ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງພະລັງງານ ແລະ ບໍ່ແຮ່ ສປປລາວ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ສສ ຫວຽດນາມ ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ

          ໃນໂອກາດຄະນະຜູ້ແທນກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປລາວ ລະຫວ່າງວັນທີ 5-7 ເມສາ 2024 ນີ້, ໃນວັນທີ 7 ເມສາ 2024 ຢູ່ນະຄອນຫຼວງວຽງຈັນ ໄດ້ມີກອງປະຊຸມພົບປະ, ປຶກສາຫາລື ແລະ ເຮັດວຽກຮ່ວມກັນ ລະຫວ່າງ ກະຊວງພະລັງງານ ແລະ ບໍ່ແຮ່ ສປປລາວ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສສ ຫວຽດນາມ. ຝ່າຍລາວ ນຳພາຄະນະໂດຍ ທ່ານ ໂພໄຊ ໄຊຍະສອນ ກຳມະການສູນກາງພັກປະຊາຊົນ ປະຕິວັດລາວ, ເລຂາຄະນະພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ແລະ ຝ່າຍຫວຽດນາມ ນຳໂດຍ ທ່ານ ຫງວຽນຮົ່ງດິ່ງ ກຳມະການສູນກາງພັກຄ້ອມມູນິດຫວຽດນາມ, ເລຂາຄະນະພັກ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະ. ກອງປະຊຸມພົບປະລະຫວ່າງການນຳຂອງທັງສອງກະຊວງໃນຄັ້ງນີ້, ກໍ່ເພື່ອແນໃສ່ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ ແລະ ປະຕິບັດໝາກຜົນຂອງກອງປະຊຸມຄະນະກຳມະການ ລະຫວ່າງ ລັດຖະບານ ຂອງທັງສອງປະເທດທີ່ໄດ້ລົງນາມຮ່ວມກັນໃນຕົ້ນປີ 2024 ຜ່ານມານີ້.

          ທ່ານ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ສະແດງຄວາມຕ້ອນຮັບ ທ່ານ ຫງວຽນຮົ່ງດິ່ງ ພ້ອມຄະນະຢ່າງອົບອຸ່ນ, ສະໜິດສະໜົມ ທີ່ໄດ້ເດີນທາງມາຢ້ຽມຢາມ, ພົບປະ ແລະ ເຮັດວຽກຢູ່ ສປປລາວ ຄັ້ງນີ້, ພ້ອມກັນນີ້, ທ່ານ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຍັງໄດ້ສະເໜີໃຫ້ສອງຝ່າຍສົມທົບກັນສ້າງແຜນງານ ແຜນການຮ່ວມມືສະເພາະ, ໃຫ້ມີຮູບແບບ, ມີໂຄງການຮ່ວມມື ເພື່ອຍົກສູງປະສິດທິຜົນການຮ່ວມມືຮ່ວມກັນ. ທ່ານລັດຖະມົນຕີ ໂພໄຊ ໄຊຍະສອນ ສະເໜີບາງບັນຫາທີ່ສອງຝ່າຍຕ້ອງໄດ້ສຸມໃສ່ແກ້ໄຂໃນປັດຈຸບັນ ເຊັ່ນ: ສ້າງຕັ້ງຄະນະປະຕິບັດງານ ເພື່ອເລັ່ງລັດປະກາດໃຊ້ຂອບລາຄາໃຫ້ຫວຽດນາມ ຊື້ໄຟຟ້າຈາກລາວ ພາຍຫຼັງປີ 2025; ສະໜັບສະໜູນ ແລະ ແລກປ່ຽນບົດຮຽນກ່ຽວກັບການສ້າງຕັ້ງອົງການຄຸ້ມຄອງໄຟຟ້າ; ຊຸກຍູ້ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ການຂົນສົ່ງສິນຄ້າຈາກລາວ ໄປຍັງບັນດາດ່ານຊາຍແດນ ກວາງຈີ ແລະ ເທືອທຽນ-ເຫ້ວ; ສະໜັບສະໜູນການຮ່ວມມືດ້ານວຽກງານກວດກາ; ແຜນທີ່ຶຶ ແລະ ການສ້າງແຜນທີ່ແຮ່ທາດ…

         ທ່ານ ລັດຖະມົນຕີ ຫງວຽນຮົ່ງດິ່ງ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະໜິດສະໜົມຂອງ ທ່ານ ລັດຖະມົນຕີ ໂພໄຊ ໄຊຍະສອນ ໃນຄັ້ງນີ້. ພ້ອມກັນນີ້, ທ່ານ ລັດຖະມົນຕີ ຫງວຽນຮົ່ງດິ່ງ ຍັງໄດ້ຕີລາຄາສູງ ຕໍ່ຂໍ້ສະເໜີສະເພາະຂອງ ທ່ານ ລັດຖະມົນຕີ ໂພໄຊ ໄຊຍະສອນ, ເນັ້ນໜັກເຖິງຄວາມສຳຄັນຂອງພະລັງງານ ແລະ ບໍ່ແຮ່ ຫວຽດນາມ ເພື່ອຮັບໃຊ້ບັນດາການເຄື່ອນໄຫວຜະລິດພາຍໃນ ແລະ ຕອບສະໜອງຄວາມຕ້ອງການຂອງພື້ນຖານເສດຖະກິດ ແລະ ພັດທະນາຢ່າງວ່ອງໄວຂອງທັງສອງປະເທດໃນປັດຈຸບັນ. ທ່ານ ລັດຖະມົນຕີ ຫງວຽນຮົ່ງດິ່ງ ໄດ້ເຫັນດີກັບຂໍ້ສະເໜີຂອງ ທ່ານ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມທັງໄດ້ຍົກໃຫ້ເຫັນຫຼາຍເນື້ອໃນ ແລະ ວິທີແກ້ໄຂທີ່ສຳຄັນ ເພື່ອຊຸກຍູ້ການຮ່ວມມືໃນຂົງເຂດພະລັງງານ ແລະ ບໍ່ແຮ່ ລະຫວ່າງສອງປະເທດ; ຕົກລົງສ້າງຕັ້ງຄະນະປະຕິບັດງານຂອງສອງກະຊວງເພື່ອລົບລ້າງຄວາມຫຍຸ້ງຍາກໃນການຮ່ວມມືດ້ານພະລັງງານ ແລະ ບໍ່ແຮ່ ລະຫວ່າງສອງປະເທດ. ຄະນະເຮັດວຽກຈະກວດກາຄືນເປັນປະຈຳ ແລະ ເປັນໄລຍະ ແລະ ລາຍງານຕໍ່ການນຳກະຊວງຂອງຕົນກ່ຽວກັບຄວາມຫຍຸ້ງຍາກທີ່ຈະຕ້ອງໄດ້ແກ້ໄຂເປັນແຕ່ລະໄລຍະ ເພື່ອເປັນບ່ອນອີງໃຫ້ການນຳກະຊວງ ໄດ້ແລກປ່ຽນ, ປຶກສາຫາລື ແລະ ຊອກຫາຊ່ອງທາງແກ້ໄຂບັນຫາທີ່ເກີດຂຶ້ນໂດຍໄວ.

