຽງ: ຄຳແສງ ແກ້ວປະເສີດ