
ວັນທີ 3 ເມສາ 2024 ນີ້, ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະໄດ້ເຂົ້າອວຍພອນການນຳກະຊວງປ້ອງກັນຄວາມສະຫງົບ ເນື່ອງໃນໂອກາດວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 63 ປີ (5 ເມສາ 1961-5 ເມສາ 2024) ໂດຍໄດ້ຮັບການຕ້ອຍຮັບຢ່າງອົບອຸ່ນຂອງ ທ່ານ ພົຕ ສົມວັນ ສາຍລ້ອງພາ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ.
ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນດັ່ງກ່າວ ທ່ານ ທອງພັດ ອິນທະວົງ ໄດ້ຕ່າງໜ້າໃຫ້ຄະນະພັກ, ຄະນະນຳກະຊວງ, ພ້ອມດ້ວຍພະນັກງານລັດຖະກອນ ແລະ ກຳມະກອນ ໃນຂະແໜງການພະລັງງານ ແລະ ບໍ່ແຮ່ ສະແດງຄວາມຊົມເຊີຍ ແລະ ຮູ້ບຸນຄຸນຢ່າງສູງ ຕໍ່ກຳລັງປ້ອງກັນຄວາມສະຫງົບລາວ ເຊິ່ງຍາມໃດກໍ່ເປັນແບບຢ່າງນຳໜ້າໃຫ້ທົ່ວປວງຊົນລາວ ໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດຂອງພວກເຮົາ ໂດຍສະເພາະແມ່ນການຮັກສາຄວາມສະຫງົບປອດໄພຂອງປະຊາຊົນລາວບັນດາເຜົ່າໄດ້ຢ່າງໝັ້ນຄົງຕະຫຼອດໄລຍະ 63 ປີມານີ້. ພ້ອມກັນນີ້, ທ່ານ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຍັງໄດ້ນຳເອົາເງິນສົດ ຈຳນວນ 30ລ້ານ ກີບນຳມາມອບໃຫ້ ທ່ານ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເພື່ອນຳໄປໝູນໃຊ້ເຂົ້າໃນການເຄື່ອນໄຫວວຽກງານວິຊາສະເພາະຕື່ມອີກ.

ທ່ານ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການນຳກະຊວງພະລັງງານ ແລະ ບໍ່ແຮ່ ທີ່ຍາມໃດກໍ່ມີຄວາມເປັນຫ່ວງເປັນໃຫຍ່ ແລະ ສະໜັບສະໜູນກຳລັງປ້ອງກັນຄວາມສະຫງົບລາວ ນັບທັງຢູ່ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນມາໂດຍຕະຫຼອດ. ທ່ານ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຖືໂອກາດດັ່ງກ່າວນີ້, ເລົ່າຄືນປະຫວັດຄວາມເປັນມາການເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບລາວ ຕະຫຼອດໄລຍະ 63 ປີ ບາງຕອນ ທ່ານ ໄດ້ກ່າວວ່າ: ການກໍາເນີດຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ ແມ່ນມີຄວາມໝາຍສໍາຄັນທາງດ້ານການເມືອງອັນໃຫຍ່ຫຼວງໃນປະຫວັດສາດຂອງຊາດລາວ ແລະ ນັບແຕ່ມື້ສ້າງຕັ້ງ ກຳລັງປ້ອງກັນຄວາມສະຫງົບ ໄດ້ເຊື່ອມຊຶມ ແລະ ປະຕິບັດ 3 ໜ້າທີ່ 4 ການພົວພັນໄດ້ເປັນຢ່າງດີຕະຫຼອດມາ ທັງເຄື່ອນໄຫວປ້ອງກັນ, ເຝິກແອບຮ່ຳຮຽນ, ປັບປຸງກຳລັງ, ເພີ່ມພູນຜະລິດຜົນຫາລ້ຽງກຸ້ມຕົນເອງດ້ວຍການສ້າງພະລາທິການກັບທີ່ ທັງຂົນຂວາຍ, ກໍ່ສ້າງຮາກຖານ ເຊິ່ງໄດ້ຮັບຄວາມຮັກແພງ, ອູ້ມຊູຊ່ວຍເຫຼືອຈາກປະຊາຊົນຕະຫຼອດມາ;

ເຖິງວ່າໃນເບື້ອງຕົ້ນກໍາລັງ ປກສ ຍັງອ່ອນນ້ອຍ, ການປະກອບອາວຸດ, ພາຫະນະຫຼ້າສະໄໝ, ລະດັບເຕັກນິກວິທະຍາສາດບໍ່ທັນສູງ ແຕ່ຍ້ອນຄວາມຮຽກຮ້ອງຕ້ອງການຂອງປະເທດຊາດ, ກຳລັງ ປກສ ໄດ້ເດັດດ່ຽວເສີມຂະຫຍາຍນໍ້າໃຈຮັກຊາດ, ຮັກຄວາມເປັນເອກະລາດ ແລະ ຜືນແຜ່ນດິນອັນອຸດົມຮັ່ງມີຂອງຕົນ, ບໍ່ຍອມເປັນຂ້ອຍຂ້າໃຫ້ແກ່ຊາດອື່ນ, ໄດ້ຮ່ວມກັບກອງທັບປະຊາຊົນລາວຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດພາຍນອກ ແລະ ລູກແຫຼ້ງຕີນມືຂາຍຊາດ. ຕະຫຼອດໄລຍະທາງອັນລະອິດລະອ້ຽວ, ຫຍຸ້ງຍາກລຳບາກທີ່ສຸດນັ້ນ ແຕ່ກໍປ່ຽມລົ້ນໄປດ້ວຍຜົນງານ ແລະ ໄຊຊະນະອັນສະຫງ່າລາສີ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ກໍາລັງ ປກສ ໄດ້ສາມັກຄີເປັນຈິດໜຶ່ງໃຈດຽວໃນການປະຕິບັດໜ້າທີ່ການເມືອງ, ທັງປະສານສູ້ຮົບຢ່າງພິລະອາດຫານ, ອອກແຮງປັບປຸງ, ກໍ່ສ້າງກຳລັງ ປກສ ໃຫ້ນັບມື້ເຂັ້ມແຂງ ແລະ ຂະຫຍາຍຕົວເປັນລໍາດັບມາ. ພ້ອມດຽວກັນນີ້, ຜ່ານການປະຕິບັດໜ້າທີ່ການເມືອງຕະຫຼອດໄລຍະທີ່ຜ່ານມາ ໂດຍສະເພາະການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ ທີ່ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ວຽກງານດ້ານອື່ນໆ; ພັກ, ລັດຖະບານ ໄດ້ຕີລາສູງຕໍ່ຜົນສຳເລັດຫຼາຍດ້ານທີ່ຍາດມາໄດ້.

ພາບ: ວຽງສະຫວັນ ປຣະດິດ
ຂ່າວ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506