         ນອກຈາກນີ້, ທັງສອງຝ່າຍ ຍັງໄດ້ປຶກສາຫາລືຫຼາຍເນື້ອໃນສະເພາະເພື່ອປະຕິບັດບັນດາຄຳໝັ້ນສັນຍາ ແລະ ຂໍ້ຕົກລົງຂັ້ນສູງຂອງ 2 ປະເທດ, ປະຕິບັດໝາກຜົນຂອງກອງປະຊຸມຄະນະກຳມະການ ລະຫວ່າງ ລັດຖະບານ ຫວຽດນາມ – ລາວ ໃນຕົ້ນປີ 2024. ທ່ານ ລັດຖະມົນຕີ ຫງວຽນຮົ່ງດ່ຽນ, ກ່າວ່າ: ການປະກາດໃຊ້ຂອບເຂດລາຄາຊື້ໄຟຟ້າຈາກລາວຫຼັງປີ 2025 ແມ່ນມີຄວາມຈຳເປັນຫຼາຍ. ໂດຍອີງໃສ່ສັນຍາຮ່ວມມືປີ 2024 ລະຫວ່າງລັດຖະບານສອງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ຊີ້ນຳກຸ່ມບໍລິສັດໄຟຟ້າ ຫວຽດນາມ (EVN) ຄົ້ນຄວ້າ ແລະ ສະເໜີຂອບເຂດລາຄາຊື້ໄຟຟ້າພາຍຫຼັງປີ 2025 ເພື່ອລາຍງານຕໍ່ກະຊວງອຸດສາຫະກຳ ແລະ ການຄ້າ ແລ້ວລາຍງານຕໍ່ ລັດຖະບານ ເພື່ອອະນຸມັດ. ປັດຈຸບັນ, EVN ຍັງໄດ້ສຳເລັດການຄົ້ນຄ້ວາ ແລະ ຮ່າງຂອບເຂດລາຄາໄຟຟ້າແລ້ວ ແລະ ພວມສົ່ງໃຫ້ສະພາບໍລິຫານຂອງ EVN ພິຈາລະນາກ່ອນຈະລາຍງານໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ. ພາຍຫຼັງໄດ້ຮັບບົດລາຍງານຢ່າງເປັນທາງການຈາກ EVN, ກະຊວງອຸດສາຫະກຳ ແລະ ການຄ້າ ຈະຕີລາຄາ ແລະ ລາຍງານຕໍ່ ນາຍົກລັດຖະມົນຕີ ເພື່ອອະນຸມັດ. ຄາດວ່າໃນໄຕມາດທີ 2 ຂອງປີນີ້, ຂອບເຂດລາຄາຮັບຊື້ໄຟຟ້າຈາກລາວຫຼັງປີ 2025 ຈະໄດ້ວາງອອກຢ່າງເປັນທາງການ.
          ຕໍ່ຂໍ້ສະເໜີຂອງຝ່າຍລາວ ໃຫ້ ຫວຽດນາມ ໜູນຊ່ວຍດ້ານວິຊາຊີບ ແລະ ແລກປ່ຽນບົດຮຽນກ່ຽວກັບການສ້າງຕັ້ງອົງການຄຸ້ມຄອງໄຟຟ້າ (ຄືອົງການຄຸ້ມຄອງໄຟຟ້າຂອງກະຊວງອຸດສາຫະກຳ ແລະ ການຄ້າ), ທ່ານ ລັດຖະມົນຕີອຸດສາຫະກຳ ແລະ ການຄ້າ ໄດ້ຕີລາຄາສູງ ແລະ ມອບໝາຍໃຫ້ອົງການຄຸ້ມຄອງໄຟຟ້າເປັນຈຸດສຸມ , ປະສານງານກັບຝ່າຍລາວ, ແລກປ່ຽນປະສົບການ, ໃຫ້ການສະໜັບສະໜູນດ້ານວິຊາຊີບ, ຕ້ອນຮັບກຸ່ມການສຶກສາ ແລະ ແລກປ່ຽນປະສົບການຮ່ວມກັນ. ໃນຂົງເຂດວຽກງານກວດກາ, 2ຝ່າຍເຫັນພ້ອມກັນຈະຕ້ອງສືບຕໍ່ຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ, ຊຸກຍູ້ບັນດາໝາກຜົນຂອງວຽກງານນັບແຕ່ເດືອນ ມິຖຸນາ 2023ເປັນຕົ້ນມາ. ກ່ຽວກັບຂໍ້ສະເໜີຂອງລາວທີ່ໃຫ້ຫວຽດນາມ ຊຸກຍູ້ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ການຂົນສົ່ງສິນຄ້າຈາກ ລາວ ໄປຍັງບັນດາດ່ານຊາຍແດນ ກວາງຈີ ແລະ ເຫ້ວ, ທ່ານລັດຖະມົນຕີ ຫງວຽນຮົ່ງດິ່ງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ແກ່ການຂົນສົ່ງສິນຄ້າຈາກ ລາວ ມາ ຫວຽດນາມ. ໂດຍສະເພາະແມ່ນຜ່ານດ່ານຊາຍແດນໄປຍັງທ່າກຳປັ່ນຂອງຫວຽດນາມ. ຢູ່ແຂວງກວາງຈິ, ມີດ່ານຊາຍແດນສາກົນລາເລ – ດ່ານຊາຍແດນທີ່ສໍາຄັນໃນການຂົນສົ່ງສິນຄ້າ, ໂດຍສະເພາະແມ່ນຖ່ານຫີນ, ຮັບໃຊ້ໂດຍກົງໃຫ້ແກ່ການຄ້າຖ່ານຫີນ ລະຫວ່າງ ລາວ-ຫວຽດນາມ. ຖ່ານຫີນຈາກລາວໄປຫວຽດນາມຜ່ານດ່ານຊາຍແດນລາເລຈະໄປຮອດທ່າກຳປັ່ນ Chan May ແລະ Thuan An ຂອງທ່າກຳປັ່ນ Thua Thien-Hue ຫຼືທ່າກຳປັ່ນ Cua Viet.

           ທ່ານ ລັດຖະມົນຕີ ໂພໄຊ ໄຊຍະສອນ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງ ຕໍ່ພັກ, ລັດຖະບານ ຫວຽດນາມ ເວົ້າລວມ, ເວົ້າສະເພາະຕໍ່ ທ່ານ ລັດຖະມົນຕີ ຫງວຽນຮົ່ງດິ່ງ ເຊິ່ງຍາມໃດກໍ່ໃຫ້ການສະໜັບສະໜູນ, ຊຸກຍູ້, ຊ່ວຍເຫຼືອ ສປປລາວ ຢ່າງສຸດກົກສຸດປາຍ ໂດຍສະເພາະແມ່ນການຮ່ວມມື, ຊ່ວຍເຫຼືອ ຂະແໜງການພະລັງງານ ແລະ ບໍ່ແຮ່ ສປປລາວ ຕະຫຼອດໄລຍະຫຼາຍສິບປີຜ່ານມາ ແລະ ເຊື່ອໝັ້ນວ່າ ທັງສອງຝ່າຍຈະສືບຕໍ່ໄດ້ຮັບຜົນສຳເລັດຢ່າງໜັກແໜ້ນໃນການພົວພັນຮ່ວມມືໃນຂົງເຂດພະລັງງານ ແລະ ບໍ່ແຮ່ ຮ່ວມກັນ.
           ໃນໂອກາດພົບປະ, ປຶກສາຫາລື ຄັ້ງນີ້, ທ່ານ ລັດຖະມັນຕີທັງສອງ ຍັງໄດ້ພ້ອມກັນລົງນາມເອກະສານຈໍານວນ 1 ສະບັບຄື: ບົດບັນທຶກກອງປະຊຸມສອງຝ່າຍ ລະຫວ່າງ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ສປປລາວ ແລະ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສສ ຫວຽດນາມ ວ່າດ້ວຍການຮ່ວມມື ຂະແໜງພະລັງງານ ແລະ ບໍແຮ່ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ສັງຄົມນິຍົມຫວຽດນາມ.

ພາບ: ມີລູ່-ວຽງສະຫວັນ
ຂ່າວ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506