
ຕອນເຊົ້າວັນທີ 8 ພຶດສະພາ 2024 ຜ່ານມານີ້, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມເສີມສ້າງຂີດຄວາມສາມາດ ການອອກໃບຍັ້ງຢືນ ໃນການພັດທະນາພະລັງງານທົດແທນ ຂອງ ສປປ ລາວ (REC) ຂຶ້ນໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ມີ ທ່ານ ດຣ.ຢາມາໂມໂຕ, ຜູ້ຕາງໜ້າອາວຸໂສ, ອົງການໄຈກາ ປະຈຳ ສປປ ລາວ, ທ່ານ ດຣ. ທ່ານ David Stonehill, ຫົວໜ້າທີມງານການພັດທະນາພະລັງງານແບບຍືນຍົງ, ຂອງອົງຮ່ວມມື ສາກົນສະຫະລັດ ອາເມລິການ ປະຈຳພາກພື້ນອາຊີ, ທ່ານ Roble P. Velasco-Rosenheim, CEO, ຜູ້ຊ່ຽວຊານ ດ້ານ REC ພ້ອມດ້ວຍບັນດາ ທ່ານ ທີ່ມາຈາກຫ້ອງການກະຊວງ, ບັນດາກົມ, ສະຖາບັນ, ລັດວິສາຫະກິດ ອ້ອມຂ້າງກະຊວງ ແລະ ຜູ້ພັດທະນາໂຄງການພະລັງງານໄຟຟ້າ ຢູ່ ສປປລາວ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ເປັນໂອກາດທີ່ດີຂອງ ສປປລາວ ທີ່ຈະໄດ້ແລກປ່ຽນບົດຮຽນ ແລະ ກົນໄກການອອກໃບຢັ້ງຢືນພະລັງງານທົດແທນ (REC) ເຊິ່ງບັນຫາດັ່ງກ່າວນີ້ໄດ້ປຶກສາຫາລືກັນມາແຕ່ປີ 2022 ແລະແນໃສ່ປັບປຸງຄວາມເຂົ້າໃຈ, ແລກປ່ຽນ ແລະ ປຶກສາຫາລືກ່ຽວກັບການພັດທະນາຕະຫຼາດໃບຢັ້ງຢືນພະລັງງານທົດແທນ (REC) ຂອງ ສປປ ລາວ, ເຊິ່ງ ລາວເຮົາ ມີທ່າແຮງສູງ ແລະ ຄວາມມຸ່ງຫວັງໃນການນໍາໃຊ້ ເພື່ອເພີ້ມມູນຄ່າໃຫ້ແກ່ການລົງທຶນ ແລະ ພັດທະນາພະລັງງານທົດແທນ ໃຫ້ເປັນອົງປະກອບອັນສຳຄັນຂອງເສດຖະກິດແຫ່ງຊາດ.
ດັ່ງທີ່ ພວກເຮົາ ໄດ້ຮັບຮູ້ ແລ້ວວ່າ ສປປ ລາວ ເປັນປະເທດທີ່ອຸດົມສົມບູນໄປດ້ວຍແຫຼ່ງຜະລິດພະລັງງານທົດແທນ ແລະ ທ່າແຮງ ເຊັ່ນ: ພະລັງງານໄຟຟ້ານໍ້າຕົກ, ແສງຕາເວັນ ແລະ ພະ ລັງງານລົມ. ພະລັງງານໄຟຟ້າຈາກພະລັງງານທົດແທນນີ້ມີມູນຄ່າບໍ່ພຽງແຕ່ຈາກກຳລັງໄຟຟ້າ ແລະ ກະແສໄຟຟ້າທີ່ຜະລິດເທົ່ານັ້ນ ແຕ່ ຍັງມີຄຸນຄ່າໃນດ້ານຄວາມເປັນພະລັງງານສະອາດ ບໍ່ປ່ອຍອາຍພິດເຮືອນແກ້ວ ໂດຍສະເພາະແມ່ນອາຍກາກໂບນິກ ສູ່ຊັ້ນບັນຍາກາດ. ໃບຍັ້ງຢືນພະລັງງານທົດແທນ ແມ່ນວິທີການຮັບຮູ້ ແລະ ນໍາໃຊ້ ຄຸນຄ່າຂອງພະລັງງານທົດແທນດັ່ງກ່າວມາ ເນື່ອງຈາກ REC ເປັນໃບຢັ້ງຢືນຄຸນະພາບຂອງພະລັງງານສະອາດ (EAC) ທີ່ສະແດງຂໍ້ມູນກ່ຽວກັບການຜະລິດຂອງຫົວຫນ່ວຍງານໄຟຟ້າເຊັ່ນ: ແຫຼ່ງການຜະລິດໄຟຟ້າ, ຄວາມອາດສາມາດຂອງໂຮງງານຜະລິດ ແລະ ແຫຼ່ງພະລັງງານ, ບໍລິສັດ/ຜູ້ຊົມໃຊ້ ສາມາດສະແດງການຊື້ພະລັງງານຈາກແຫຼ່ງພະລັງງານທົດແທນ. ແລະ ໂດຍການນໍາໃຊ້ໃບຢັ້ງຢືນນີ້, ບໍລິສັດທີ່ຊົມໃຊ້ ສາມາດລາຍງານການປະກອບສ່ວນ ຫຼື ປະຕິບັດພັນທະ ໃນການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ໃນຂອບເຂດຂອງອະນຸສັນຍາ ການປ່ອຍອາຍພິດເຮືອນແກ້ວ ສະບັບທີ່ 2.

ເວົ້າອີກຢ່າງໜຶ່ງ, ສປປ ລາວ ມີທ່າແຮງທີ່ຈະປະກອບສ່ວນເຂົ້າໃນການຜະລິດພະລັງງານທີ່ມີການປ່ອຍອາຍພິດເຮືອນແກ້ວຕໍ່າ ຊ່ວຍບັນດາປະເທດເພື່ອນບ້ານທີ່ມີຂໍ້ຈຳກັດໃນການພັດທະນາແຫຼ່ງພະລັງງານທົດແທນ, ເນື່ອງຈາກວ່າ ສປປລາວ ມີເງື່ອນໄຂທີ່ອຳນວຍແກ່ການພັດທະນາ ພະລັງງານທົດແທນໃນຫຼາຍດ້ານ ແລະ ສປປ ລາວ ກໍ່ມີການປ່ອຍອາຍພິດເຮືອນແກ້ວ ໃນຂະແໜງພະລັງງານຕໍ່າກວ່າປະເທດເພື່ອນບ້ານ. ສະນັ້ນ, ພວກເຮົາຈຶ່ງມີຄວາມພະຍາຍາມຈັດກອງປະຊຸມຄັ້ງນີ້ເປັນອົງປະກອບຂອງບາດກ້າວທຳອິດ ແລະ ຖືສຳຄັນແນໃສ່ບັນລຸທ່າແຮງດັ່ງກ່າວຢ່າງໄດ້ປະໂຫຍດ.

ໂດຍ: ຄໍາແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506