
ໃນວັນທີ 12 ທັນວາ 2024 ຢູ່ແຂວງວຽງຈັນ ກົມແຜນການ ແລະ ການຮ່ວມມື ຮ່ວມກັບພະແນກພະລັງງານ ແລະ ບໍ່ແຮ່ ແຂວງວຽງຈັນ ໄດ້ຈັດກອງປະຊຸມ ລະດົມແນວຄວາມຄິດ ກ່ຽວກັບການສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການ 5 ປີ ຄັ້ງທີ IX (2021-2025) ແລະ ການສ້າງແຜນ 5 ປີ ຄັ້ງທີ X (2026-2030) ຮ່ວມກັບທ້ອງຖິ່ນ ໂດຍສະເພາະບັນດາແຂວງພາກກາງ ແລະ ພາກເໜືອ ພາຍໃຕ້ການເປັນປະທານຂອງ ທ່ານ ປອ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່. ມີຫົວໜ້າຫ້ອງການ, ຫົວໜ້າກົມ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກປະຈຳແຂວງພາກກາງ ແລະ ພາກເໜືອ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຮອງລັດຖະມົນຕີ ກ່າວເປີດກອງປະຊຸມວ່າ: ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອປຶກສາຫາລື ແລກປ່ຽນບົດຮຽນກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາຂອງຂະແໜງ ພບ, ໃນໄລຍະ 5 ປີ ຄັ້ງທີ IX (2021-2025); ຮັບປະກັນ ການສ້າງແຜນ (ພັດທະນາຂະແໜງການ 5 ປີ ຄັ້ງທີ X (2026-2030) ໃຫ້ເຊື່ອມຈອດ-ກົມກຽວ ລະຫວ່າງສູນກາງ ແລະ ທ້ອງຖີ່ນ ແລະ ເປັນແຜນທີ່ສາມາດຈັດຕັ້ງປະຕິບັດໄດ້.

ທ່ານ ຮອງລັດຖະມົນຕີ ກ່າວຕື່ມວ່າ: ການຈັດຕັ້ງປະຕິບັດແຜນພັດທະນາຂະແໜງ ພບ 5 ປີ ຄັ້ງທີ IX (2021-2025) ໃນໄລຍະຜ່ານມາ ແມ່ນດໍາເນີນໃນສະພາບແວດລ້ອມພາກພື້ນ ແລະ ສາກົນ ສືບຕໍ່ຜັນແປຢ່າງໄວວາ ແລະ ສັບສົນ, ອັນທີ່ພົ້ນເດັ່ນກໍ່ຄື ຂໍ້ຂັດແຍ່ງທາງດ້ານການເມືອງຂອງບາງປະເທດ, ສະພາບເສດຖະກິດ-ການເງິນຂອງໂລກຖົດຖອຍ, ການປ່ຽນແປງຂອງດິນຟ້າອາກາດ, ລາຄາພະລັງງານ ແລະ ສະບຽງອາຫານເພີ່ມຂຶ້ນ ອັນໄດ້ສົ່ງຜົນກະທົບຕໍ່ບັນດາປະເທດໃນໂລກ ໃນລະດັບທີ່ແຕກຕ່າງກັນ. ສໍາລັບປະເທດພວກເຮົານອກຈາກໄດ້ຮັບຜົນກະທົບຈາກປັດໄຈພາຍນອກແລ້ວ, ຍັງປະເຊີນກັບ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນພາຍໃນ ອັນສົ່ງຜົນກະທົບໂດຍກົງ ຕໍ່ກັບຊີວິການເປັນຢູ່ຂອງພະນັກງານລັດຖະກອນ ກໍ່ຄືປະຊາຊົນບັນດາເຜົ່າ.

ແຜນພັດທະນາຂະແໜງ ພບ 5 ປີ ຄັ້ງທີ X (2026-2030) ແມ່ນເປັນແຜນພັດທະນາ ທີ່ເຊື່ອມສານຢູ່ໃນແຜນພັດທະນາແຫ່ງລັດ ຕາມທິດເສດຖະກິດ-ສັງຄົມ ພູມປັນຍາ, ສີຂຽວ ແລະ ຍືນຍົງ ຫັນເປັນອຸດສາຫະກໍາ ແລະ ທັນສະໄໝ, ເພື່ອຮັບປະກັນຄວາມໝັ້ນຄົງທາງດ້ານພະລັງງານ, ການສ້າງລາຍຮັບແບບໄວຈາກຂະແໜງການບໍ່ແຮ່, ສາມາດເຊື່ອມຈອດ-ເຊື່ອມໂຍງກັບພາກພື້ນ ແລະ ສາກົນຢ່າງກວ້າງຂວາງ ແລະ ເລິກເຊິ່ງ ພ້ອມກັນນັ້ນ, ແຜນ 5 ປີ ຄັ້ງ ທີ X ຍັງຈະເປັນແຜນສືບຕໍ່ ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ຢ່າງຕັ້ງໜ້າ ແລະ ໜັກແໜ້ນ. ສືບຕໍ່ຂຸດຄົ້ນທ່າແຮງບົ່ມຊ້ອນດ້ານຕ່າງໆ ເປັນຕົ້ນແມ່ນທ່າແຮງທາງດ້ານການພັດທະນາພະລັງງານທາງເລືອກໃໝ່ທີ່ຍືນຍົງ ເປັນມິດກັບສິ່ງແວດລ້ອມ ແລະ ສາມາດເຊື່ອມໂຍງກັບຕາໜ່າງການຜະລິດ, ການປຸງແຕ່ງ, ການຈໍາໜ່າຍ ແລະ ຜະລິດຕະພັນແຮ່ທາດ.
ພາບ: ກົມແຜນການ ແລະ ການຮ່ວມມື
ຂ່າວ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506