
ໃນຕອນເຊົ້າຂອງວັນທີ 05 ເມສາ 2024 ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍສະຫະພັນແມ່ຍິງກົມນະໂຍບາຍ ແລະ ແຜນພະລັງງານ (ກນຜ) ໂດຍການເປັນປະທານຂອງ ສະຫາຍນາງ ອຸໄລພອນ ຈັນທະລາ ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ, ຫົວໜ້າໜ່ວຍສະຫະພັນແມ່ຍິງ ກນຜ.ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ເລືອງ ພົມສຸວັນ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ, ສະຫາຍ ສັນຍາ ສົມວິຈິດ ເລຂາໜ່ວຍພັກ, ຮອງຫົວໜ້າກົມນະໂຍບາຍ ແລະ ແຜນພະລັງງານ, ມີບັນດາແຂກທີ່ຖືກເຊີນຈາກໜ່ວຍສະຫະພັນແມ່ຍິງຫ້ອງການ,ບັນດາກົມ, ພ້ອມດ້ວຍໜ່ວຍລັດວິສາຫະກິດອ້ອມຂ້າງກະຊວງພະລັງງານ ແລະ ບໍ່ແຮ່, ປະທານໜ່ວຍກຳມະບານ, ເລຂາ ໜ່ວຍ ຮາກຖານ ກນຜ ພ້ອມດ້ວຍສະມາຊິກພາຍໃນໜ່ວຍສະຫະພັນແມ່ຍິງ ກນຜ ທັງໝົດເຂົ້າຮ່ວມ.

ສະຫາຍນາງ ອຸໄລພອນ ຈັນທະລາ ຄະນະບໍລິຫານງານແມ່ຍິງ ກະຊວງ, ຫົວໜ້າໜ່ວຍສະຫະພັນແມ່ຍິງ ກນຜ ໄດ້ຂຶ້ນຜ່ານບົດລາຍງານການເມືອງ, ລາຍງານຜົນສໍາເລັດການເຄື່ອນໄຫວວຽກງານໃນ ໄລຍະທີ່ຜ່ານມາ ແລະ ຜ່ານທິດທາງແຜນການໃນຕໍ່ໜ້າ. ພ້ອມກັນນີ້, ກອງປະຊຸມຍັງໄດ້ຈັດພິທີມອບ-ຮັບໃບຍ້ອງຍໍ ໃຫ້ກົມກອງລວມໝູ່ ແລະ ບຸກຄົນດີເດັ່ນ ທີ່ໄດ້ປະກອບສ່ວນເຄື່ອນໄຫວວຍກງານແມ່ຍິງຢູ່ພາຍໃນກົມກອງ ໃນນີ້, ຍ້ອງຍໍໃຫ້ກົມກອງລວມໝູ່ (ໜ່ວຍສະຫະພັນແມ່ຍິງ ກົມນະໂຍບາຍ ແລະ ແຜນພະລັງງານ) ຈໍານວນ 1 ໃບ ແລະ ໃບຍ້ອງຍໍບຸກຄົນ ຈໍານວນ 9 ໃບ. ກອງປະຊຸມໄດ້ດໍາເນີນການປ່ອນບັດຄັດເລືອກເອົາຄະນະໜ່ວຍສະຫະພັນແມ່ຍິງ ກນຜ ຊຸດໃໝ່ 3 ສະຫາຍ, ຈາກຜູ້ລົງສະໝັກທັງໝົດ 4 ສະຫາຍ. ຜ່ານການໃຊ້ສິດປະຊາທິປະໄຕຂອງຜູ້ແທນກອງປະຊຸມໃຫຍ່ ໄດ້ເລືອກຕັ້ງເອົາ ສະຫາຍ ນາງ ອຸໄລພອນ ຈັນທະລາ ເປັນຫົວໜ້າໜ່ວຍອີກສະໄໝໜຶ່ງ, ເລືອກຕັ້ງເອົາ ສະຫາຍ ນາງ ຄອນຕະວັນ ດວງຈັນ ເປັນຮອງ ແລະ ສະຫາຍ ນາງ ລັດສະດາ ສຸວັນນະລາດ ເປັນຄະນະ ເພື່ອສືບຕໍ່ຊີ້ນໍາ-ນໍາພາການເຄື່ອນໄຫວວຽກງານຂອງ ໜ່ວຍສະຫະພັນແມ່ຍິງກົມນະໂຍບາຍ ແລະ ແຜນ ພະລັງງານ ໃນຕໍ່ໜ້າ ໃຫ້ເປັນໄປຕາມທິດທາງແຜນການທີ່ໄດ້ວາງໄວ້.



