
ໃນຕອນເຊົ້າ ວັນທີ 08 ພຶດສະພາ 2024 ທີ່ໂຮງແຮມ Crowne Plaza ໄດ້ມີການຈັດກອງປະຊຸມ LASEP Inaugural Steering Committee ຄັ້ງທີ II. ໂດຍໃຫ້ກຽດເປັນປະທານໂດຍ ທ່ານ ນາງ ໂຄຕະມີ ຈັນທະມາລິນ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ແລະ ທ່ານ ນ Elena Rose ຜູ້ອຳນວຍການ P4I. ໂດຍມີຫ້ອງການ, ບັນດາກົມ, ຂະແໜງການຕ່າງໆທີ່ກ່ຽວຂ້ອງ ພ້ອມດ້ວຍພະນັກງງານວິຊາການເຂົ້າຮ່ວມ. ທ່ານ ນ ໂຄຕະມີ ຈັນທະມາລີນ ໄດ້ກ່າວເປີດໃນກອງປະຊຸມວ່າໂຄງການດັ່ງກ່າວແມ່ນໄດ້ຮັບທຶນສະໜັບສະໜູນຈາກລັດຖະບານອົດສະຕາລີ ໂດຍຜ່ານໂຄງການເພື່ອການຮ່ວມມື ແລະ ຊ່ວຍເຫຼືອໂຄງລ່າງພື້ນຖານ (P4I). ຈຸດປະສົງຂອງໂຄງການນີ້ ແມ່ນເພື່ອສົ່ງເສີມການພັດທະນາ ແລະ ການນຳໃຊ້ພະລັງງານທົດແທນຢ່າງຍືນຍົງໃນ ສປປ ລາວ ຜ່ານການຊ່ວຍເຫຼືອໃນຮູບແບບການສ້າງຄວາມອາດສາມາດທາງດ້ານວິຊາການ (TA) ເພື່ອຍົກລະດັບການວາງແຜນນະໂຍບາຍຕ່າງໆໃນຂະແໜງພະລັງງານເປັນຕົ້ນແມ່ນ ການວາງແຜນຂະແໜງພະລັງງານ (Energy sector planning) ແລະ ການຫັນປ່ຽນພະລັງງານ (Energy transition).

ປະຈຸບັນນີ້, ໂຄງການດັ່ງກ່າວ ໄດ້ຈັດຕັ້ງປະຕິບັດສຳເລັດບາງກິດຈະກຳຂອງໂຄງການແລ້ວ ຍັງຈະໄດ້ສືບຕໍ່ຈັດປະຕັ້ງປະຕິບັດກິດຈະກຳທີ່ຍັງເຫຼືອຕໍ່ໄປ. ພ້ອມນີ້, ເຫັນວ່າສະພາບການຂອງໂລກເຮົາໄດ້ມີແນວໂນ້ມສູງໃນການບັນລຸເປົ້າໝາຍຂອງຕົນໃຫ້ໄປສູ່ Net Zero Emission 2050. ດັ່ງນັ້ນ, ຄວນມີນະໂຍບາຍ ແລະ ທິດທາງການນໍາໃຊ້ພະລັງງານສະອາດທີ່ເປັນມິດກັບສີ່ງແວດລ້ອມເຊັ່ນ: ພະລັງງານໄຟຟ້ານໍ້າຕົກ, ພະລັງງານແສງຕາເວັນ ແລະ ພະລັງງານລົມ ທີ່ສາມາດຫັນປ່ຽນມາເປັນພະລັງງານໄຮໂດຼເຈນ ຄວບຄູ່ກັບເຕັກໂນໂລຊີ ທີ່ມີການພັດທະນາຢ່າງຕໍ່ເນື່ອງໂດຍສະເພາະນະວັດຕະກຳໃໝ່ໆທີ່ມານຳໃຊ້ໃນທ້ອງຕະຫຼາດພະລັງງານ ແລະ ປະຢັດຕົ້ນທຶນ.

ສໍາລັບ ສປປ ລາວ ລັດຖະບານໄດ້ມີຍຸດທະສາດກ່ຽວກັບການສະໜອງພະລັງງານສະອາດໃຫ້ແກ່ຂະແໜງຄົມມະນາຄົມຂົນສົ່ງໂດຍສະເພາະການຫັນມານຳໃຊ້ພະລັງງານທົດແທນ ແລະ ການຄົ້ນຄວ້າພະລັງງານໄຣໂດຣເຈນ ເພື່ອສົ່ງເສີມວຽກງານພະລັງງານສີຂຽວໃຫ້ຫຼາຍຂຶ້ນໃນອານາຄົດ. ພ້ອມກັນນັ້ນ, ເພື່ອສືບຕໍ່ໂຄງການດັ່ງກ່າວ, ເພື່ອສົ່ງເສີມການສ້າງຄວາມອາດສາມາດພະນັກງານວິຊາການ ແລະ ສົ່ງເສີມຄວາມຮູ້ຄວາມສາມາດທາງດ້ານການນຳໃຊ້ພະລັງງານສະອາດໃນ ສປປ ລາວ ໂດຍສະເພາະຈະໄດ້ຮັບການພັດທະນາເຕັກໂນໂລຊີພະລັງງານສະອາດໃໝ່ເຊັ່ນ: Pumped Hydro Energy Storage (PHES), ການສຶກສາຄວາມເປັນໄປໄດ້ໃນການນຳໃຊ້ Solar Rooftop, Green Hydrogen.

ໃນກອງປະຊຸມຄັ້ງນີ້ຈະເປັນການສືບຕໍ່ການຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການໃຫ້ສໍາເລັດຕາມນະໂຍບາຍການປ່ຽນແປງດີນຟ້າອາກາດ ແລະ ການພັດທະນາສີຂຽວຕາມທິດຍືນຍົງພາຍໃຕ້ແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີ VIII ຂອງລັດຖະບານ ແລະ ແຜນພັດທະນາຂະແໜງ ພບ ຄັ້ງທີ IX ຂອງກະຊວງພະລັງງານ ແລະ ບໍ່ແຮ່. ນອກນັ້ນ, ເພື່ອເປັນການສົ່ງເສີມຄວາມອາດສາມາດໃຫ້ແກ່ພະນັກງານວິຊາການ ແລະ ສົ່ງເສີມຄວາມຮູ້ຄວາມສາມາດທາງດ້ານການນຳໃຊ້ພະລັງງານສະອາດໃນ ສປປ ລາວ ໂດຍສະເພາະການພັດທະນາເຕັກໂນໂລຊີພະລັງງານສະອາດໃໝ່ໆ. ພວກເຮົາທີ່ມາປະຊຸມໃນມື້ນີ້ ຈະຕ້ອງໄດ້ມາຊຸມໃສ່ ໃນການແລກປ່ຽນຄວາມຮູ້ຄວາມສາມາດ ແລະ ຄຳເຫັນຄິດເຫັນທີ່ມີຄຸນຄ່າ ທີ່ຈະຊ່ວຍໃນການສົ່ງເສີມວຽກງານຂອງຂະແໜງການພະລັງງານຂອງພວກເຮົາໃຫ້ມີປະສິດທິພາບ ແລະ ປະສິດທິຜົນຫຼາຍຂຶ້ນ, ພ້ອມທັງເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນກັບປະເທດອົດສະຕາລີໃນດ້ານພະລັງງານນັບມື້ນັບຫຼາຍຂຶ້ນ.
